1
ໂຣມ 16:20
ພຣະຄຳພີສັກສິ
ພຄພ
ແລະຍັງອີກບໍ່ດົນພຣະເຈົ້າແຫ່ງສັນຕິສຸກຂອງພວກເຮົາ ຈະປາບມານຊາຕານໃຫ້ໝຸ່ນທະລາຍຢູ່ໃຕ້ພື້ນຕີນຂອງພວກເຈົ້າ. ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ກັບພວກເຈົ້າເທີ້ນ.
Compare
Explore ໂຣມ 16:20
2
ໂຣມ 16:17
ບັດນີ້ ພີ່ນ້ອງທັງຫລາຍຂອງເຮົາເອີຍ ເຮົາຂໍຮຽກຮ້ອງພວກເຈົ້າໃຫ້ຄອຍລະວັງສັງເກດເບິ່ງ ພວກທີ່ສ້າງຄວາມແຕກແຍກ ແລະເຮັດໃຫ້ຄົນອື່ນຫລົງໄປ ຈາກຄຳສອນທີ່ພວກເຈົ້າໄດ້ຮຽນມາແລ້ວ.
Explore ໂຣມ 16:17
3
ໂຣມ 16:18
ດ້ວຍວ່າ, ຄົນທີ່ເຮັດດັ່ງນັ້ນ ພວກເຂົາບໍ່ໄດ້ບົວລະບັດຮັບໃຊ້ອົງພຣະຄຣິດເຈົ້າຂອງພວກເຮົາ, ແຕ່ພວກເຂົາເຫັນແກ່ປາກແກ່ທ້ອງຂອງຕົນເອງ, ພວກເຂົາໄດ້ລໍ້ລວງຄົນຊື່ໃຫ້ຫລົງ ດ້ວຍຄຳເວົ້າອັນອ່ອນຫວານ ແລະຄຳຫລອກລວງ.
Explore ໂຣມ 16:18
4
ໂຣມ 16:25-27
ຈົ່ງຖວາຍພຣະກຽດແດ່ພຣະເຈົ້າ ຜູ້ຊົງຣິດເດດທີ່ເຮັດໃຫ້ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ ຕາມຂ່າວປະເສີດເລື່ອງພຣະເຢຊູຄຣິດເຈົ້າທີ່ເຮົາປະກາດນັ້ນ ແລະຕາມການເປີດເຜີຍໃຫ້ເຫັນເຖິງຄວາມຈິງອັນເລິກລັບ ຊຶ່ງໄດ້ຖືກປົກບັງໄວ້ມາຕັ້ງແຕ່ບູຮານນະການພຸ້ນ. ແຕ່ດຽວນີ້ ກໍໄດ້ເປີດເຜີຍໃຫ້ເຫັນແລ້ວ ຕາມທີ່ພວກຜູ້ທຳນວາຍໄດ້ຂຽນໄວ້ ແລະໂດຍຄຳສັ່ງຂອງພຣະເຈົ້າ ອົງດຳລົງຢູ່ຖາວອນກໍໄດ້ເປີດເຜີຍໃຫ້ປະຊາຊາດທັງປວງເຫັນແຈ້ງ ເພື່ອວ່າ ພວກເຂົາທຸກຄົນຈະໄດ້ເຊື່ອຟັງແລະປະຕິບັດຕາມ. ໂດຍພຣະເຢຊູຄຣິດເຈົ້າ ຂໍໃຫ້ສະຫງ່າຣາສີ ຈົ່ງມີແດ່ພຣະເຈົ້າ ຜູ້ຊົງພຣະປັນຍາແຕ່ອົງດຽວຕະຫລອດໄປເປັນນິດເທີ້ນ ອາແມນ.
Explore ໂຣມ 16:25-27
Home
Bible
Plans
Videos