ກະສັດກ່າວແກ່ໂຢເຊັບວ່າ, “ບັດນີ້ ພໍ່ແລະພວກອ້າຍນ້ອງຂອງເຈົ້າໄດ້ມາຮອດແລ້ວ ດິນແດນຂອງປະເທດເອຢິບກໍເປັນຂອງພວກເຂົາຄືກັນ. ພວກເຂົາຕັ້ງຫຼັກແຫຼ່ງຢູ່ໃນເຂດໂກເຊັນໄດ້ ບ່ອນທີ່ມີດິນດີທີ່ສຸດໃນປະເທດນີ້. ນອກຈາກນີ້ ຖ້າເຈົ້າຮູ້ວ່າ ໃນພວກເຂົາຜູ້ໜຶ່ງຜູ້ໃດມີຄວາມສາມາດ ກໍໃຫ້ຮັບລ້ຽງຝູງສັດຂອງເຮົາດ້ວຍ.”