1
ເຮັບເຣີ 9:28
ພຣະຄຳພີສັກສິ
ພຄພ
ພຣະຄຣິດກໍສັນນັ້ນ ໄດ້ຖວາຍພຣະອົງເອງເປັນເຄື່ອງບູຊາເທື່ອດຽວ ເພື່ອລຶບລ້າງບາບກຳຂອງຄົນຈຳນວນຫລວງຫລາຍ. ພຣະອົງຈະມາປາກົດເທື່ອທີສອງໂດຍບໍ່ກ່ຽວກັບຄວາມບາບ ແຕ່ເພື່ອໂຜດຊ່ວຍເອົາບັນດາຜູ້ທີ່ລໍຄອຍພຣະອົງດ້ວຍໃຈຮ້ອນຮົນໃຫ້ໄດ້ຮັບຄວາມພົ້ນ.
Compare
Explore ເຮັບເຣີ 9:28
2
ເຮັບເຣີ 9:14
ຫລາຍກວ່ານັ້ນຈັກພຽງໃດ ພຣະໂລຫິດຂອງພຣະຄຣິດ ຜູ້ໄດ້ຊົງຖວາຍພຣະອົງເອງແດ່ພຣະເຈົ້າ ໂດຍພຣະວິນຍານຜູ້ຊົງຕັ້ງຢູ່ເປັນນິດ ເປັນເຄື່ອງບູຊາປາສະຈາກຕຳໜິ ກໍຈະຊົງຊຳລະໃຈສຳນຶກຜິດແລະຊອບຂອງເຮົາທັງຫລາຍ ໃຫ້ພົ້ນຈາກກິດຈະການທີ່ນຳໄປສູ່ຄວາມຕາຍ ເພື່ອຫັນໄປຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່.
Explore ເຮັບເຣີ 9:14
3
ເຮັບເຣີ 9:27
ມະນຸດທຸກຄົນຖືກຊົງກຳນົດໄວ້ແລ້ວວ່າ, ຈະຕ້ອງຕາຍເທື່ອດຽວ ແລະຫລັງຈາກນັ້ນຈະຖືກມີການພິພາກສາສັນໃດ
Explore ເຮັບເຣີ 9:27
4
ເຮັບເຣີ 9:22
ທີ່ຈິງຕາມກົດບັນຍັດແລ້ວ ແມ່ນເກືອບທຸກໆສິ່ງຕ້ອງຊຳລະດ້ວຍເລືອດ ແລະຖ້າບໍ່ມີເລືອດໄຫລອອກແລ້ວ ການໃຫ້ອະໄພບາບກຳກໍບໍ່ມີ.
Explore ເຮັບເຣີ 9:22
5
ເຮັບເຣີ 9:15
ເພາະເຫດນີ້, ພຣະອົງຈຶ່ງຊົງເປັນຜູ້ກາງແຫ່ງພັນທະສັນຍາໃໝ່ ເພື່ອໃຫ້ຄົນທັງຫລາຍທີ່ພຣະອົງຊົງເອີ້ນມາ ໄດ້ຮັບມໍຣະດົກຕະຫລອດໄປ ຕາມທີ່ຊົງສັນຍາໄວ້ ເພາະຄວາມຕາຍນັ້ນໄຖ່ພວກເຂົາໃຫ້ພົ້ນຈາກຄວາມບາບ ທີ່ເກີດໃຕ້ພັນທະສັນຍາເດີມ.
Explore ເຮັບເຣີ 9:15
Home
Bible
Plans
Videos