YouVersion Logo
Search Icon

ມັດທາຍ 23

23
ພຣະເຢຊູເຈົ້າ​ເຕືອນ​ໃຫ້​ລະວັງ​ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ
(ມຣກ 12:38-40; ລກ 11:43,46; 20:45-46)
1ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ປະຊາຊົນ ແລະ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, 2“ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ ມີ​ຄວາມ​ຊຳນິ​ຊຳນານ​ທາງ​ດ້ານ​ກົດບັນຍັດ​ຂອງ​ໂມເຊ. 3ສະນັ້ນ ພວກເຈົ້າ​ຈົ່ງ​ເຊື່ອຟັງ ແລະ​ເຮັດ​ຕາມ​ທຸກສິ່ງ​ທີ່​ພວກເຂົາ​ບອກ, ແຕ່​ຢ່າ​ຮຽນ​ແບບ​ການ​ກະທຳ​ຂອງ​ພວກເຂົາ ເພາະ​ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ທີ່​ພວກເຂົາ​ໄດ້​ສອນ​ໄວ້. 4ພວກເຂົາ​ມັດ​ຂອງ​ໜັກ​ມາ​ວາງ​ເທິງ​ບ່າ​ຂອງ​ປະຊາຊົນ, ສ່ວນ​ພວກເຂົາ​ແລ້ວ ແມ່ນແຕ່​ນິ້ວກ້ອຍ​ກໍ​ບໍ່​ຍອມ​ຈັບ​ຍົກ​ໄປ. 5ພວກເຂົາ​ເຮັດ​ທຸກໆ​ຢ່າງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ມີ​ແອບ​ໜັງ​ທີ່​ບັນຈຸ​ຂໍ້​ພຣະຄຳພີ​ມັດ​ໄວ້​ທີ່​ໜ້າຜາກ ແລະ​ທີ່​ແຂນ​ຂອງ​ພວກເຂົາ ສ່ວນ​ຍອຍ​ແຄມ​ເສື້ອຄຸມ ຂອງ​ພວກເຂົາ​ກໍ​ເຮັດ​ໃຫ້​ຍາວ​ອອກ​ໄປ 6ພວກເຂົາ​ມັກ​ນັ່ງ​ບ່ອນ​ອັນ​ມີ​ກຽດ​ໃນ​ງານ​ກິນລ້ຽງ​ຕ່າງໆ ແລະ​ນັ່ງ​ໃນ​ທຳມະສາລາ, 7ພວກເຂົາ​ມັກ​ໃຫ້​ຄົນ​ຄຳນັບ​ໃນ​ກາງ​ຕະຫລາດ ແລະ​ໃຫ້​ຄົນ​ເອີ້ນ​ຕົນ​ວ່າ, ‘ທ່ານ​ອາຈານ.’ 8ແຕ່​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ທ່ານ​ອາຈານ’ ເພາະ​ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ ແລະ ມີ​ອາຈານ​ແຕ່​ຜູ້​ດຽວ. 9ຢ່າ​ເອີ້ນ​ຜູ້ໃດ​ເທິງ​ແຜ່ນດິນ​ໂລກ​ນີ້​ວ່າ, ‘ບິດາ’ ເພາະ​ພວກເຈົ້າ​ມີ​ພຣະບິດາເຈົ້າ​ອົງ​ດຽວ​ໃນ​ສະຫວັນ. 10ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ພວກເຈົ້າ​ວ່າ, ‘ນາຍ’ ເພາະ​ນາຍ​ຜູ້​ດຽວ​ຂອງ​ພວກເຈົ້າ​ຄື​ພຣະຄຣິດ. 11ຜູ້​ເປັນ​ໃຫຍ່​ທີ່ສຸດ​ໃນ​ພວກເຈົ້າ​ນັ້ນ ຕ້ອງ​ເປັນ​ຜູ້ຮັບໃຊ້​ພວກເຈົ້າ. 12ຜູ້ໃດ​ທີ່​ຍົກ​ຕົວ​ຂຶ້ນ ຜູ້​ນັ້ນ​ຈະ​ຖືກ​ລົດ​ໃຫ້​ນ້ອຍ​ລົງ ແລະ​ຜູ້ໃດ​ທີ່​ຖ່ອມຕົວ​ລົງ ຜູ້​ນັ້ນ​ຈະ​ຖືກ​ຍົກ​ຂຶ້ນ.”
