ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ,
“ບໍຣິສຸດ ບໍຣິສຸດ ບໍຣິສຸດ
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ
ຜູ້ຊົງຣິດທານຸພາບສູງສຸດ
ຜູ້ຊົງດຳລົງຢູ່ໃນອະດີດ
ຜູ້ຊົງດຳລົງຢູ່ໃນປະຈຸບັນ
ແລະຜູ້ຈະຊົງສະເດັດມາ.”