YouVersion Logo
Search Icon

2 ໂກຣິນໂທ 12:6-7

2 ໂກຣິນໂທ 12:6-7 ພຄພ

ເພາະ​ເຖິງ​ແມ່ນ​ວ່າ, ເຮົາ​ຢາກ​ອວດຕົວ ເຮົາ​ກໍ​ບໍ່​ເປັນ​ຄົນ​ໂງ່ ເພາະ​ເຮົາ​ກ່າວ​ຕາມ​ຄວາມຈິງ, ແຕ່​ເຮົາ​ອົດກັ້ນ​ໄວ້ ກໍ​ເພາະ​ຢ້ານ​ວ່າ​ຈະ​ມີ​ບາງຄົນ​ຍົກຍ້ອງ​ເຮົາ ເກີນ​ກວ່າ​ທີ່​ເຂົາ​ໄດ້​ຮູ້​ຈາກ​ການ​ເຫັນ​ແລະ​ຟັງ​ເຮົາ​ນັ້ນ. ແລະ​ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນ​ໄປ ເນື່ອງ​ຈາກ​ການ​ຊົງ​ສຳແດງ​ອັນ​ຫລວງຫລາຍ ຊຶ່ງ​ມາ​ຈາກ​ພຣະເຈົ້າ. ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງເຮົາ ເປັນ​ບໍລິວານ​ຂອງ​ມານຊາຕານ​ທີ່​ທຸບຕີ​ເຮົາ ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນໄປ.