1
ໂອບາດີຢາ 1:17
ພຣະຄຳພີສັກສິ
ພຄພ
ແຕ່ບາງຄົນເຫຼືອຢູ່ທີ່ພູເຂົາຊີໂອນຈະໄດ້ພົ້ນໄພ ທີ່ນັ້ນຈະໄດ້ເປັນສະຖານທີ່ສັກສິດທີ່ສຸດແທ້ໆ. ປະຊາຊົນຂອງຢາໂຄບຈະໄດ້ເປັນກຳມະສິດ ດິນແດນທີ່ເປັນຂອງພວກເຂົາຕາມສິດທິທີ່ພວກເຂົາມີຢູ່.
Compare
Explore ໂອບາດີຢາ 1:17
2
ໂອບາດີຢາ 1:15
ວັນຂອງພຣະເຈົ້າຢາເວກໍຫຍັບເຂົ້າມາໃກ້ແລ້ວ ທີ່ຈະຕັດສິນໝົດທຸກຊົນຊາດ. ເອໂດມເອີຍ ສິ່ງທີ່ເຈົ້າໄດ້ເຮັດແກ່ພວກເຂົາສັນໃດ ກໍຈະຖືກເຮັດໃຫ້ຄືນແກ່ເຈົ້າສັນນັ້ນ. ເຈົ້າໄດ້ໃຫ້ແກ່ພວກເຂົາສິ່ງໃດ ພວກເຂົາກໍຈະໃຫ້ຄືນແກ່ເຈົ້າສິ່ງນັ້ນ.
Explore ໂອບາດີຢາ 1:15
3
ໂອບາດີຢາ 1:3
ຄວາມອວດອົ່ງຂອງເຈົ້າໄດ້ລໍ້ລວງເຈົ້າເອງ ເມືອງເອກມີປ້ອມກຳແພງສ້າງດ້ວຍຫີນດານ; ເຮືອນຂອງເຈົ້າກໍຖືກສ້າງທີ່ເທິງພູເຂົາສູງທັງຫລາຍ ສະນັ້ນ ເຈົ້າຈຶ່ງຄິດວ່າ, ‘ໃຜຈະດຶງຂ້ອຍລົງໄດ້?’
Explore ໂອບາດີຢາ 1:3
4
ໂອບາດີຢາ 1:4
ເຖິງວ່າເຈົ້ານັ້ນສ້າງເຮືອນຂອງເຈົ້າຂຶ້ນມາ ສູງເທົ່າກັບຮັງຂອງນົກອິນຊີກໍຕາມ ເພື່ອໃຫ້ປາກົດເຫັນຄືວ່າຢູ່ທ່າມກາງດວງດາວ ເຖິງຢ່າງນັ້ນກໍຕາມ ເຮົາຈະດືງເຈົ້າລົງໃຫ້ໄດ້.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
Explore ໂອບາດີຢາ 1:4
Home
Bible
Plans
Videos