1
1 ໂຢຮັນ 2:15-16
ພຣະຄຳພີສັກສິ
ພຄພ
ຢ່າຮັກໂລກ ຫລືສິ່ງຂອງທີ່ມີຢູ່ໃນໂລກ ຖ້າຜູ້ໃດຮັກໂລກ ຄວາມຮັກຂອງພຣະບິດາເຈົ້າກໍບໍ່ຢູ່ໃນຜູ້ນັ້ນ. ເພາະສາລະພັດທີ່ມີຢູ່ໃນໂລກ ຄືຕັນຫາຂອງເນື້ອກາຍ ຕັນຫາຂອງຕາ ແລະຄວາມອວດອ້າງເປົ່າໆໃນຊີວິດນີ້ ບໍ່ໄດ້ເກີດມາຈາກພຣະບິດາເຈົ້າ ແຕ່ເກີດມາຈາກໂລກ.
Compare
Explore 1 ໂຢຮັນ 2:15-16
2
1 ໂຢຮັນ 2:17
ສ່ວນໂລກກັບຕັນຫາຂອງໂລກກຳລັງເສື່ອມສູນໄປ, ແຕ່ຜູ້ທີ່ເຮັດຕາມນໍ້າພຣະໄທຂອງພຣະເຈົ້າ ຈະຕັ້ງຢູ່ຕະຫລອດໄປເປັນນິດ.
Explore 1 ໂຢຮັນ 2:17
3
1 ໂຢຮັນ 2:6
ຜູ້ໃດທີ່ເວົ້າວ່າ, “ຕົນຢູ່ໃນພຣະອົງ” ຜູ້ນັ້ນກໍຄວນດຳເນີນຊີວິດຕາມທາງທີ່ພຣະອົງຊົງດຳເນີນນັ້ນເໝືອນກັນ.
Explore 1 ໂຢຮັນ 2:6
4
1 ໂຢຮັນ 2:1
ລູກນ້ອຍທັງຫລາຍຂອງເຮົາເອີຍ, ເຮົາຂຽນຂໍ້ຄວາມເຫຼົ່ານີ້ມາເຖິງພວກເຈົ້າ ເພື່ອພວກເຈົ້າຈະບໍ່ໄດ້ເຮັດຜິດ ແຕ່ຖ້າຄົນໃດເຮັດຜິດ ພວກເຮົາກໍມີທະນາຍຄວາມ ຄືພຣະເຢຊູຄຣິດເຈົ້າ ຜູ້ຊົງທ່ຽງທຳທີ່ສະຖິດຢູ່ກັບພຣະບິດາເຈົ້າ.
Explore 1 ໂຢຮັນ 2:1
5
1 ໂຢຮັນ 2:4
ຖ້າຄົນໃດເວົ້າວ່າ, “ຕົນຮູ້ຈັກພຣະອົງ” ແຕ່ບໍ່ຖືຮັກສາກົດບັນຍັດຂອງພຣະອົງ ຄົນນັ້ນກໍເວົ້າຕົວະ ແລະຄວາມຈິງກໍບໍ່ມີຢູ່ໃນລາວ.
Explore 1 ໂຢຮັນ 2:4
6
1 ໂຢຮັນ 2:3
ໃນຂໍ້ນີ້ແຫຼະ ເຮົາທັງຫລາຍຄົງສັງເກດໄດ້ວ່າ ພວກເຮົາຮູ້ຈັກກັບພຣະອົງ ຄືວ່າຖ້າພວກເຮົາຖືຮັກສາບັນດາກົດບັນຍັດຂອງພຣະອົງ.
Explore 1 ໂຢຮັນ 2:3
7
1 ໂຢຮັນ 2:9
ຜູ້ໃດທີ່ເວົ້າວ່າ ຕົນຢູ່ໃນຄວາມສະຫວ່າງ ແຕ່ຍັງກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍຍັງຢູ່ໃນຄວາມມືດຈົນເຖິງດຽວນີ້.
Explore 1 ໂຢຮັນ 2:9
8
1 ໂຢຮັນ 2:22
ແມ່ນຜູ້ໃດເປັນຜູ້ເວົ້າຕົວະ ກໍແມ່ນຜູ້ທີ່ປະຕິເສດວ່າ ພຣະເຢຊູເຈົ້າບໍ່ແມ່ນພຣະຄຣິດ ຜູ້ທີ່ປະຕິເສດພຣະບິດາເຈົ້າແລະພຣະບຸດ ຜູ້ນັ້ນແຫຼະ ເປັນຜູ້ຕໍ່ສູ້ພຣະຄຣິດ.
Explore 1 ໂຢຮັນ 2:22
9
1 ໂຢຮັນ 2:23
ດ້ວຍວ່າ, ຜູ້ທີ່ປະຕິເສດພຣະບຸດ ກໍປະຕິເສດພຣະບິດາເຈົ້າເໝືອນກັນ, ຜູ້ທີ່ຍອມຮັບພຣະບຸດ ຜູ້ນັ້ນກໍມີພຣະບິດາເຈົ້າເໝືອນກັນ.
Explore 1 ໂຢຮັນ 2:23
Home
Bible
Plans
Videos