1
ເຮັບເຣີ 4:12
ພຣະຄຳພີສັກສິ
ພຄພ
ເພາະວ່າພຣະທຳຂອງພຣະເຈົ້າປະກອບດ້ວຍຊີວິດແລະຣິດເດດ ຄົມກວ່າດາບສອງຄົມທຸກດວງ ແທງຊອດເຖິງຈິດໃຈແລະວິນຍານ ຕະຫລອດທັງຄໍ່ກະດູກແລະໄຂໃນກະດູກເຊື່ອມຕິດຕໍ່ກັນ ຈຶ່ງສັງເກດຮູ້ຄວາມຄິດແລະຄວາມມຸ່ງໝາຍໃນໃຈໄດ້.
Compare
Explore ເຮັບເຣີ 4:12
2
ເຮັບເຣີ 4:16
ດ້ວຍເຫດນັ້ນ ຈົ່ງໃຫ້ເຮົາທັງຫລາຍມີໃຈກ້າເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ ເພື່ອພວກເຮົາຈະໄດ້ຮັບພຣະເມດຕາ ແລະພົບພຣະຄຸນທີ່ຈະຊ່ວຍເຮົາໃນເວລາທີ່ຕ້ອງການ.
Explore ເຮັບເຣີ 4:16
3
ເຮັບເຣີ 4:15
ເພາະວ່າ ພວກເຮົາບໍ່ໄດ້ມີມະຫາປະໂຣຫິດ ທີ່ບໍ່ສາມາດຈະເຫັນໃຈໃນຄວາມອ່ອນແອຂອງພວກເຮົາ, ແຕ່ມີຕົນໜຶ່ງທີ່ຊົງຖືກທົດລອງເໝືອນຢ່າງເຮົາທຸກປະການ, ເຖິງປານນັ້ນ ພຣະອົງກໍຍັງບໍ່ມີບາບ.
Explore ເຮັບເຣີ 4:15
4
ເຮັບເຣີ 4:13
ແລະໃນທຸກສິ່ງທີ່ໄດ້ຖືກສ້າງຂຶ້ນນັ້ນ ບໍ່ມີສິ່ງໃດຖືກບັງລັບໄວ້ຈາກພຣະພັກພຣະອົງໄດ້ ແຕ່ທຸກສິ່ງໄດ້ປາກົດແຈ້ງຕໍ່ສາຍຕາຂອງພຣະອົງ ຜູ້ທີ່ເຮົາຈະຕ້ອງໃຫ້ການນັ້ນ.
Explore ເຮັບເຣີ 4:13
5
ເຮັບເຣີ 4:14
ດ້ວຍເຫດນັ້ນ ຖ້າພວກເຮົາມີພຣະມະຫາປະໂຣຫິດຜູ້ຍິ່ງໃຫຍ່ ທີ່ຜ່ານຟ້າສະຫວັນມາແລ້ວ ຄືພຣະເຢຊູເຈົ້າພຣະບຸດຂອງພຣະເຈົ້າ. ຈົ່ງໃຫ້ພວກເຮົາຢຶດຖືຄວາມເຊື່ອ ທີ່ເຮົາໄດ້ປະກາດແລ້ວນັ້ນໃຫ້ໝັ້ນຄົງ.
Explore ເຮັບເຣີ 4:14
6
ເຮັບເຣີ 4:11
ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາອົດສາພະຍາຍາມ ໃຫ້ໄດ້ເຂົ້າສູ່ບ່ອນພັກຜ່ອນນັ້ນ ເພື່ອຈະບໍ່ໃຫ້ຜູ້ໜຶ່ງຜູ້ໃດຕ້ອງເສຍໄປ ເໝືອນດັ່ງຄົນບໍ່ເຊື່ອຟັງເຫຼົ່ານັ້ນ.
Explore ເຮັບເຣີ 4:11
Home
Bible
Plans
Videos