YouVersion Logo
Search Icon

ເຮັບເຣີ 8

8
ພຣະເຢຊູເຈົ້າ​ຄື​ມະຫາ​ປະໂຣຫິດ​ແຫ່ງ​ພັນທະສັນຍາ​ໃໝ່
1ເລື່ອງ​ທີ່​ເຮົາ​ກຳລັງ​ເວົ້າ​ຢູ່​ນີ້​ມີ​ຂໍ້​ສຳຄັນ ຄື​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້ ຄື​ພຣະ​ມະຫາ​ປະໂຣຫິດ​ຜູ້​ປະທັບ​ຢູ່​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ຜູ້​ຊົງ​ຣິດ​ເດຊາ​ນຸພາບ​ໃນ​ສະຫວັນ. 2ພຣະອົງ​ບົວລະບັດ​ຮັບໃຊ້​ເປັນ​ມະຫາ​ປະໂຣຫິດ​ຢູ່​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ຄື​ຢູ່​ໃນ​ຫໍເຕັນ​ສັກສິດ​ອັນ​ແທ້ຈິງ ຊຶ່ງ​ບໍ່ແມ່ນ​ມະນຸດ​ເປັນ​ຜູ້​ຕັ້ງ​ຂຶ້ນ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້.
3ເພາະວ່າ​ມະຫາ​ປະໂຣຫິດ​ທຸກຄົນ ໄດ້​ຮັບ​ແຕ່ງຕັ້ງ​ເພື່ອ​ໃຫ້​ຖວາຍ​ຂອງ​ທານ ແລະ​ຂ້າ​ສັດ​ບູຊາ​ແກ່​ພຣະເຈົ້າ. ດັ່ງນັ້ນ ມະຫາ​ປະໂຣຫິດ​ຜູ້​ນີ້ ຈຶ່ງ​ຈຳເປັນ​ຕ້ອງ​ມີ​ສິ່ງຂອງ​ຖວາຍ​ແກ່​ພຣະເຈົ້າ​ເໝືອນກັນ. 4ບັດນີ້ ຖ້າ​ພຣະອົງ​ຊົງ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້ ພຣະອົງ​ກໍ​ຈະ​ບໍ່​ຊົງ​ເປັນ​ປະໂຣຫິດ ເພາະວ່າ​ມີ​ປະໂຣຫິດ​ທີ່​ຖວາຍ​ເຄື່ອງຂອງ​ຕ່າງໆ​ຕາມ​ກົດບັນຍັດ​ຢູ່​ແລ້ວ. 5ປະການ​ໜຶ່ງ ປະໂຣຫິດ​ເຫຼົ່ານັ້ນ​ບົວລະບັດ​ເປັນ​ພຽງແຕ່​ແບບ​ແລະ​ເງົາ​ແຫ່ງ​ສະຖານທີ່​ສັກສິດ​ໃນ​ສະຫວັນ. ເໝືອນ​ໂມເຊ, ເມື່ອ​ເພິ່ນ​ຈະ​ຕັ້ງ​ຫໍເຕັນ​ສັກສິດ​ນັ້ນ ພຣະເຈົ້າ​ໄດ້​ຊົງ​ເຕືອນ​ສະຕິ​ເພິ່ນ​ວ່າ, “ເຈົ້າ​ຕ້ອງ​ເຮັດ​ທຸກສິ່ງ ຕາມ​ແບບຢ່າງ​ທີ່​ເຮົາ​ໄດ້​ສຳແດງ​ແກ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.” 6ແຕ່​ພຣະເຢຊູເຈົ້າ​ໄດ້​ຊົງ​ຮັບ​ພາລະກິດ ຊຶ່ງ​ປະເສີດ​ກວ່າ​ຂອງ​ປະໂຣຫິດ​ເຫຼົ່ານັ້ນ ເໝືອນ​ດັ່ງ​ພັນທະສັນຍາ ຊຶ່ງ​ພຣະອົງ​ຊົງ​ເປັນ​ຜູ້​ກາງ​ນັ້ນ ກໍ​ປະເສີດ​ກວ່າ​ພັນທະສັນຍາ​ເດີມ ເພາະວ່າ​ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ພຣະສັນຍາ​ທັງຫລາຍ​ອັນ​ປະເສີດ​ກວ່າ​ເກົ່າ.
