1
ຮາບາກຸກ 1:5
ພຣະຄຳພີລາວສະບັບສະໄໝໃໝ່
LCV
ພຣະເຈົ້າກ່າວວ່າ: “ຈົ່ງເບິ່ງ ແລະ ຄອຍເຝົ້າເບິ່ງຊົນຊາດຕ່າງໆ. ແລ້ວຈົ່ງປະຫລາດໃຈທີ່ສຸດເພາະເຮົາກຳລັງຈະເຮັດບາງສິ່ງໃນຍຸກຂອງເຈົ້າ ເຈົ້າກໍຈະບໍ່ເຊື່ອ, ເຖິງແມ່ນວ່າມີຜູ້ໃດບອກ.
Compare
Explore ຮາບາກຸກ 1:5
2
ຮາບາກຸກ 1:2
ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍຈະຕ້ອງຮ້ອງຂໍຄວາມຊ່ວຍເຫລືອອີກດົນປານໃດ, ແຕ່ພຣະອົງບໍ່ຮັບຟັງ? ຫລື ຕ້ອງຮ້ອງຂໍຕໍ່ພຣະອົງວ່າ, “ໂຫດຮ້າຍ!” ແຕ່ພຣະອົງບໍ່ມາຊ່ວຍ?
Explore ຮາບາກຸກ 1:2
3
ຮາບາກຸກ 1:3
ດ້ວຍເຫດໃດພຣະອົງຈຶ່ງເຮັດໃຫ້ຂ້ານ້ອຍເບິ່ງຄວາມບໍ່ຍຸຕິທຳ? ດ້ວຍເຫດໃດພຣະອົງຈຶ່ງອົດກັ້ນຕໍ່ການກະທຳຜິດ? ການທຳລາຍ ແລະ ຄວາມຮຸນແຮງຢູ່ຕໍ່ໜ້າຂ້ານ້ອຍ; ມີການຕໍ່ສູ້ ແລະ ຂັດແຍ່ງກັນຢ່າງຫລວງຫລາຍ.
Explore ຮາບາກຸກ 1:3
4
ຮາບາກຸກ 1:4
ເຫດສະນັ້ນ ກົດໝາຍຈຶ່ງເປັນອຳມະພາດ ແລະ ຄວາມຍຸຕິທຳຈຶ່ງບໍ່ປາກົດ ຄົນຊົ່ວຮ້າຍອ້ອມຮອບຄົນຊອບທຳ, ຈົນຄວາມຍຸຕິທຳຖືກບິດເບືອນໄປ.
Explore ຮາບາກຸກ 1:4