1
1 ໂກຣິນໂທ 1:27
ພຣະຄຳພີສັກສິ
ພຄພ
ແຕ່ພຣະເຈົ້າໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າໂງ່ ເພື່ອໃຫ້ຄົນສະຫລາດຖືກອັບອາຍ ແລະພຣະອົງໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າອ່ອນກຳລັງ ເພື່ອໃຫ້ຄົນທີ່ມີກຳລັງຖືກອັບອາຍ.
Compare
Explore 1 ໂກຣິນໂທ 1:27
2
1 ໂກຣິນໂທ 1:18
ເລື່ອງຄວາມຕາຍຂອງພຣະຄຣິດທີ່ໄມ້ກາງແຂນນັ້ນ ເປັນເລື່ອງໂງ່ສຳລັບພວກທີ່ກຳລັງຈິບຫາຍໄປ, ແຕ່ສຳລັບພວກເຮົາທີ່ກຳລັງຮັບຄວາມພົ້ນນັ້ນ ຖືວ່າເປັນຣິດອຳນາດຂອງພຣະເຈົ້າ.
Explore 1 ໂກຣິນໂທ 1:18
3
1 ໂກຣິນໂທ 1:25
ເພາະສິ່ງທີ່ເບິ່ງຄືວ່າ ເປັນຄວາມໂງ່ຂອງພຣະເຈົ້າ ກໍຍັງສະຫລາດກວ່າປັນຍາຂອງມະນຸດ ແລະສິ່ງທີ່ເບິ່ງຄືວ່າ ເປັນຄວາມອ່ອນແຮງຂອງພຣະເຈົ້າ ກໍຍັງແຂງແຮງກວ່າກຳລັງຂອງມະນຸດ.
Explore 1 ໂກຣິນໂທ 1:25
4
1 ໂກຣິນໂທ 1:9
ພຣະເຈົ້າສັດຊື່ ພຣະອົງໄດ້ຊົງເອີ້ນພວກເຈົ້າໃຫ້ສຳພັນສະໜິດກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດເຈົ້າ ພຣະອົງເຈົ້າຂອງພວກເຮົາ.
Explore 1 ໂກຣິນໂທ 1:9
5
1 ໂກຣິນໂທ 1:10
ພີ່ນ້ອງທັງຫລາຍເອີຍ, ໂດຍສິດອຳນາດຂອງພຣະນາມອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ເຮົາຂໍຮ້ອງພວກເຈົ້າທຸກຄົນ ໃຫ້ພວກເຈົ້າກ່າວຄວາມດຽວກັນ ແລະບໍ່ໃຫ້ຖືພັກຖືພວກ ແຕ່ຈົ່ງຮ່ວມເຂົ້າກັນເປັນນໍ້າໜຶ່ງໃຈດຽວ ແລະມີຈຸດປະສົງຢ່າງດຽວກັນ.
Explore 1 ໂກຣິນໂທ 1:10
6
1 ໂກຣິນໂທ 1:20
ຄົນມີປັນຍາຢູ່ໃສ? ຫລືຄົນສະຫລາດຢູ່ໃສ? ຫລືນັກໂຕ້ຕອບບັນຫາຂອງໂລກນີ້ຢູ່ໃສ? ພຣະເຈົ້າກະທຳໃຫ້ເຫັນວ່າ ປັນຍາຂອງຝ່າຍໂລກນີ້ເປັນຄວາມໂງ່
Explore 1 ໂກຣິນໂທ 1:20
Home
Bible
Plans
Videos