“ວິບັດແກ່ເຈົ້າ ພວກທຳມະຈານແລະພວກຟາຣີຊາຍເອີຍ ຄົນໜ້າຊື່ໃຈຄົດ. ດ້ວຍວ່າ, ພວກເຈົ້າແບ່ງຜັກຫອມລາບ, ຜັກຊີ ແລະຂີ້ໝິ້ນເປັນສິບສ່ວນ ເອົາສ່ວນໜຶ່ງເປັນຂອງຖວາຍ ແຕ່ສ່ວນຂໍ້ສຳຄັນຂອງກົດບັນຍັດ ຄືຄວາມຍຸດຕິທຳ, ຄວາມເມດຕາ, ຄວາມສັດຊື່ນັ້ນໄດ້ປະເສຍ ແມ່ນສິ່ງເຫຼົ່ານີ້ແຫຼະ ທີ່ພວກເຈົ້າຄວນປະຕິບັດຢູ່ໂດຍບໍ່ຕ້ອງປະຖິ້ມສິ່ງອື່ນນັ້ນ.