ພວກທີ່ຮັກເອີຍ, ຢ່າປະຫລາດໃຈທີ່ພວກເຈົ້າໄດ້ຮັບຄວາມທຸກຮ້ອນຢ່າງແສນສາຫັດເປັນການລອງໃຈ ເໝືອນກັບວ່າເປັນເຫດອັນແປກປະຫລາດເກີດຂຶ້ນກັບພວກເຈົ້າ. ແຕ່ເຈົ້າທັງຫລາຍ ຈົ່ງຊົມຊື່ນຍິນດີທີ່ໄດ້ມີສ່ວນຮ່ວມ ໃນຄວາມທຸກທໍລະມານຂອງພຣະຄຣິດ, ເພື່ອວ່າ ເມື່ອສະຫງ່າຣາສີຂອງພຣະອົງປາກົດຂຶ້ນ ພວກເຈົ້າກໍຈະໄດ້ຊົມຊື່ນຍິນດີຢ່າງຫລວງຫລາຍເໝືອນກັນ.