ພຣະເຢຊູເຈົ້າ​ປະນາມ​ຄວາມ​ໜ້າຊື່​ໃຈຄົດ​ຂອງ​ພວກເຂົາ
(ມຣກ 12:40; ລກ 11:39-42,44,52; 20:47)
13“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [14ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ ແລະ ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ສໍ້ໂກງ​ເອົາ​ສິ່ງຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ​ແກ້ງ​ອະທິຖານ​ຢ່າງ​ຍືດຍາວ ໂທດ​ຂອງ​ຄົນ​ເຫຼົ່ານີ້​ແມ່ນ​ໜັກ​ທີ່ສຸດ.”]
15“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ເດີນທາງ​ບົກ​ແລະ​ທາງ​ນໍ້າ, ເພື່ອ​ຈະ​ໄດ້​ຄົນ​ຜູ້ໜຶ່ງ​ມາ​ເຂົ້າ​ສາສະໜາ ແລະ​ເມື່ອ​ໄດ້​ເຂົ້າ​ແລ້ວ ເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ ສົມ​ກັບ​ຕົກ​ນະຣົກ​ຫລາຍກວ່າ​ເຈົ້າ​ເອງ​ເຖິງ​ສອງ​ເທົ່າ.”
16“ວິບັດ​ແກ່​ເຈົ້າ ພວກ​ຜູ້ນຳ​ທາງ​ຕາບອດ​ທີ່​ສອນ​ວ່າ, ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ພຣະວິຫານ ຄຳ​ສາບານ​ຂອງ​ລາວ​ກໍ​ບໍ່ມີ​ຂໍ້​ຜູກ​ມັດ, ແຕ່​ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ຄຳ​ໃນ​ພຣະວິຫານ ຜູ້ນັ້ນ​ຕ້ອງ​ເຮັດ​ຕາມ​ຄຳ​ທີ່​ຕົນ​ໄດ້​ສາບານ​ໄວ້.’ 17ພວກ​ຕາບອດ​ທີ່​ໂງ່ຈ້າ​ເອີຍ ສິ່ງໃດ​ທີ່​ສຳຄັນ​ກວ່າ​ກັນ ຄຳ​ຫລື​ພຣະວິຫານ ທີ່​ເຮັດ​ໃຫ້​ຄຳ​ນັ້ນ​ສັກສິດ? 18ພວກເຈົ້າ​ຍັງ​ສອນ​ວ່າ ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ ຄຳ​ສາບານ​ຂອງ​ລາວ​ກໍ​ບໍ່ມີ​ຂໍ້​ຜູກ​ມັດ, ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ສາບານ​ໂດຍ​ອ້າງ​ໃສ່​ເຄື່ອງ​ຖວາຍ​ເທິງ​ແທ່ນບູຊາ ລາວ​ຈະ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້.’ 19ພວກ​ຄົນ​ຕາບອດ​ເອີຍ ສິ່ງໃດ​ທີ່​ສຳຄັນ​ກວ່າ​ກັນ ເຄື່ອງ​ຖະຫວາຍ​ຫລື​ວ່າ​ແທ່ນບູຊາ​ທີ່​ເຮັດ​ໃຫ້​ເຄື່ອງ​ຖວາຍ​ນັ້ນ​ສັກສິດ? 20ເຫດສະນັ້ນ ເມື່ອ​ຄົນ​ໜຶ່ງ​ສາບານ​ໃສ່​ແທ່ນບູຊາ ລາວ​ກໍ​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ​ກັບ​ເຄື່ອງ​ຖວາຍ​ທັງໝົດ ທີ່​ຢູ່​ເທິງ​ແທ່ນບູຊາ​ນັ້ນ​ເໝືອນກັນ 21ແລະ ເມື່ອ​ຄົນ​ໜຶ່ງ​ສາບານ​ໂດຍ​ອ້າງ​ໃສ່​ພຣະວິຫານ ລາວ​ກໍ​ສາບານ​ໂດຍ​ອ້າງ​ໃສ່​ພຣະວິຫານ ແລະ​ໃສ່​ພຣະເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ເໝືອນກັນ, 22ແລະ​ເມື່ອ​ຄົນ​ໜຶ່ງ​ສາບານ​ໂດຍ​ອ້າງ​ໃສ່​ສະຫວັນ ລາວ​ກໍ​ສາບານ​ໂດຍ​ອ້າງ​ໃສ່​ບັນລັງ​ຂອງ​ພຣະເຈົ້າ ແລະ​ໃສ່​ພຣະອົງ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ​ເໝືອນກັນ.”
