ແມ່ນຢູ່ ພວກເຮົາເປັນຢິວໂດຍກຳເນີດ ແລະບໍ່ແມ່ນ “ພວກຕ່າງຊາດທີ່ເປັນຄົນບາບ”, ແຕ່ພວກເຮົາກໍຮູ້ຢູ່ວ່າ ບໍ່ມີຜູ້ໃດຖືກຊົງຖືວ່າເປັນຄົນຊອບທຳ ໂດຍການປະຕິບັດຕາມກົດບັນຍັດ ແຕ່ໂດຍທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າເທົ່ານັ້ນ ເຖິງແມ່ນພວກເຮົາກໍຍັງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າ ເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທຳໂດຍຄວາມເຊື່ອໃນພຣະຄຣິດ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ ເພາະວ່າໂດຍການປະຕິບັດຕາມກົດບັນຍັດນັ້ນ “ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນຄົນຊອບທຳໄດ້.”