ແລ້ວປີລາດຈຶ່ງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ພວກທ່ານຈະໃຫ້ຂ້າພະເຈົ້າເຮັດຢ່າງໃດ ແກ່ເຢຊູຜູ້ທີ່ເອີ້ນວ່າ ພຣະຄຣິດ?”
ພວກເຂົາພາກັນຕອບວ່າ, “ໃຫ້ຄຶງໄວ້ທີ່ໄມ້ກາງແຂນ.”
ແຕ່ປີລາດຖາມວ່າ, “ຄົນຜູ້ນີ້ໄດ້ເຮັດຜິດຫຍັງ?”
ແລ້ວພວກເຂົາກໍຮ້ອງດັງແຮງຂຶ້ນຈົນສຸດສຽງວ່າ, “ຄຶງໄວ້ທີ່ໄມ້ກາງແຂນ.”