23“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ພວກເຈົ້າ​ແບ່ງ​ຜັກ​ຫອມ​ລາບ, ຜັກຊີ ແລະ​ຂີ້ໝິ້ນ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ເປັນ​ຂອງ​ຖວາຍ ແຕ່​ສ່ວນ​ຂໍ້​ສຳຄັນ​ຂອງ​ກົດບັນຍັດ ຄື​ຄວາມ​ຍຸດຕິທຳ, ຄວາມ​ເມດຕາ, ຄວາມ​ສັດຊື່​ນັ້ນ​ໄດ້​ປະ​ເສຍ ແມ່ນ​ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພວກເຈົ້າ​ຄວນ​ປະຕິບັດ​ຢູ່​ໂດຍ​ບໍ່​ຕ້ອງ​ປະຖິ້ມ​ສິ່ງ​ອື່ນ​ນັ້ນ. 24ພວກ​ຜູ້ນຳ​ຕາບອດ​ເອີຍ ພວກເຈົ້າ​ນັ້ນ​ເອົາ​ແມງມີ່​ອອກ ແຕ່​ກືນ​ກິນ​ອູດ​ທັງ​ໂຕ.”
25“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ລ້າງ​ຖ້ວຍ​ຊາມ​ໃຫ້​ສະອາດ​ແຕ່​ຂ້າງ​ນອກ ສ່ວນ​ຂ້າງ​ໃນ​ແລ້ວ​ເຕັມ​ໄປ​ແຕ່​ການ​ຂູ່ເຂັນ​ເອົາ ແລະ​ການ​ເຫັນແກ່ຕົວ. 26ຄົນ​ຟາຣີຊາຍ​ຕາບອດ​ເອີຍ ຈົ່ງ​ລ້າງ​ຖ້ວຍ​ຊາມ​ຂ້າງ​ໃນ​ກ່ອນ ເພື່ອ​ຂ້າງ​ນອກ​ຈະ​ສະອາດ​ເໝືອນກັນ.”
27“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ເປັນ​ເໝືອນ​ອຸບມຸງ​ຝັງສົບ​ທີ່​ທາ​ດ້ວຍ​ປູນຂາວ ຊຶ່ງ​ເບິ່ງ​ຂ້າງ​ນອກ​ງົດງາມ, ແຕ່​ຂ້າງ​ໃນ​ແລ້ວ​ພັດ​ເຕັມ​ໄປ​ດ້ວຍ​ກະດູກ​ຄົນ​ຕາຍ ແລະ​ສິ່ງ​ສາລະພັດ​ຂີ້ດຽດ​ສົກກະປົກ. 28ພວກເຈົ້າ​ກໍ​ເປັນ​ຢ່າງ​ດຽວກັນ​ນັ້ນ​ແຫຼະ ຄົນ​ເບິ່ງ​ພວກເຈົ້າ​ພາຍນອກ​ຄື​ເປັນ​ຄົນ​ຊອບທຳ ແຕ່​ພາຍໃນ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ໜ້າຊື່​ໃຈຄົດ ແລະ​ການບາບ.”
