ຝ່າຍພຣະອົງ ຜູ້ຊົງປະທານແນວປູກໃຫ້ແກ່ຜູ້ຫວ່ານ ກັບທັງອາຫານສຳລັບກິນ ຈະຊົງປະທານແນວປູກໃຫ້ແກ່ເຈົ້າທັງຫລາຍ ທັງຈະຊົງບັນດານໃຫ້ແນວປູກນັ້ນທະວີຫລາຍຂຶ້ນ ຊໍ້າຈະຊົງບັນດານໃຫ້ຜົນແຫ່ງຄຸນຄວາມດີຂອງພວກເຈົ້ານັ້ນຈະເລີນຂຶ້ນ ໂດຍຊົງໂຜດໃຫ້ເຈົ້າທັງຫລາຍຮັ່ງມີ ດ້ວຍສິ່ງຂອງຢ່າງບໍລິບູນ ເພື່ອໃຫ້ພວກເຈົ້າມີຂອງແຈກຢາຍຢ່າງກວ້າງຂວາງ ຊຶ່ງເຮົາໄດ້ນຳໄປແຈກຢາຍ ຈຶ່ງເປັນເຫດໃຫ້ເກີດການໂມທະນາຂອບພຣະຄຸນຕໍ່ພຣະເຈົ້າ.