YouVersion Logo
Search Icon

Popular Bible Verses from ເຮັບເຣີ 11

ເພາະ​ໂມເຊ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ໃຫຍ່​ມາ​ແລ້ວ ເພິ່ນ​ບໍ່​ຍອມ​ໃຫ້​ຜູ້ໃດ​ເອີ້ນ​ຕົນ​ວ່າ ເປັນ​ບຸດ​ຂອງ​ລູກສາວ​ຂອງ​ກະສັດ​ຟາໂຣ. ເພິ່ນ​ເລືອກ​ເອົາ​ການ​ຢູ່​ຮ່ວມ​ທຸກ​ລຳບາກ ກັບ​ພົນລະເມືອງ​ຂອງ​ພຣະເຈົ້າ ແທນ​ຄວາມ​ເພີດເພີນ​ຊົ່ວຄາວ​ໃນ​ຄວາມ​ບາບ. ເພິ່ນ​ຖື​ວ່າ ຄວາມ​ທົນທຸກ ແລະ​ທົນ​ອັບອາຍ​ເພື່ອ​ພຣະຄຣິດ​ນັ້ນ ກໍ​ມີ​ຄ່າ​ກວ່າ​ຊັບສົມບັດ​ທັງໝົດ​ຂອງ​ປະເທດ​ເອຢິບ. ດ້ວຍວ່າ, ເພິ່ນ​ເລັງ​ເຫັນ​ລາງວັນ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ນັ້ນ. ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ປະເທດ​ເອຢິບ​ໄປ ໂດຍ​ບໍ່​ຢ້ານກົວ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ກະສັດ. ດ້ວຍວ່າ, ເພິ່ນ​ໄດ້​ໝັ້ນໃຈ​ເໝືອນ​ກັບ​ວ່າ ຕົນ​ໄດ້​ເຫັນ​ພຣະເຈົ້າ​ທີ່​ຕາ​ເຫັນ​ບໍ່ໄດ້.

Free Reading Plans and Devotionals related to ເຮັບເຣີ 11