ອົງພຣະຜູ້ເປັນເຈົ້າຊົງກ່າວອີກວ່າ,
‘ນີ້ແມ່ນພັນທະສັນຍາ
ທີ່ເຮົາຈະສັນຍາໄວ້ກັບ
ຍາດວົງອິດສະຣາເອນ
ພາຍຫລັງສະໄໝນັ້ນ
ຄືເຮົາຈະບັນຈຸກົດບັນຍັດຂອງເຮົາ
ໄວ້ໃນໃຈຂອງພວກເຂົາ.
ເຮົາຈະຈາລຶກກົດບັນຍັດນັ້ນ
ໄວ້ໃນຫົວໃຈຂອງພວກເຂົາ
ເຮົາຈະເປັນພຣະເຈົ້າຂອງພວກເຂົາ
ແລະຝ່າຍພວກເຂົາຈະເປັນ
ພົນລະເມືອງຂອງເຮົາ.