YouVersion Logo
Search Icon

ປະຖົມມະການ 28:20-22

ປະຖົມມະການ 28:20-22 LCV

ແລ້ວ​ຢາໂຄບ​ກໍ​ໄດ້​ເຮັດ​ຄຳປະຕິຍານ ໂດຍ​ກ່າວ​ວ່າ, “ຖ້າ​ພຣະເຈົ້າ​ຢູ່​ກັບ​ຂ້ານ້ອຍ ແລະ ຈະ​ປົກປ້ອງ​ຂ້ານ້ອຍ​ໃນ​ການ​ເດີນທາງ​ຄັ້ງ​ນີ້​ທີ່​ຂ້ານ້ອຍ​ກຳລັງ​ເດີນທາງ​ຢູ່ ແລະ ທັງ​ຈະ​ໃຫ້​ອາຫານ​ແກ່​ຂ້ານ້ອຍ ແລະ ໃຫ້​ເຄື່ອງນຸ່ງ​ແກ່​ຂ້ານ້ອຍ​ເພື່ອ​ນຸ່ງຫົ່ມ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ກັບ​ມາ​ເຮືອນ​ພໍ່​ຂອງ​ຂ້ານ້ອຍ​ຢ່າງ​ປອດໄພ, ແລ້ວ​ພຣະເຈົ້າ​ຢາເວ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ ຫີນ​ທີ່​ຂ້ານ້ອຍ​ຕັ້ງ​ຂຶ້ນ​ເປັນ​ເສົາ​ກໍ​ຈະ​ເປັນ​ເຮືອນ​ຂອງ​ພຣະເຈົ້າ ແລະ ທຸກສິ່ງ​ທີ່​ພຣະອົງ​ມອບ​ໃຫ້​ຂ້ານ້ອຍ​ນັ້ນ, ຂ້ານ້ອຍ​ກໍ​ຈະ​ຄືນ​ໜຶ່ງ​ສ່ວນ​ສິບ​ໃຫ້​ແກ່​ພຣະອົງ”.