ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານໃນພຣະຄຳພີບໍ? ໃນຕອນທີ່ກ່າວວ່າ,
‘ຫີນທີ່ນາຍຊ່າງກໍ່ໄດ້ໂຍນຖິ້ມແລ້ວ
ເພາະຖືວ່າໄຮ້ຄ່າ
ກໍກາຍເປັນຫີນເສົາເອກ
ສຳຄັນກວ່າໝູ່ໝົດ.
ເລື່ອງນີ້ມາຈາກອົງພຣະຜູ້ເປັນເຈົ້າ
ຜູ້ຊຶ່ງເປັນການປະຫລາດ
ແກ່ຕາຂອງພວກເຮົາ.”’