1
2 ຕີໂມທຽວ 2:15
ພຣະຄຳພີສັກສິ
ພຄພ
ຈົ່ງອົດສາພະຍາຍາມສະແດງຕົນ ເໝືອນເປັນຄົນທີ່ພິສູດແລ້ວຕໍ່ພຣະພັກພຣະເຈົ້າ ເປັນຄົນງານທີ່ບໍ່ຕ້ອງອາຍ ແລະໃຊ້ພຣະທຳແຫ່ງຄວາມຈິງຢ່າງຖືກຕ້ອງ.
Compare
Explore 2 ຕີໂມທຽວ 2:15
2
2 ຕີໂມທຽວ 2:22
ດັ່ງນັ້ນ ເຈົ້າຈົ່ງຫລີກໜີຈາກຣາຄະຕັນຫາຂອງຄົນໜຸ່ມ. ຈົ່ງຕິດຕາມຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະສັນຕິສຸກ ຮ່ວມກັບຄົນທັງປວງທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າດ້ວຍໃຈບໍຣິສຸດ.
Explore 2 ຕີໂມທຽວ 2:22
3
2 ຕີໂມທຽວ 2:24
ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ຕ້ອງບໍ່ເປັນຄົນວິວາດຜິດຖຽງກັນ, ແຕ່ຕ້ອງມີໃຈເມດຕາແກ່ທຸກຄົນ ເປັນຄູທີ່ເໝາະສົມ ແລະມີໃຈພຽນອົດທົນ
Explore 2 ຕີໂມທຽວ 2:24
4
2 ຕີໂມທຽວ 2:13
ຖ້າພວກເຮົາບໍ່ສັດຊື່ ພຣະອົງກໍຍັງສັດຊື່ໝັ້ນຄົງຢູ່ ເພາະວ່າພຣະອົງຊົງເປັນຄວາມຈິງ ທີ່ບໍ່ສາມາດຈະປະຕິເສດພຣະອົງເອງໄດ້.”
Explore 2 ຕີໂມທຽວ 2:13
5
2 ຕີໂມທຽວ 2:25
ແກ້ໄຂຄວາມຄິດເຫັນຝ່າຍກົງກັນຂ້າມ ດ້ວຍຄວາມສຸພາບອ່ອນໂຍນ ເພາະພຣະເຈົ້າຈະຊົງໂຜດໃຫ້ພວກເຂົາກັບໃຈໃໝ່ ແລະພາໄປສູ່ການຮູ້ຈັກເຖິງຄວາມຈິງ.
Explore 2 ຕີໂມທຽວ 2:25
6
2 ຕີໂມທຽວ 2:16
ຈົ່ງຫລີກເວັ້ນຈາກການສົນທະນາອັນໂງ່ງ່າວ ແລະຂັດກັບຄວາມເຊື່ອ ຊຶ່ງເປັນການຊັກນຳຜູ້ຟັງໃຫ້ຫ່າງຈາກພຣະເຈົ້າຫລາຍຂຶ້ນເທົ່ານັ້ນ.
Explore 2 ຕີໂມທຽວ 2:16
Home
Bible
Plans
Videos