YouVersion Logo
Search Icon

ມັດທາຍ 27

27
ພຣະເຢຊູເຈົ້າ​ຖືກ​ນຳ​ຕົວ​ໄປ​ຫາ​ປີລາດ
(ມຣກ 15:1; ລກ 23:1-2; ຢຮ 18:28-32)
1ວັນ​ຕໍ່ມາ​ແຕ່​ເຊົ້າໆ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່​ທຸກຄົນ​ໄດ້​ວາງແຜນ​ຕໍ່ສູ້​ພຣະເຢຊູເຈົ້າ ເພື່ອ​ປະຫານ​ຊີວິດ​ພຣະອົງ. 2ພວກເຂົາ​ລ່າມໂສ້​ພຣະອົງ ແລະ​ນຳ​ພຣະອົງ​ໄປ​ມອບ​ໃຫ້​ປີລາດ​ຜູ້​ປົກຄອງ​ຊາວ​ໂຣມ.
ຢູດາ​ຂ້າ​ຕົວ​ຕາຍ
(ກຈກ 1:18-19)
3ເມື່ອ​ຢູດາ​ຄົນ​ທໍລະຍົດ ໄດ້​ຮູ້​ວ່າ​ພຣະເຢຊູເຈົ້າ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ ລາວ​ກໍ​ສຳນຶກ​ຜິດ​ກິນແໜງ​ໃຈ. ດັ່ງນັ້ນ ລາວ​ຈຶ່ງ​ນຳ​ເງິນ​ສາມສິບ​ຫລຽນ ໄປ​ຄືນ​ໃຫ້​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ເຖົ້າແກ່. 4ແລະ​ກ່າວ​ວ່າ, “ຂ້ານ້ອຍ​ຜິດ​ໄປ​ແລ້ວ ໂດຍ​ມອບ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.”
ພວກເຂົາ​ຕອບ​ວ່າ, “ເລື່ອງ​ນັ້ນ​ເປັນ​ທຸລະ​ອັນ​ໃດ​ກັບ​ເຮົາ ແມ່ນ​ທຸລະ​ຂອງ​ເຈົ້າ​ເອງ.”
5ຢູດາ​ໄດ້​ຖິ້ມ​ເງິນ​ໄວ້​ໃນ​ພຣະວິຫານ ແລະ​ອອກ​ໜີໄປ ແລ້ວ​ລາວ​ກໍ​ໄປ​ຜູກ​ຄໍ​ຕາຍ.
6ພວກ​ຫົວໜ້າ​ປະໂຣຫິດ​ຈັບ​ເອົາ​ເງິນ​ຫລຽນ​ຂຶ້ນ​ມາ ແລະ​ເວົ້າ​ວ່າ, “ນີ້​ແມ່ນ​ເງິນ​ເລືອດ ແລະ ເປັນ​ການ​ຜິດ​ກົດບັນຍັດ ທີ່​ພວກເຮົາ​ຈະ​ເອົາ​ໄປ​ໄວ້​ໃນ​ຄັງ​ຂອງ​ວິຫານ.” 7ຫລັງຈາກ​ພວກເຂົາ​ໄດ້​ປຶກສາ​ກັນ​ເປັນ​ທີ່​ຕົກລົງ​ແລ້ວ ກໍ​ເອົາ​ເງິນ​ນີ້​ໄປ​ຊື້​ນາ​ຂອງ​ຊ່າງ​ປັ້ນໝໍ້ ເພື່ອ​ໃຫ້​ເປັນ​ບ່ອນ​ຝັງສົບ​ສຳລັບ​ຄົນ​ຕ່າງດ້າວ. 8ດັ່ງນັ້ນແຫລະ ນາ​ທົ່ງ​ນີ້​ຈຶ່ງ​ມີ​ຊື່​ວ່າ, “ນາ​ເລືອດ” ຈົນເຖິງ​ທຸກ​ວັນນີ້.
