ພວກຫົວໜ້າປະໂຣຫິດຈຶ່ງປະຊຸມກັນກັບພວກເຖົ້າແກ່ ແລະໄດ້ເອົາເງິນຈຳນວນຫລາຍໃຫ້ພວກທະຫານຍາມ ແລະ ສັ່ງວ່າ, “ໃຫ້ພວກເຈົ້າເວົ້າວ່າ, ‘ພວກສາວົກຂອງລາວໄດ້ມາລັກເອົາສົບໄປໃນຕອນກາງຄືນ ໃນຂະນະທີ່ພວກເຮົານອນຫລັບຢູ່.’ ຖ້າທ່ານຜູ້ປົກຄອງຮູ້ເຖິງເລື່ອງນີ້ ພວກເຮົາຈະຊັກຊວນເອົາໃຈເພິ່ນ ແລະຊ່ວຍໃຫ້ພວກເຈົ້າພົ້ນຈາກຄວາມທຸກຮ້ອນໃຈ.”
ເມື່ອພວກທະຫານຍາມຮັບເອົາເງິນແລ້ວ ກໍເຮັດຕາມຄຳແນະນຳນັ້ນ ເລື່ອງນີ້ຈຶ່ງເປັນທີ່ເລົ່າລືກັນ ໃນທ່າມກາງຊາວຢິວຈົນເຖິງທຸກວັນນີ້.