ຈົ່ງເອົາເງິນຫລຽນທີ່ໃຊ້ເສຍພາສີນັ້ນ ມາໃຫ້ເຮົາເບິ່ງດູ.”
ພວກເຂົາຈຶ່ງນຳເອົາເງິນຫລຽນໜຶ່ງມາໃຫ້ພຣະອົງ ແລ້ວພຣະອົງກໍຖາມພວກເຂົາວ່າ, “ຮູບແລະຄຳຈາລຶກນີ້ ເປັນຂອງຜູ້ໃດ?”
ພວກເຂົາຕອບວ່າ, “ເປັນຂອງກາຍຊາ.”
ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເຂົາວ່າ, “ເຫດສະນັ້ນ ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ ສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍໃຫ້ແກ່ພຣະເຈົ້າ.”