ເພາະວ່າ ເຈົ້າທັງຫລາຍຮູ້ຈັກພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາແລ້ວວ່າ ເຖິງແມ່ນວ່າ ພຣະອົງຊົງຮັ່ງມີ ພຣະອົງກໍຍັງຊົງຍອມກາຍເປັນຄົນຍາກຈົນ ເພາະເຫັນແກ່ເຈົ້າທັງຫລາຍ ເພື່ອເຈົ້າທັງຫລາຍຈະໄດ້ກາຍເປັນຄົນຮັ່ງມີ ເນື່ອງຈາກຄວາມຍາກຈົນຂອງພຣະອົງ.