9ເຫດການ​ນີ້ ກໍ​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ກ່າວ​ໄວ້​ວ່າ, “ພວກເຂົາ​ໄດ້​ເອົາ​ເງິນ​ສາມສິບ​ຫລຽນ ຊຶ່ງ​ເປັນ​ລາຄາ​ຜູ້​ທີ່​ພວກເຂົາ​ຄາດ​ລາຄາ​ໄວ້ ຄື​ປະຊາຊົນ​ອິດສະຣາເອນ​ໄດ້​ຕີ​ລາຄາ​ນັ້ນ 10ແລະ ພວກເຂົາ​ໃຊ້​ເງິນ​ນັ້ນ​ເພື່ອ​ຊື້​ນາ​ຂອງ​ຊ່າງ​ປັ້ນໝໍ້ ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໄວ້.”
ປີລາດ​ຖາມ​ພຣະເຢຊູເຈົ້າ
(ມຣກ 15:2-5; ລກ 23:3-5; ຢຮ 18:33-38)
11ເມື່ອ​ພຣະເຢຊູເຈົ້າ​ໄດ້​ມາ​ຢືນ​ຢູ່​ຕໍ່ໜ້າ​ຜູ້​ປົກຄອງ​ຊາວ​ໂຣມ​ແລ້ວ ເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?”
ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເວົ້າ​ດັ່ງນັ້ນ​ແລ້ວ.” 12ແຕ່​ຂໍ້​ກ່າວໂທດ​ຂອງ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ເຖົ້າແກ່​ນັ້ນ ພຣະອົງ​ບໍ່​ຕອບ​ຫຍັງ​ເລີຍ.
13ດັ່ງນັ້ນ ປີລາດ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ບໍ່ໄດ້ຍິນ​ເລື່ອງ​ທັງຫລາຍ​ທີ່​ພວກເຂົາ​ກ່າວຫາ​ບໍ?”
14ແຕ່​ພຣະເຢຊູເຈົ້າ​ບໍ່​ຕອບ​ຈັກ​ຄຳ​ຈົນ​ຜູ້ປົກຄອງ​ປະຫລາດ​ໃຈ​ຫລາຍ.
ພຣະເຢຊູເຈົ້າ​ຖືກ​ຕັດສິນ​ໃຫ້​ປະຫານ​ຊີວິດ
(ມຣກ 15:6-15; ລກ 23:13-25; ຢຮ 18:39–19:16)
15ໃນ​ເທດສະການ​ປັດສະຄາ​ທຸກໆ​ປີ ຜູ້​ປົກຄອງ​ຊາວ​ໂຣມ​ເຄີຍ​ປ່ອຍ​ນັກໂທດ​ຄົນ​ໜຶ່ງ​ໃຫ້​ເປັນ​ອິດສະຫລະ ຕາມ​ທີ່​ປະຊາຊົນ​ຂໍຮ້ອງ. 16ໃນ​ສະໄໝ​ນັ້ນ ມີ​ນັກໂທດ​ຜູ້ໜຶ່ງ​ທີ່​ຄົນ​ຮູ້ຈັກ​ທົ່ວ​ໄປ​ຊື່​ວ່າ​ເຢຊູ​ບາຣາບາ. 17ເມື່ອ​ປະຊາຊົນ​ມາ​ຮ່ວມ​ຊຸມນຸມ​ກັນ ແລ້ວ​ປີລາດ​ຈຶ່ງ​ຖາມ​ວ່າ, “ພວກທ່ານ​ຢາກ​ໃຫ້​ຂ້າພະເຈົ້າ​ປ່ອຍ​ຜູ້ໃດ? ເຢຊູ​ບາຣາບາ ຫລື​ເຢຊູ​ຜູ້​ທີ່​ເອີ້ນ​ວ່າ​ພຣະຄຣິດ?” 18ເພາະ​ປີລາດ​ຮູ້​ດີ​ວ່າ ພວກ​ຜູ້ນຳ​ສາສະໜາ​ຢິວ​ໄດ້​ມອບ​ພຣະເຢຊູເຈົ້າ​ໄວ້​ດ້ວຍ​ໃຈ​ອິດສາ.
19ຂະນະທີ່​ປີລາດ​ນັ່ງ​ຢູ່​ບ່ອນ​ຕັດສິນ​ຄວາມ​ນັ້ນ ເມຍ​ຂອງ​ເພິ່ນ​ກໍ​ໃຊ້​ຄົນ​ມາ​ບອກ​ເພິ່ນ​ວ່າ, “ຢ່າ​ໄດ້​ພົວພັນ​ກັບ​ເລື່ອງ​ຂອງ​ຄົນ​ບໍ່ມີ​ຄວາມຜິດ​ນັ້ນ ເພາະ​ວັນ​ນີ້​ນ້ອງ​ເປັນທຸກ​ໜັກໃຈ ຍ້ອນ​ຄວາມຝັນ​ກ່ຽວກັບ​ຜູ້ນັ້ນ.”
20ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່​ໄດ້​ຍຸຍົງ​ປະຊາຊົນ ຂໍ​ໃຫ້​ປ່ອຍ​ບາຣາບາ ແລະ​ໃຫ້​ປະຫານ​ພຣະເຢຊູເຈົ້າ. 21ແຕ່​ປີລາດ​ຖາມ​ປະຊາຊົນ​ວ່າ, “ໃນ​ສອງ​ຄົນ​ນີ້ ພວກທ່ານ​ຢາກ​ໃຫ້​ຂ້າພະເຈົ້າ​ປ່ອຍ​ຜູ້ໃດ​ໃຫ້​ພວກທ່ານ?”
ພວກເຂົາ​ຕອບ​ວ່າ, “ບາຣາບາ”.
22ແລ້ວ​ປີລາດ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ ພວກທ່ານ​ຈະ​ໃຫ້​ຂ້າພະເຈົ້າ​ເຮັດ​ຢ່າງ​ໃດ ແກ່​ເຢຊູ​ຜູ້​ທີ່​ເອີ້ນ​ວ່າ ພຣະຄຣິດ?”
ພວກເຂົາ​ພາກັນ​ຕອບ​ວ່າ, “ໃຫ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ.”
23ແຕ່​ປີລາດ​ຖາມ​ວ່າ, “ຄົນ​ຜູ້​ນີ້​ໄດ້​ເຮັດ​ຜິດ​ຫຍັງ?”
ແລ້ວ​ພວກເຂົາ​ກໍ​ຮ້ອງ​ດັງ​ແຮງ​ຂຶ້ນ​ຈົນ​ສຸດ​ສຽງ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ.”
24ເມື່ອ​ປີລາດ​ເຫັນ​ວ່າ​ບໍ່ມີ​ຜົນ​ຫຍັງ ມີ​ແຕ່​ການ​ວຸ້ນວາຍ​ກຳລັງ​ເກີດຂຶ້ນ. ສະນັ້ນ ເພິ່ນ​ຈຶ່ງ​ເອົາ​ນໍ້າ​ມາ​ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລະ​ເວົ້າ​ວ່າ, “ຂ້າພະເຈົ້າ​ບໍ່​ຂໍ​ຮັບຜິດຊອບ​ໃດໆ ສຳລັບ​ຄວາມ​ຕາຍ​ຂອງ​ຊາຍ​ຄົນ​ນີ້ ແຕ່​ແມ່ນ​ພວກທ່ານ​ເອງ​ທີ່​ຕ້ອງ​ຮັບຜິດຊອບ.”
25ປະຊາຊົນ​ທັງໝົດ​ຕອບ​ວ່າ, “ໃຫ້​ໂທດ​ເລື່ອງ​ຄວາມ​ຕາຍ​ຂອງ​ລາວ ຕົກ​ຖືກ​ພວກເຮົາ ແລະ​ລູກຫລານ​ຂອງ​ພວກເຮົາ.” 26ແລ້ວ​ປີລາດ​ກໍ​ປ່ອຍ​ບາຣາບາ​ໃຫ້​ພວກເຂົາ ແລະ​ເມື່ອ​ໃຫ້​ພວກເຂົາ​ຂ້ຽນ​ພຣະເຢຊູເຈົ້າ​ແລ້ວ ເພິ່ນ​ໄດ້​ມອບ​ພຣະອົງ​ໃຫ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ.
