1
ມາຣະໂກ 2:17
ພຣະຄຳພີສັກສິ
ພຄພ
ເມື່ອພຣະເຢຊູເຈົ້າໄດ້ຍິນພວກເຂົາເວົ້າແລ້ວ ຈຶ່ງຕອບພວກເຂົາວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງການໝໍ, ແຕ່ຄົນເຈັບຕ້ອງການໝໍ ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນຊອບທຳ, ແຕ່ມາເອີ້ນເອົາຄົນທີ່ມີບາບກຳທັງຫລາຍ.”
Compare
Explore ມາຣະໂກ 2:17
2
ມາຣະໂກ 2:5
ເມື່ອພຣະເຢຊູເຈົ້າເຫັນຄວາມເຊື່ອຂອງຄົນເຫຼົ່ານີ້ ພຣະອົງກໍຊົງກ່າວແກ່ຄົນເປ້ຍວ່າ, “ລູກເອີຍ ຄວາມຜິດບາບຂອງເຈົ້າໄດ້ຮັບການອະໄພແລ້ວ.”
Explore ມາຣະໂກ 2:5
3
ມາຣະໂກ 2:27
ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ວັນຊະບາໂຕຖືກຕັ້ງໄວ້ເພື່ອປະໂຫຍດອັນນຳຄວາມສຸກມາສູ່ມະນຸດ ບໍ່ແມ່ນສ້າງມະນຸດໄວ້ເພື່ອວັນຊະບາໂຕ.
Explore ມາຣະໂກ 2:27
4
ມາຣະໂກ 2:4
ແຕ່ພວກເຂົາເຂົ້າໄປຫາພຣະອົງບໍ່ໄດ້ ເພາະປະຊາຊົນໜາແໜ້ນຫລາຍ. ສະນັ້ນ ພວກເຂົາຈຶ່ງຮື້ຫລັງຄາ ຊື່ບ່ອນທີ່ພຣະອົງກຳລັງສັ່ງສອນຢູ່ນັ້ນອອກ ຄັນຮື້ເປັນປ່ອງແລ້ວ ພວກເຂົາກໍຢ່ອນຄົນເປ້ຍຢູ່ເທິງບ່ອນນອນຂອງລາວລົງມາ.
Explore ມາຣະໂກ 2:4
5
ມາຣະໂກ 2:10-11
ແຕ່ເຮົາຢາກໃຫ້ພວກເຈົ້າເຫັນວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນໂລກ ອະໄພຜິດບາບຂອງມະນຸດໄດ້.” ສະນັ້ນ ພຣະອົງຈຶ່ງກ່າວແກ່ຄົນເປ້ຍວ່າ, “ເຮົາສັ່ງເຈົ້າໃຫ້ລຸກຂຶ້ນຍົກເອົາບ່ອນນອນ ແລະເມືອເຮືອນສາ.”
Explore ມາຣະໂກ 2:10-11
6
ມາຣະໂກ 2:9
ອັນໃດງ່າຍກວ່າກັນ ທີ່ຈະກ່າວແກ່ຄົນເປ້ຍວ່າ, ‘ຄວາມຜິດບາບທັງຫລາຍຂອງເຈົ້າໄດ້ຮັບການອະໄພແລ້ວ’ ຫລືກ່າວວ່າ, ‘ຈົ່ງລຸກຂຶ້ນເອົາບ່ອນນອນຂອງເຈົ້າ ແລະ ຍ່າງເມືອ?’
Explore ມາຣະໂກ 2:9
7
ມາຣະໂກ 2:12
ໃນຂະນະທີ່ທຸກຄົນກຳລັງຄອຍເບິ່ງຢູ່ນັ້ນ ຄົນເປ້ຍກໍລຸກຂຶ້ນ ຍົກເອົາບ່ອນນອນຂອງຕົນ ແລະ ອອກຈາກເຮືອນໄປໃນທັນທີ ປະຊາຊົນທຸກຄົນຕ່າງກໍງຶດປະຫລາດໃຈ ແລະສັນລະເສີນພຣະເຈົ້າ ແລະເວົ້າວ່າ, “ພວກເຮົາບໍ່ເຄີຍເຫັນເຫດການເຊັ່ນນີ້ຈັກເທື່ອ.”
Explore ມາຣະໂກ 2:12
Home
Bible
Plans
Videos