1
1 ໂຢຮັນ 3:18
ພຣະຄຳພີສັກສິ
ພຄພ
ລູກນ້ອຍທັງຫລາຍເອີຍ, ຢ່າໃຫ້ພວກເຮົາຮັກດ້ວຍຄວາມເວົ້າແລະດ້ວຍປາກເທົ່ານັ້ນ, ແຕ່ຈົ່ງສະແດງຄວາມຮັກອັນແທ້ຈິງດ້ວຍການກະທຳ.
Compare
Explore 1 ໂຢຮັນ 3:18
2
1 ໂຢຮັນ 3:16
ດັ່ງນີ້ແຫລະ ພວກເຮົາຈຶ່ງຮູ້ຈັກຄວາມຮັກໂດຍທີ່ພຣະຄຣິດໄດ້ສະຫລະຊີວິດຂອງພຣະອົງ ເພື່ອພວກເຮົາ ແລະພວກເຮົາກໍຄວນສະຫລະຊີວິດຂອງເຮົາເພື່ອພີ່ນ້ອງເໝືອນກັນ.
Explore 1 ໂຢຮັນ 3:16
3
1 ໂຢຮັນ 3:1
ເບິ່ງແມ! ພຣະບິດາເຈົ້າຊົງໂຜດປະທານຄວາມຮັກແກ່ເຮົາທັງຫລາຍ ເປັນຢ່າງໃດທີ່ພຣະເຈົ້າຊົງເອີ້ນພວກເຮົາວ່າ ບຸດຂອງພຣະອົງ ແລະພວກເຮົາກໍເປັນຢ່າງນັ້ນແລ້ວ. ເຫດທີ່ໂລກບໍ່ຮູ້ຈັກເຮົາທັງຫລາຍ ກໍເພາະເຂົາບໍ່ຮູ້ຈັກພຣະອົງນັ້ນແຫຼະ.
Explore 1 ໂຢຮັນ 3:1
4
1 ໂຢຮັນ 3:8
ຜູ້ທີ່ຍັງເຮັດບາບ ກໍມາຈາກມານຮ້າຍ, ເພາະວ່າມານຮ້າຍໄດ້ເຮັດບາບຕັ້ງແຕ່ຕົ້ນເດີມມາ ພຣະບຸດຂອງພຣະເຈົ້າໄດ້ສະເດັດມາປາກົດ ກໍເພາະເຫດນີ້ແຫຼະ ຄືເພື່ອຊົງທຳລາຍກິດຈະການຂອງມານຮ້າຍເສຍ.
Explore 1 ໂຢຮັນ 3:8
5
1 ໂຢຮັນ 3:9
ຜູ້ໃດເກີດຈາກພຣະເຈົ້າ ກໍບໍ່ເຮັດບາບອີກຕໍ່ໄປ ເພາະສະພາບຂອງພຣະອົງຊົງດຳລົງຢູ່ໃນຜູ້ນັ້ນ ແລະຜູ້ນັ້ນກໍບໍ່ອາດເຮັດບາບອີກຕໍ່ໄປ ເພາະຕົນໄດ້ບັງເກີດຈາກພຣະເຈົ້າແລ້ວ.
Explore 1 ໂຢຮັນ 3:9
6
1 ໂຢຮັນ 3:17
ແຕ່ຖ້າຜູ້ໃດມີຊັບສົມບັດໃນໂລກນີ້ ແລະເຫັນພີ່ນ້ອງຂອງຕົນຂັດສົນ ແລ້ວຍັງບໍ່ຍອມມີໃຈເມດຕາຊ່ວຍເຫລືອຜູ້ນັ້ນ ຄວາມຮັກຕໍ່ພຣະເຈົ້າຈະດຳລົງຢູ່ໃນຕົນໄດ້ຢ່າງໃດ.
Explore 1 ໂຢຮັນ 3:17
7
1 ໂຢຮັນ 3:24
ທຸກຄົນຜູ້ທີ່ຖືຮັກສາບັນດາຂໍ້ບັນຍັດຂອງພຣະເຈົ້າ ກໍຕັ້ງຢູ່ໃນພຣະອົງ ແລະພຣະອົງກໍຊົງສະຖິດຢູ່ໃນພວກເຂົາ ແລະດ້ວຍພຣະວິນຍານທີ່ພຣະອົງໄດ້ປະທານໃຫ້ພວກເຮົານັ້ນ ພວກເຮົາຈຶ່ງຮູ້ວ່າພຣະອົງຊົງສະຖິດຢູ່ໃນພວກເຮົາ.
Explore 1 ໂຢຮັນ 3:24
8
1 ໂຢຮັນ 3:10
ດັ່ງນັ້ນ ຈຶ່ງເຫັນໄດ້ວ່າຜູ້ໃດເປັນລູກຂອງພຣະເຈົ້າ ແລະຜູ້ໃດເປັນລູກຂອງມານຮ້າຍ ຄືຜູ້ໃດທີ່ບໍ່ເຮັດຕາມຄວາມທ່ຽງທຳ ຫລືບໍ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍບໍ່ແມ່ນລູກຂອງພຣະເຈົ້າ.
Explore 1 ໂຢຮັນ 3:10
9
1 ໂຢຮັນ 3:11
ຖ້ອຍຄຳທີ່ພວກເຈົ້າໄດ້ຍິນແລະໄດ້ຟັງມາຕັ້ງແຕ່ຕອນຕົ້ນນັ້ນ ຄືໃຫ້ພວກເຮົາຮັກຊຶ່ງກັນແລະກັນ.
Explore 1 ໂຢຮັນ 3:11
10
1 ໂຢຮັນ 3:13
ພີ່ນ້ອງທັງຫລາຍເອີຍ, ຖ້າໂລກນີ້ກຽດຊັງພວກເຈົ້າຢ່າປະຫລາດໃຈ.
Explore 1 ໂຢຮັນ 3:13
Home
Bible
Plans
Videos