ພວກ​ທະຫານ​ເຢາະເຢີ້ຍ​ພຣະເຢຊູເຈົ້າ
(ມຣກ 15:16-20; ຢຮ 19:2-3)
27ແລ້ວ​ພວກ​ທະຫານ​ຂອງ​ປີລາດ​ກໍ​ນຳ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເດີ່ນ​ບ້ານ​ຂອງ​ຜູ້​ປົກຄອງ ແລະ​ໃຫ້​ທະຫານ​ທັງ​ກອງຮ້ອຍ​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ. 28ພວກເຂົາ​ດຶງ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ອອກ ແລະ​ເອົາ​ເສື້ອຄຸມ​ສີແດງ​ສົດ​ມາ​ນຸ່ງ​ໃຫ້​ພຣະອົງ. 29ພວກເຂົາ​ໄດ້​ເອົາ​ເຄືອ​ໜາມ​ຖັກ​ເປັນ​ໂຄ້ງ​ແທນ​ມົງກຸດ ສຸບ​ໃສ່​ຫົວ​ຂອງ​ພຣະອົງ ແລະ​ເອົາ​ໄມ້ອໍ້​ໃສ່​ມື​ເບື້ອງ​ຂວາ​ໃຫ້​ພຣະອົງ​ຖື ແລ້ວ​ພວກເຂົາ​ກໍ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ ເວົ້າ​ເຢາະເຢີ້ຍ​ວ່າ, “ຂໍ​ໃຫ້​ກະສັດ​ຂອງ​ຊາດ​ຢິວ ຈົ່ງ​ຊົງ​ພຣະ​ຈະເລີນ​ເທີ້ນ.” 30ພວກເຂົາ​ໄດ້​ຖົ່ມ​ນໍ້າລາຍ​ໃສ່​ພຣະອົງ ແລະ​ດຶງ​ເອົາ​ໄມ້ອໍ້​ທີ່​ພຣະອົງ​ຖື​ນັ້ນ ມາ​ຕີ​ຫົວ​ຂອງ​ພຣະອົງ. 31ເມື່ອ​ເຢາະເຢີ້ຍ​ພຣະອົງ​ແລ້ວ ພວກເຂົາ​ຈຶ່ງ​ໄດ້​ຖອດ​ເສື້ອຄຸມ​ອອກ ແລະ​ໄດ້​ເອົາ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ມາ​ນຸ່ງ​ໃຫ້​ພຣະອົງ​ຄືນ ແລ້ວ​ພວກເຂົາ​ກໍ​ພາ​ພຣະອົງ​ອອກ​ໄປ ເພື່ອ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.
ພຣະເຢຊູເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ
(ມຣກ 15:21-32; ລກ 23:26-43; ຢຮ 19:17-27)
32ຂະນະທີ່​ກຳລັງ​ອອກ​ໄປ​ນັ້ນ ພວກເຂົາ​ໄດ້​ພົບ​ຊາຍ​ຊາວ​ກີເຣເນ​ຄົນ​ໜຶ່ງ​ຊື່​ວ່າ ຊີໂມນ, ຈຶ່ງ​ເກນ​ລາວ​ໃຫ້​ແບກ​ໄມ້ກາງແຂນ​ຂອງ​ພຣະເຢຊູເຈົ້າ. 33ເມື່ອ​ມາ​ເຖິງ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ ໂຄລະໂຄທາ ຊຶ່ງ​ໝາຍຄວາມວ່າ, “ບ່ອນ​ທີ່​ມີ​ກະໂຫລກ​ຫົວ.” 34ພວກເຂົາ​ໄດ້​ເອົາ​ເຫຼົ້າ​ອະງຸ່ນ​ສົ້ມ ປະສົມ​ກັບ​ນໍ້າບີ​ໃຫ້​ພຣະອົງ​ດື່ມ, ແຕ່​ເມື່ອ​ຊີມ​ເບິ່ງ​ແລ້ວ​ພຣະອົງ​ບໍ່​ຍອມ​ດື່ມ. 35ເມື່ອ​ໄດ້​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ແລ້ວ ພວກເຂົາ​ກໍໄດ້​ແບ່ງປັນ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ໂດຍ​ໃຊ້​ສະຫລາກ. 36ຫລັງຈາກ​ນັ້ນ ກໍ​ພາກັນ​ນັ່ງ​ຢູ່​ທີ່​ນັ້ນ ເພື່ອ​ເຝົ້າ​ເບິ່ງ​ພຣະອົງ. 37ຢູ່​ເທິງ​ຫົວ​ຂອງ​ພຣະອົງ ພວກເຂົາ​ໄດ້​ເອົາ​ປ້າຍ​ຄຳ​ກ່າວໂທດ​ຕອກ​ຕິດ​ໃສ່​ໄວ້​ໂດຍ​ມີ​ຂໍ້​ຂຽນ​ວ່າ, “ຜູ້​ນີ້​ແມ່ນ​ເຢຊູ ກະສັດ​ຂອງ​ຊາດ​ຢິວ.” 38ໃນຂະນະ​ດຽວກັນ​ນັ້ນ ກໍໄດ້​ຄຶງ​ໂຈນ​ສອງ​ຄົນ​ໃສ່​ໄມ້ກາງແຂນ​ໄວ້​ກັບ​ພຣະອົງ ເບື້ອງຂວາ​ຄົນ​ໜຶ່ງ ແລະ​ເບື້ອງຊ້າຍ​ຄົນ​ໜຶ່ງ.
