ແລ້ວເພິ່ນກໍອວຍພອນແກ່ໂຢເຊັບ ວ່າ:
“ຂໍພຣະເຈົ້າອົງທີ່ພໍ່ຂອງຂ້ານ້ອຍຄືອີຊາກແລະອັບຣາຮາມ
ຜູ້ທີ່ບາກບັ່ນຮັບໃຊ້ພຣະອົງ ອວຍພອນເດັກນ້ອຍເຫຼົ່ານີ້
ຂໍພຣະເຈົ້າອົງທີ່ນຳພາຂ້ານ້ອຍທຸກມື້ນີ້ແລະທຸກເວລາ;
ຈົ່ງອວຍພອນເຂົາເຫຼົ່ານີ້ເທີ້ນ
ຂໍໃຫ້ເທວະດາຕົນທີ່ໄດ້ຊ່ວຍກູ້ເອົາຂ້ານ້ອຍ;
ຈົ່ງອວຍພອນເຂົາເຫຼົ່ານີ້ດ້ວຍ
ຂໍໃຫ້ຊື່ຂອງຂ້ານ້ອຍທັງອີຊາກແລະອັບຣາຮາມ
ດຳລົງຄົງຢູ່ນຳເດັກນ້ອຍເຫຼົ່ານີ້
ຂໍໃຫ້ພວກເຂົາຈົ່ງມີລູກຫລານຢ່າງຫຼວງຫລາຍ
ທັງມີເຊື້ອສາຍມາກມາຍຫລາຍລົ້ນ ແດ່ທ້ອນ.”