1
ມັດທາຍ 2:11
ພຣະຄຳພີສັກສິ
ເມື່ອພວກເຂົາເຂົ້າໄປໃນເຮືອນແລ້ວ ກໍໄດ້ເຫັນກຸມມານ ແລະ ມາຣີແມ່ຂອງເພິ່ນ, ແລ້ວພວກເຂົາຈຶ່ງກົ້ມລົງຂາບໄຫວ້ນະມັດສະການກຸມມານນັ້ນ ແລ້ວກໍໄຂຫີບເອົາຊັບຂອງພວກເຂົາອອກມາຖວາຍແກ່ກຸມມານມີດັ່ງນີ້: ຄຳ, ກຳຍານ ແລະ ຢາງໄມ້ຫອມ.
Compare
Explore ມັດທາຍ 2:11
2
ມັດທາຍ 2:1-2
ພຣະເຢຊູເຈົ້າໄດ້ເກີດທີ່ເມືອງເບັດເລເຮັມ ແຂວງຢູດາຍໃນສະໄໝທີ່ເຮໂຣດເປັນກະສັດ. ເບິ່ງແມ! ມີພວກໂຫຣາຈານໄດ້ມາຈາກທິດຕາເວັນອອກໄປທີ່ນະຄອນເຢຣູຊາເລັມ. ແລະຖາມວ່າ, “ເດັກທີ່ຫາກໍເກີດມາເປັນກະສັດຂອງຊາວຢິວນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນປາກົດຂຶ້ນທາງທິດຕາເວັນອອກ ແລະພວກເຮົາໄດ້ມາເພື່ອຂາບໄຫວ້ນະມັດສະການເພິ່ນ.”
Explore ມັດທາຍ 2:1-2
3
ມັດທາຍ 2:10
ເມື່ອພວກໂຫຣາຈານໄດ້ເຫັນດາວນັ້ນແລ້ວ ກໍມີຄວາມຊົມຊື່ນຍິນດີອັນໃຫຍ່
Explore ມັດທາຍ 2:10
4
ມັດທາຍ 2:12-13
ຕໍ່ມາ ພຣະເຈົ້າໄດ້ເຕືອນພວກເຂົາທາງຄວາມຝັນ ບໍ່ໃຫ້ກັບຄືນໄປຫາເຮໂຣດ. ສະນັ້ນ ພວກເຂົາຈຶ່ງກັບຄືນເມືອບ້ານເມືອງຂອງຕົນເອງຕາມທາງອື່ນ. ເມື່ອໂຫຣາຈານຈາກໄປແລ້ວ ມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ປາກົດໃຫ້ໂຢເຊັບເຫັນທາງຄວາມຝັນ ແລ້ວກ່າວວ່າ, “ຈົ່ງລຸກຂຶ້ນ ໃຫ້ພາກຸມມານກັບແມ່ຂອງເພິ່ນໜີໄປປະເທດເອຢິບ ຈົ່ງຢູ່ໃນທີ່ນັ້ນ ຈົນກວ່າເຮົາບອກເຈົ້າໃຫ້ກັບຄືນມາ ເພາະເຮໂຣດກຳລັງຊອກຫາກຸມມານເພື່ອຈະຂ້າເພິ່ນເສຍ.”
Explore ມັດທາຍ 2:12-13
YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy
Home
Bible
Plans
Videos