1
ພຣະນິມິດ 5:9
ພຣະຄຳພີສັກສິ
ພຄພ
ພວກເຂົາໄດ້ຮ້ອງເພງບົດໃໝ່ວ່າ, “ພຣະອົງຊົງເປັນຜູ້ສົມຄວນ ທີ່ຈະຮັບເອົາໜັງສືມ້ວນ ແລະ ແກະຕາປະທັບ ມາຍໜັງສືມ້ວນນັ້ນ ດ້ວຍວ່າພຣະອົງຊົງຖືກຂ້າແລ້ວ ແລະ ດ້ວຍເລືອດຂອງພຣະອົງນັ້ນ ພຣະອົງໄດ້ຊົງໄຖ່ມະນຸດທຸກເຜົ່າ, ທຸກຊາດ, ທຸກພາສາ, ທຸກເຊື້ອຊາດ ແລະ ທຸກປະເທດໃຫ້ມາເຖິງພຣະເຈົ້າ.
Compare
Explore ພຣະນິມິດ 5:9
2
ພຣະນິມິດ 5:12
ແລະຮ້ອງສຽງດັງວ່າ, “ພຣະເມສານ້ອຍທີ່ຖືກຂ້າແລ້ວນັ້ນ ເປັນຜູ້ສົມຄວນທີ່ຈະໄດ້ຮັບຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງອຳນາດ, ກຽດຕິຍົດ, ສະຫງ່າຣາສີ ແລະ ຄຳສັນລະເສີນ.”
Explore ພຣະນິມິດ 5:12
3
ພຣະນິມິດ 5:10
ພຣະອົງໄດ້ເຮັດໃຫ້ພວກເຂົາ ເປັນອານາຈັກແຫ່ງປະໂຣຫິດ ເພື່ອຮັບໃຊ້ພຣະເຈົ້າຂອງພວກເຮົາ ແລະພວກເຂົາເຫຼົ່ານັ້ນ ຈະໄດ້ປົກຄອງເທິງແຜ່ນດິນໂລກ.”
Explore ພຣະນິມິດ 5:10
4
ພຣະນິມິດ 5:13
ແລະຂ້າພະເຈົ້າໄດ້ຍິນສຽງສິ່ງທີ່ມີຊີວິດທັງໝົດທັງໃນສະຫວັນ, ເທິງແຜ່ນດິນໂລກ, ໃຕ້ແຜ່ນດິນໂລກ ແລະໃນມະຫາສະໝຸດ ຄືສິ່ງທັງປວງ ຊຶ່ງຢູ່ໃນທີ່ນັ້ນຮ້ອງວ່າ, “ຂໍໃຫ້ຄຳສັນລະເສີນ ກຽດຕິຍົດ ສະຫງ່າຣາສີ ແລະຣິດທານຸພາບ ຈົ່ງມີແດ່ພຣະອົງ ຜູ້ຊົງປະທັບ ເທິງພຣະຣາຊບັນລັງ ແລະແດ່ພຣະເມສານ້ອຍ ຕະຫລອດຊົ່ວນິຣັນດອນ.”
Explore ພຣະນິມິດ 5:13
5
ພຣະນິມິດ 5:5
ແລ້ວມີທ່ານຜູ້ໜຶ່ງໃນພວກອາວຸໂສນັ້ນ ບອກຂ້າພະເຈົ້າວ່າ, “ຢ່າຮ້ອງໄຫ້ເລີຍ ເບິ່ງແມ! ສິງຈາກເຜົ່າຢູດາ ໜໍ່ແໜງແຫ່ງເຊື້ອສາຍຂອງດາວິດ ເປັນຜູ້ມີໄຊຊະນະແລ້ວ ຈຶ່ງສາມາດແກະຕາປະທັບທັງເຈັດ ແລະມາຍໜັງສືມ້ວນນັ້ນອອກໄດ້.”
Explore ພຣະນິມິດ 5:5
Home
Bible
Plans
Videos