1
ອົບພະຍົບ 24:17-18
ພຣະຄຳພີລາວສະບັບສະໄໝໃໝ່
LCV
ໃນສາຍຕາຂອງຊາວອິດສະຣາເອນແລ້ວ ສະຫງ່າລາສີຂອງພຣະເຈົ້າຢາເວນັ້ນເບິ່ງເໝືອນກັບໄຟທີ່ກຳລັງເຜົາໄໝ້ຢູ່ເທິງຈອມພູ. ແລ້ວໂມເຊໄດ້ເຂົ້າໄປໃນເມກໃນຂະນະທີ່ເພິ່ນຂຶ້ນໄປເທິງພູເຂົາ. ແລະ ເພິ່ນໄດ້ພັກຢູ່ທີ່ເທິງພູເຂົານັ້ນຕະຫລອດສີ່ສິບວັນ ແລະ ສີ່ສິບຄືນ.
Compare
Explore ອົບພະຍົບ 24:17-18
2
ອົບພະຍົບ 24:16
ແລະ ສະຫງ່າລາສີຂອງພຣະເຈົ້າຢາເວກໍລົງມາເທິງພູເຂົາຊີນາຍ. ເມກປົກຄຸມພູເຂົາຢູ່ຕະຫລອດຫົກວັນ ແລະ ໃນວັນທີເຈັດພຣະເຈົ້າຢາເວໄດ້ເອີ້ນໃສ່ໂມເຊຈາກເມກນັ້ນ.
Explore ອົບພະຍົບ 24:16
3
ອົບພະຍົບ 24:12
ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງຂຶ້ນມາຫາເຮົາທີ່ເທິງພູເຂົາ ແລະ ຢູ່ທີ່ນີ້, ແລ້ວເຮົາຈະມອບແຜ່ນຫີນພ້ອມກັບກົດບັນຍັດ ແລະ ບັນດາຄຳສັ່ງທີ່ເຮົາໄດ້ບັນທຶກໄວ້ເພື່ອແນະນໍາປະຊາຊົນ”.
Explore ອົບພະຍົບ 24:12