ເມື່ອນັ້ນ ພວກເຈົ້າຈະຖືກຈັບໄປທໍລະມານ ແລະຖືກນຳໄປປະຫານຊີວິດ ຄົນທຸກຊາດຈະກຽດຊັງພວກເຈົ້າ ເພາະເຫັນແກ່ນາມຊື່ຂອງເຮົາ. ໃນເວລານັ້ນ ຫລາຍຄົນຈະປະຖິ້ມຄວາມເຊື່ອຂອງຕົນ, ຈະຫັກຫລັງກັນແລະກັນ ຈະກຽດຊັງຊຶ່ງກັນແລະກັນ. ແລ້ວຜູ້ທຳນວາຍປອມຫລາຍຄົນກໍຈະເກີດຂຶ້ນ ເພື່ອຫລອກລວງຫລາຍຄົນໃຫ້ຫລົງເສຍໄປ.