ເອເຊກຽນ 37:1-2
ເອເຊກຽນ 37:1-2 LCV
ມືຂອງພຣະເຈົ້າຢາເວຢູ່ເໜືອຂ້າພະເຈົ້າ ແລະ ພຣະອົງໄດ້ນຳຂ້າພະເຈົ້າອອກມາໂດຍພຣະວິນຍານບໍລິສຸດຂອງພຣະເຈົ້າຢາເວ ແລະ ໄດ້ວາງຂ້າພະເຈົ້າໄວ້ທີ່ກາງຮ່ອມພູແຫ່ງໜຶ່ງທີ່ເຕັມໄປດ້ວຍກະດູກ. ພຣະອົງໄດ້ພາຂ້າພະເຈົ້າເດີນທາງໄປມາໃນທ່າມກາງກະດູກນັ້ນ ແລະ ຂ້າພະເຈົ້າໄດ້ເຫັນກະດູກຈຳນວນຫລວງຫລາຍຢູ່ເທິງພື້ນທົ່ວຮ່ອມພູ, ເປັນກະດູກທີ່ແຫ້ງຫລາຍ.





