ຄຳສັ່ງສອນ ແລະຄຳເທດສະໜາຂອງເຮົາ ກໍບໍ່ແມ່ນຄຳສະຫລຽວສະຫລາດ ອັນກ້ຽວກ່ອມໃຈດ້ວຍປັນຍາຂອງມະນຸດ, ແຕ່ແມ່ນຄຳຊຶ່ງໄດ້ສຳແດງພຣະວິນຍານ ແລະຣິດອຳນາດຂອງພຣະເຈົ້າ. ເພື່ອຄວາມເຊື່ອຂອງພວກເຈົ້າຈະບໍ່ໄດ້ຂຶ້ນຢູ່ກັບປັນຍາຂອງມະນຸດ, ແຕ່ອາໄສຣິດອຳນາດຂອງພຣະເຈົ້າ.