ໃນເວລາທີ່ພຣະເຢຊູເຈົ້າຂຶ້ນຈາກນໍ້ານັ້ນ ພຣະອົງເງີຍໜ້າສູ່ທ້ອງຟ້າໄດ້ເຫັນຟ້າສະຫວັນເປີດອອກ ແລະມີພຣະວິນຍານເໝືອນນົກເຂົາລົງມາຢູ່ເທິງພຣະອົງ. ແລະ ໄດ້ມີສຽງໜຶ່ງດັງອອກມາຈາກທ້ອງຟ້າວ່າ, “ທ່ານເປັນບຸດທີ່ຮັກຂອງເຮົາ, ເຮົາພໍໃຈໃນທ່ານຫລາຍ.”