ພຣະເຢຊູເຈົ້າ​ກ່າວ​ລ່ວງໜ້າ​ເຖິງ​ໂທດກຳ​ຂອງ​ພວກເຂົາ
(ລກ 11:47-51)
29“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ສ້າງ​ອຸບມຸງ​ຝັງສົບ​ໃຫ້​ພວກ​ຜູ້ທຳນວາຍ ແລະ​ຕົບແຕ່ງ​ອຸບມຸງ​ຝັງສົບ​ຂອງ​ຄົນ​ສິນທຳ​ໃຫ້​ງົດງາມ. 30ແລະ​ກ່າວ​ອ້າງ​ໃສ່​ວ່າ ‘ຖ້າ​ພວກເຮົາ​ໄດ້​ຢູ່​ໃນ​ສະໄໝ​ບັນພະບຸລຸດ​ຂອງເຮົາ​ນັ້ນ ກໍ​ຄົງ​ຈະ​ບໍ່ມີ​ສ່ວນ​ກັບ​ພວກເຂົາ​ໃນ​ການ​ຂ້າ​ພວກ​ຜູ້ທຳນວາຍ.’ 31ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເປັນ​ພະຍານ​ວ່າ ພວກເຈົ້າ​ເປັນ​ເຊື້ອສາຍ​ຂອງ​ຄາດຕະກອນ ທີ່​ຂ້າ​ພວກ​ຜູ້ທຳນວາຍ​ເຫຼົ່ານັ້ນ. 32ເຫດສະນັ້ນ ຈົ່ງ​ເຮັດ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ​ນັ້ນ ໃຫ້​ສຳເລັດ​ຄົບຖ້ວນ​ສາ. 33ພວກ​ຊາດ​ງູ ແນວ​ງູ​ຮ້າຍ​ເອີຍ ພວກເຈົ້າ​ຈະ​ໜີ​ພົ້ນ​ຈາກ​ໂທດ​ແຫ່ງ​ໄຟ​ນະຣົກ​ໄດ້​ຢ່າງ​ໃດ? 34ເພາະສະນັ້ນ ເຮົາ​ຈຶ່ງ​ໃຊ້​ພວກ​ຜູ້ທຳນວາຍ, ພວກ​ຜູ້​ມີ​ປັນຍາ ແລະ​ທຳມະຈານ​ທັງຫລາຍ​ມາ​ຫາ​ພວກເຈົ້າ, ເພື່ອ​ພວກເຈົ້າ​ຈະ​ຂ້າ​ບາງຄົນ​ແດ່, ຄຶງ​ບາງຄົນ​ທີ່​ໄມ້ກາງແຂນ​ແດ່, ຂ້ຽນຕີ​ບາງຄົນ​ໃນ​ທຳມະສາລາ​ຂອງ​ພວກເຈົ້າ​ແດ່ ແລະ​ຂົ່ມເຫັງ​ພວກເຂົາ​ໄລ່​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ​ແດ່. 35ດັ່ງນັ້ນ ໂທດກຳ​ສຳລັບ​ການ​ຂ້າ​ທຸກຄົນ​ທີ່​ບໍ່ມີ​ຄວາມຜິດ​ນັ້ນ ຈະ​ຕົກ​ຖືກ​ພວກເຈົ້າ ນັບ​ແຕ່​ການ​ຂ້າ​ອາເບັນ​ຜູ້​ບໍ່ມີ​ຄວາມຜິດ ຈົນເຖິງ​ການ​ຂ້າ​ເຊກາຣີຢາ ລູກຊາຍ​ຂອງ​ເບເຣກີຢາ ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ພຣະວິຫານ​ແລະ​ແທ່ນບູຊາ. 36ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຫດການ​ເຫຼົ່ານີ້​ຈະ​ຕົກ​ຖືກ​ຄົນ​ໃນ​ສະໄໝ​ນີ້.”
ພຣະເຢຊູເຈົ້າ​ເສຍໃຈ​ຍ້ອນ​ນະຄອນ​ເຢຣູຊາເລັມ
(ລກ 13:34-35)
37“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ. 38ເບິ່ງແມ! ພຣະວິຫານ​ຂອງ​ພວກເຈົ້າ​ໄດ້​ຖືກ​ປະຖິ້ມ​ໃຫ້​ຮ້າງເປົ່າ​ຢ່າງ​ໝົດສິ້ນ. 39ຕັ້ງແຕ່​ນີ້​ຕໍ່ໄປ ເຮົາ​ບອກ​ພວກເຈົ້າ​ວ່າ, ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ​ຈົນກວ່າ​ພວກເຈົ້າ​ອອກ​ປາກ​ເວົ້າ​ວ່າ, ‘ຂໍ​ພຣະເຈົ້າ​ອວຍພອນ​ທ່ານ ຜູ້​ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້ເປັນເຈົ້າ.”’

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in