ປະຖົມມະການ 49:8-9
ປະຖົມມະການ 49:8-9 ພຄພ
ຢູດາເອີຍ ພວກພີ່ນ້ອງຈະຮ້ອງຄຳສັນລະເສີນ ເພາະເຈົ້າເຄີຍຈັບຄໍສັດຕູຍໍຂື້ນແລະລົງໄດ້. ອ້າຍນ້ອງນົບນ້ອມໄຫວ້ເປັນໃຈນຳທຸກທ່າ; ພາກັນມາຊ້ອງໜ້າຢູດາທ້າວແທ້ໃດ ຢູດານີ້ ຍັງເກັ່ງກ້າຮ້າຍກາດເໝືອນໂຕສິງ; ຂ້າເຫຍື່ອຍາດຊີງມາ ແລະຟ້າວໄປຫາໝົ້ງນອນລີ້. ຢຽດຕົວລົງນອນເນີ້ງເຮັດຕາຫລັບສີພັບໆ ໃຜບໍ່ກ້າຫຍັບເຂົ້າໃກ້ຍາມລາວໄດ້ນອນຫລັບສະບາຍ.