39ຝ່າຍ​ປະຊາຊົນ​ທີ່​ຜ່ານ​ໄປມາ​ນັ້ນ​ສັ່ນ​ຫົວ ແລະ​ກ່າວ​ໝິ່ນປະໝາດ​ໃສ່​ພຣະອົງ​ວ່າ, 40“ເຮີຍ ເຈົ້າ​ຜູ້​ທີ່​ມ້າງ​ພຣະວິຫານ ແລະ​ສ້າງ​ໃໝ່​ໃນ​ສາມ​ວັນ ຖ້າ​ເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ແທ້ ຊ່ວຍ​ຕົນເອງ​ແມ ຈົ່ງ​ລົງ​ມາ​ຈາກ​ໄມ້ກາງແຂນ​ເບິ່ງດູ.”
41ໃນທຳນອງ​ດຽວກັນ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ​ກັບ​ພວກ​ເຖົ້າແກ່ ກໍໄດ້​ເວົ້າ​ໝິ່ນປະໝາດ​ພຣະອົງ​ວ່າ, 42“ລາວ​ຊ່ວຍ​ຄົນອື່ນ​ໄດ້ ແຕ່​ລາວ​ຊ່ວຍ​ຕົນເອງ​ບໍ່ໄດ້ ຖ້າ​ລາວ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ, ໃຫ້​ລາວ​ລົງ​ຈາກ​ໄມ້ກາງແຂນ​ດຽວ​ນີ້ ແລ້ວ​ພວກເຮົາ​ຈະ​ເຊື່ອ​ໃນ​ລາວ 43ລາວ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ແລະ​ໄດ້​ອ້າງ​ຕົນ​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ເບິ່ງດູ​ວ່າ ພຣະເຈົ້າ​ຈະ​ພໍພຣະໄທ​ຊ່ວຍ​ລາວ​ໃຫ້​ພົ້ນ​ດຽວ​ນີ້​ຫລື​ບໍ່.”
44ແມ່ນແຕ່​ໂຈນ​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ກັບ​ພຣະອົງ ກໍ​ເວົ້າ​ໝິ່ນປະໝາດ​ພຣະອົງ​ເໝືອນກັນ.
ພຣະເຢຊູເຈົ້າ​ຊົງ​ສິ້ນພຣະຊົນ
(ມຣກ 15:33-41; ລກ 23:44-49; ຢຮ 19:28-30)
45ຕັ້ງແຕ່​ເວລາ​ທ່ຽງ​ວັນ ທົ່ວ​ແຜ່ນດິນ​ກໍ​ເກີດ​ມືດມົວ​ເປັນ​ເວລາ​ສາມ​ຊົ່ວໂມງ. 46ພໍ​ເຖິງ​ບ່າຍ​ສາມ​ໂມງ ພຣະເຢຊູເຈົ້າ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ເອລີ ເອລີ ແລມາ ສາບັກທານີ?” ຊຶ່ງ​ແປ​ວ່າ, “ພຣະເຈົ້າ​ຂອງ​ຂ້ານ້ອຍ, ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ, ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ​ເສຍ?”
47ມີ​ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່ນັ້ນ ເມື່ອ​ໄດ້ຍິນ​ພຣະອົງ​ຈຶ່ງ​ເວົ້າ​ວ່າ, “ລາວ​ຮ້ອງ​ຫາ​ເອລີຢາ.” 48ໃນ​ທັນໃດນັ້ນ ມີ​ຄົນ​ໜຶ່ງ​ໃນ​ພວກເຂົາ ໄດ້​ແລ່ນ​ໄປ​ເອົາ​ຟອງນໍ້າ​ຈຸ່ມ​ໃສ່​ເຫຼົ້າ​ອະງຸ່ນ​ສົ້ມ, ສຽບ​ໃສ່​ປາຍ​ໄມ້ອໍ້ ແລະ​ຍື່ນໃຫ້​ພຣະອົງ​ດື່ມ.