7ດ້ວຍວ່າ, ຖ້າ​ພັນທະສັນຍາ​ເດີມ​ນັ້ນ​ບໍ່ມີ​ຂໍ້​ບົກຜ່ອງ​ແລ້ວ ກໍ​ບໍ່​ຈຳເປັນ​ຊອກ​ພັນທະສັນຍາ​ທີ​ສອງ​ມາ​ແທນ. 8ເພາະວ່າ​ພຣະອົງ​ຊົງ​ກ່າວ​ຕິ​ພວກເຂົາ​ວ່າ,
“ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ,
‘ເບິ່ງແມ! ພາຍ​ໜ້າ​ຈະ​ມີ​ຄາວ​ໜຶ່ງ
ທີ່​ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່
ກັບ​ຍາດວົງ​ອິດສະຣາເອນ
ແລະ​ຍາດວົງ​ຢູດາ.
9 ຈະ​ບໍ່​ເໝືອນ​ພັນທະສັນຍາ
ທີ່​ເຮົາ​ໄດ້​ສັນຍາ
ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ
ໃນ​ເມື່ອ​ເຮົາ​ໄດ້​ຈູງ​ມື​ຂອງ​ພວກເຂົາ
ພາ​ອອກ​ມາ​ຈາກ​ປະເທດ​ເອຢິບ.’
ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ,
‘ເຂົາ​ເຫຼົ່ານັ້ນ​ບໍ່ໄດ້​ຕັ້ງ​ຢູ່​ໃນ​ພັນທະສັນຍາ​ຂອງເຮົາ.
ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ສົນໃຈ​ຕໍ່​ພວກເຂົາ.’
10 ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ອີກ​ວ່າ,
‘ນີ້​ແມ່ນ​ພັນທະສັນຍາ
ທີ່​ເຮົາ​ຈະ​ສັນຍາ​ໄວ້​ກັບ​
ຍາດ​ວົງ​ອິດສະຣາເອນ
ພາຍຫລັງ​ສະໄໝ​ນັ້ນ
ຄື​ເຮົາ​ຈະ​ບັນຈຸ​ກົດບັນຍັດ​ຂອງເຮົາ
ໄວ້​ໃນ​ໃຈ​ຂອງ​ພວກເຂົາ.
ເຮົາ​ຈະ​ຈາລຶກ​ກົດບັນຍັດ​ນັ້ນ
ໄວ້​ໃນ​ຫົວໃຈ​ຂອງ​ພວກເຂົາ
ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ
ແລະ​ຝ່າຍ​ພວກເຂົາ​ຈະ​ເປັນ
ພົນລະເມືອງ​ຂອງເຮົາ.
11 ພວກເຂົາ​ຈະ​ບໍ່​ສອນ​ເພື່ອນບ້ານ
ແລະ​ພີ່ນ້ອງ​ຂອງຕົນ​ແຕ່ລະຄົນ​ວ່າ,
“ຈົ່ງ​ຮູ້ຈັກ​ອົງພຣະ​ຜູ້​ເປັນເຈົ້າ”
ເພາະ​ພວກເຂົາ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ
ຕັ້ງແຕ່​ຜູ້ນ້ອຍ​ທີ່ສຸດ
ຈົນເຖິງ​ຜູ້ໃຫຍ່​ທີ່ສຸດ.
12 ເພາະ​ເຮົາ​ຈະ​ກະລຸນາ​ຕໍ່​ການ​ອະທຳ
ຂອງ​ພວກເຂົາ
ແລະ​ການ​ຜິດບາບ​ຂອງ​ພວກເຂົາ
ເຮົາ​ຈະ​ບໍ່​ຈົດຈຳ​ຕໍ່ໄປ.”’
13ເມື່ອ​ພຣະອົງ​ຊົງ​ກ່າວ​ວ່າ, “ພັນທະສັນຍາ​ໃໝ່” ກໍ​ເປັນ​ທີ່​ເຮັດ​ໃຫ້​ພັນທະສັນຍາ​ເດີມ​ນັ້ນ ພົ້ນ​ສະໄໝ​ໄປ​ແລ້ວ ສິ່ງ​ທີ່​ພົ້ນ​ສະໄໝ​ແລະ​ເກົ່າ​ໄປ​ແລ້ວ ກໍ​ກຳລັງ​ຈະ​ເສື່ອມສູນ​ໄປ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in