1
1 ໂຢຮັນ 4:18
ພຣະຄຳພີສັກສິ
ພຄພ
ໃນຄວາມຮັກນັ້ນ ບໍ່ມີຄວາມຢ້ານ. ຄວາມຮັກອັນຄົບບໍຣິບູນກໍຂັບໄລ່ຄວາມຢ້ານທຸກຢ່າງອອກໄປ. ເຫດສະນັ້ນ ຜູ້ທີ່ຢ້ານກໍຍັງບໍ່ສຳເລັດໃນຄວາມຮັກ ເພາະຄວາມຢ້ານມີຄວາມສຳພັນກັບການລົງໂທດ.
Compare
Explore 1 ໂຢຮັນ 4:18
2
1 ໂຢຮັນ 4:4
ລູກນ້ອຍທັງຫລາຍເອີຍ, ສ່ວນເຈົ້າທັງຫລາຍກໍເປັນຝ່າຍພຣະເຈົ້າ ແລະໄດ້ຊະນະເຂົາເຫຼົ່ານັ້ນແລ້ວ, ເພາະວ່າພຣະອົງຜູ້ຊົງສະຖິດຢູ່ໃນພວກເຈົ້າ ຊົງເປັນໃຫຍ່ກວ່າຜູ້ນັ້ນທີ່ຢູ່ໃນໂລກ.
Explore 1 ໂຢຮັນ 4:4
3
1 ໂຢຮັນ 4:19
ຝ່າຍເຮົາທັງຫຼາຍໄດ້ຮັກ ເພາະພຣະອົງຊົງຮັກພວກເຮົາກ່ອນ.
Explore 1 ໂຢຮັນ 4:19
4
1 ໂຢຮັນ 4:7
ເພື່ອນທີ່ຮັກທັງຫລາຍເອີຍ, ໃຫ້ພວກເຮົາຮັກຊຶ່ງກັນແລະກັນ ເພາະວ່າຄວາມຮັກມາຈາກພຣະເຈົ້າ. ທຸກຄົນທີ່ຮັກກໍບັງເກີດມາຈາກພຣະເຈົ້າ ແລະຮູ້ຈັກພຣະເຈົ້າ.
Explore 1 ໂຢຮັນ 4:7
5
1 ໂຢຮັນ 4:8
ຜູ້ໃດທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ ເພາະພຣະເຈົ້າຊົງເປັນຄວາມຮັກ.
Explore 1 ໂຢຮັນ 4:8
6
1 ໂຢຮັນ 4:10
ຄວາມຮັກທີ່ເຮົາກ່າວເຖິງນີ້ ບໍ່ແມ່ນເຮົາທັງຫລາຍໄດ້ຮັກພຣະເຈົ້າ ແຕ່ພຣະເຈົ້າໄດ້ຊົງຮັກພວກເຮົາ ແລະຊົງໃຊ້ພຣະບຸດຂອງພຣະອົງສະເດັດມາ ເພື່ອເປັນເຄື່ອງບູຊາໄຖ່ບາບກຳຂອງພວກເຮົາ.
Explore 1 ໂຢຮັນ 4:10
7
1 ໂຢຮັນ 4:11
ເພື່ອນທີ່ຮັກທັງຫລາຍເອີຍ, ຖ້າພຣະເຈົ້າຊົງຮັກພວກເຮົາຢ່າງນັ້ນແລ້ວ ພວກເຮົາຄວນຮັກຊຶ່ງກັນແລະກັນ.
Explore 1 ໂຢຮັນ 4:11
8
1 ໂຢຮັນ 4:9
ຝ່າຍພຣະເຈົ້າໄດ້ຊົງສຳແດງຄວາມຮັກຂອງພຣະອົງສຳລັບພວກເຮົາ ໂດຍໄດ້ໃຊ້ພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກ, ເພື່ອວ່າພວກເຮົາຈະມີຊີວິດດ້ວຍພຣະບຸດນັ້ນ.
Explore 1 ໂຢຮັນ 4:9
9
1 ໂຢຮັນ 4:20
ຖ້າຜູ້ໃດເວົ້າວ່າ, “ຂ້າພະເຈົ້າຮັກພຣະເຈົ້າ” ແຕ່ຍັງກຽດຊັງພີ່ນ້ອງຂອງຕົນຢູ່ ຜູ້ນັ້ນກໍເປັນຄົນຂີ້ຕົວະ. ດ້ວຍວ່າ, ເມື່ອລາວບໍ່ຮັກພີ່ນ້ອງທີ່ຕາເຫັນແລ້ວ ຈະສາມາດຮັກພຣະເຈົ້າທີ່ຕາບໍ່ເຫັນໄດ້ຢ່າງໃດ?
Explore 1 ໂຢຮັນ 4:20
10
1 ໂຢຮັນ 4:15
ຜູ້ໃດຍອມຮັບວ່າພຣະເຢຊູເຈົ້າ ຊົງເປັນພຣະບຸດຂອງພຣະເຈົ້າ, ພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ ແລະຜູ້ນັ້ນກໍຕັ້ງຢູ່ໃນພຣະເຈົ້າ.
Explore 1 ໂຢຮັນ 4:15
11
1 ໂຢຮັນ 4:21
ຂໍ້ຄຳສັ່ງທີ່ພຣະອົງໄດ້ມອບແກ່ພວກເຮົາມີດັ່ງນີ້: “ຜູ້ໃດທີ່ຮັກພຣະເຈົ້ານັ້ນ ຈົ່ງຮັກພີ່ນ້ອງຂອງຕົນເໝືອນກັນ.”
Explore 1 ໂຢຮັນ 4:21
12
1 ໂຢຮັນ 4:1-2
ພວກທີ່ຮັກເອີຍ, ຢ່າເຊື່ອວິນຍານທຸກໆດວງ ແຕ່ຈົ່ງພິສູດວິນຍານທັງຫລາຍນັ້ນວ່າ ມາຈາກພຣະເຈົ້າຫລືບໍ່ ເພາະວ່າມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ. ດັ່ງນີ້ແຫລະ ພວກເຈົ້າຈະສາມາດຮູ້ວ່າເປັນວິນຍານທີ່ມາຈາກພຣະເຈົ້າໄດ້ ຄືທຸກວິນຍານທີ່ຮັບຮູ້ວ່າ ພຣະເຢຊູຄຣິດເຈົ້າໄດ້ສະເດັດມາຮັບຊາດເປັນມະນຸດ ວິນຍານນັ້ນກໍມາຈາກພຣະເຈົ້າ.
Explore 1 ໂຢຮັນ 4:1-2
13
1 ໂຢຮັນ 4:3
ແຕ່ທຸກວິນຍານທີ່ບໍ່ຍອມຮັບພຣະເຢຊູເຈົ້າ ວິນຍານນັ້ນກໍບໍ່ໄດ້ມາຈາກພຣະເຈົ້າ. ວິນຍານນັ້ນແຫຼະ ເປັນວິນຍານຂອງຜູ້ຕໍ່ສູ້ພຣະຄຣິດ ຊຶ່ງພວກເຈົ້າໄດ້ຍິນວ່າຈະມາ ແລະບັດນີ້ກໍຢູ່ໃນໂລກແລ້ວ.
Explore 1 ໂຢຮັນ 4:3
Home
Bible
Plans
Videos