49ແຕ່​ຄົນອື່ນ​ເວົ້າ​ວ່າ, “ຄອຍ​ຖ້າ​ກ່ອນ ຖ້າ​ເບິ່ງ​ວ່າ​ເອລີຢາ​ຈະ​ມາ​ຊ່ວຍ​ລາວ​ໃຫ້​ພົ້ນ​ຫລື​ບໍ່.”
50ພຣະເຢຊູເຈົ້າ​ໄດ້​ຮ້ອງ​ສຽງດັງ​ອີກເທື່ອໜຶ່ງ ແລ້ວ​ກໍ​ສິ້ນ​ລົມຫາຍໃຈ.
51ແລ້ວ​ຜ້າກັ້ງ​ໃນ​ພຣະວິຫານ ກໍໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ​ແຕ່​ເທິງ​ຮອດ​ລຸ່ມ ແຜ່ນດິນ​ກໍ​ສະທ້ານ​ຫວັ່ນໄຫວ ແລະ​ໂງ່ນຫີນ​ກໍ​ແຕກ​ອອກ​ເປັນ​ປ່ຽງໆ 52ອຸບມຸງ​ຝັງສົບ​ທັງຫລາຍ​ໄດ້​ໄຂ​ອອກ ແລ້ວ​ສົບ​ໄພ່ພົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ທີ່​ຕາຍໄປ​ແລ້ວ ກໍ​ຄືນ​ສູ່​ຊີວິດ 53ຫລັງຈາກ​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເຂົາ​ທັງຫລາຍ​ຈຶ່ງ​ໄດ້​ອອກ​ຈາກ​ອຸບມຸງ ແລະ​ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ສັກສິດ ແລະ​ປາກົດ​ໃຫ້​ຫລາຍ​ຄົນ​ໄດ້​ເຫັນ.
54ເມື່ອ​ນາຍ​ທະຫານ​ກັບ​ພວກ​ທະຫານ​ທີ່​ເຝົ້າ​ພຣະເຢຊູເຈົ້າ ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ ແລະ​ເຫດການ​ທັງໝົດ​ທີ່​ເກີດຂຶ້ນ​ນັ້ນ ພວກເຂົາ​ກໍ​ສະທ້ານ​ຢ້ານກົວ​ຫລາຍ ຈຶ່ງ​ເວົ້າ​ວ່າ, “ເພິ່ນ​ແມ່ນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້ຈິງ.”
55ໃນ​ທີ່ນັ້ນ ມີ​ແມ່ຍິງ​ຫລາຍ​ຄົນ​ເບິ່ງ​ຢູ່​ຫ່າງໆ ແມ່ຍິງ​ເຫຼົ່ານີ້​ໄດ້​ຕິດຕາມ​ພຣະເຢຊູເຈົ້າ ແລະ​ບົວລະບັດ​ພຣະອົງ ມາ​ແຕ່​ແຂວງ​ຄາລີເລ. 56ໃນ​ພວກ​ແມ່ຍິງ​ເຫຼົ່ານີ້​ມີ: ມາຣີ​ໄທ​ມັກດາລາ, ມາຣີ​ຜູ້​ເປັນ​ແມ່​ຂອງ​ຢາໂກໂບ ແລະ ໂຢເຊັບ ແລະ​ເມຍ​ຂອງ​ເຊເບດາຍ.
ການ​ວາງ​ພຣະສົບ​ພຣະເຢຊູເຈົ້າ
(ມຣກ 15:42-47; ລກ 23:50-56; ຢຮ 19:38-42)
57ເມື່ອ​ເຖິງ​ຕອນ​ຄໍ່າ ຊາຍ​ຮັ່ງມີ​ຄົນ​ໜຶ່ງ​ຈາກ​ບ້ານ​ອາຣີມາທາຍ​ກໍ​ມາ​ເຖິງ ລາວ​ຊື່​ວ່າ​ໂຢເຊັບ ແລະ​ເປັນ​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະເຢຊູເຈົ້າ​ເໝືອນກັນ. 58ທ່ານ​ຜູ້​ນີ້​ໄດ້​ໄປ​ຫາ​ປີລາດ ເພື່ອ​ຂໍ​ເອົາ​ພຣະສົບ​ຂອງ​ພຣະເຢຊູເຈົ້າ, ປີລາດ​ຈຶ່ງ​ໄດ້​ສັ່ງ​ໃຫ້​ເຂົາ ມອບ​ພຣະສົບ​ຂອງ​ພຣະອົງ​ນັ້ນ​ໃຫ້​ແກ່​ລາວ. 59ເມື່ອ​ໂຢເຊັບ​ໄດ້​ຮັບ​ເອົາ​ພຣະສົບ​ລົງ​ແລ້ວ ກໍ​ໃຊ້​ຜ້າປ່ານ​ໃໝ່​ອ່ຽມ​ຫໍ່​ພຣະສົບ​ໄວ້, 60ແລະ ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ຂອງຕົນ ຊຶ່ງ​ຫາ​ກໍ​ເຈາະ​ໄວ້​ໃນ​ໂງ່ນຫີນ ແລະ​ເມື່ອ​ກື່ງ​ກ້ອນຫີນ​ຂະໜາດ​ໃຫຍ່ ອັດ​ປາກ​ອຸບມຸງ​ໄວ້​ແລ້ວ ລາວ​ກໍ​ໜີໄປ. 61ມາຣີ​ໄທ​ມັກດາລາ ກັບ​ມາຣີ​ຄົນ​ໜຶ່ງ​ອີກ ກໍ​ນັ່ງ​ຢູ່​ທີ່​ນັ້ນ​ຕໍ່ໜ້າ​ອຸບມຸງ.
ທະຫານ​ເຝົ້າ​ຍາມ​ອຸບມຸງ
62ວັນ​ຕໍ່ມາ​ເປັນ​ວັນ​ຊະບາໂຕ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ຟາຣີຊາຍ​ໄດ້​ໄປ​ພົບ​ປີລາດ 63ແລະ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້າພະເຈົ້າ​ຈື່​ໄດ້​ວ່າ ເມື່ອ​ຄົນ​ຫລອກລວງ​ຜູ້​ນັ້ນ​ຍັງ​ມີ​ຊີວິດ​ຢູ່ ໄດ້​ເວົ້າ​ວ່າ, ‘ຫລັງຈາກ​ສາມ​ວັນ​ແລ້ວ ເຮົາ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.’ 64ດ້ວຍເຫດນັ້ນ ຂໍ​ທ່ານ​ຈົ່ງ​ອອກ​ຄຳສັ່ງ​ໃຫ້​ວາງ​ມາດຕະການ ເຝົ້າຍາມ​ອຸບມຸງ​ຢ່າງ​ເຂັ້ມງວດ ຈົນເຖິງ​ວັນ​ທີ​ສາມ ຢ້ານ​ວ່າ​ພວກ​ສາວົກ​ຂອງ​ລາວ​ຈະ​ມາ​ລັກ​ເອົາ​ສົບ​ນັ້ນ​ໄປ ແລະ​ມາ​ບອກ​ປະຊາຊົນ​ວ່າ ລາວ​ເປັນ​ຄືນ​ມາ​ຈາກ​ຕາຍ ການ​ຫລອກລວງ​ຄັ້ງ​ສຸດທ້າຍ​ນີ້ ຈະ​ຮ້າຍແຮງ​ຍິ່ງ​ກວ່າ​ຄັ້ງ​ທຳອິດ.”
65ປີລາດ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ພວກທ່ານ​ມີ​ທະຫານ​ຍາມ ຈົ່ງ​ເອົາ​ໄປ​ຍາມ​ອຸບມຸງ​ໃຫ້​ດີ ຕາມ​ຄວາມ​ເຫັນ​ຂອງ​ພວກທ່ານ.”
66ດັ່ງນັ້ນ ຄົນ​ເຫຼົ່ານີ້​ຈຶ່ງ​ຈາກ​ໄປ ແລະ​ໄດ້​ຈັດ​ວາງ​ຄົນເຝົ້າຍາມ​ອຸບມຸງ​ໄວ້​ຢ່າງ​ເຂັ້ມແຂງ ພ້ອມ​ທັງ​ຕີຕາ​ປະທັບ​ໃສ່​ກ້ອນຫີນ​ໄວ້​ດ້ວຍ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in