1
ເຮັບເຣີ 3:13
ພຣະຄຳພີສັກສິ
ພຄພ
ແຕ່ຈົ່ງຊ່ວຍກັນແລະກັນທຸກໆວັນ ຕາບໃດທີ່ຍັງໃຊ້ຄຳວ່າ, “ວັນນີ້” ເພື່ອບໍ່ໃຫ້ມີຜູ້ໃດໃນພວກເຈົ້າ ຖືກບາບລໍ້ລວງໃຫ້ມີຈິດໃຈດື້ດ້ານບໍ່ເຊື່ອຟັງ.
Compare
Explore ເຮັບເຣີ 3:13
2
ເຮັບເຣີ 3:12
ພີ່ນ້ອງຄົນທີ່ເຊື່ອຂອງເຮົາເອີຍ, ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຜູ້ໜຶ່ງໃນພວກເຈົ້າ ມີຈິດໃຈຊົ່ວຊ້າແລະບໍ່ເຊື່ອຟັງ ຊຶ່ງຈະເຮັດໃຫ້ຕົນຫັນໜີຈາກພຣະເຈົ້າ ອົງຊົງພຣະຊົນຢູ່.
Explore ເຮັບເຣີ 3:12
3
ເຮັບເຣີ 3:14
ດ້ວຍວ່າ, ພວກເຮົາທຸກຄົນເປັນຜູ້ຮ່ວມງານກັບພຣະຄຣິດ ຖ້າພວກເຮົາຢຶດຖືຄວາມໄວ້ວາງໃຈ ທີ່ພວກເຮົາໄດ້ມີໃນຕອນຕົ້ນນັ້ນ ໄວ້ໝັ້ນຄົງຈົນເຖິງທີ່ສຸດ.
Explore ເຮັບເຣີ 3:14
4
ເຮັບເຣີ 3:8
ກໍຢ່າໃຫ້ໃຈຂອງພວກເຈົ້າແຂງກະດ້າງໄປ ເໝືອນດັ່ງບັນພະບຸລຸດຂອງພວກເຈົ້າ ຄືເມື່ອພວກເຂົາໄດ້ກະບົດຕໍ່ພຣະເຈົ້າ ໃນວັນທີ່ພວກເຂົາທົດລອງພຣະອົງ ໃນຖິ່ນແຫ້ງແລ້ງກັນດານ.
Explore ເຮັບເຣີ 3:8
5
ເຮັບເຣີ 3:1
ດັ່ງນັ້ນ ພີ່ນ້ອງຊາຍຍິງຜູ້ບໍຣິສຸດທັງຫລາຍ ທີ່ພຣະເຈົ້າເອີ້ນມາດ້ວຍກັນກັບເຮົາເອີຍ ຈົ່ງພິຈາລະນາເບິ່ງອັກຄະສາວົກ ແລະມະຫາປະໂຣຫິດແຫ່ງຄວາມເຊື່ອຂອງພວກເຮົາ ຄືພຣະເຢຊູເຈົ້າ.
Explore ເຮັບເຣີ 3:1
Home
Bible
Plans
Videos