ມາລາກີ ຄຳນຳ
ຄຳນຳ
ການສ້າງວິຫານຂຶ້ນໃໝ່ພາຍໃຕ້ການນຳຂອງເຊຣຸບບາເບນ ແລະ ໂຢຊວຍໂດຍໄດ້ຮັບແຮງບັນດານໃຈຈາກຄຳພະຍາກອນຂອງຮັກກາຍ ແລະ ເຊກາຣີຢານັ້ນແມ່ນສຳເລັດໃນ 516 ປີກ່ອນ ຄສ. ໂດຍມີເຈດຕະນາໃຫ້ເປັນສູນກາງຂອງຊຸມຊົນທີ່ມີຄວາມຍຸຕິທຳ ແລະ ການນະມັດສະການຢ່າງແທ້ຈິງ. ດ້ວຍວິທີນີ້ອິດສະຣາເອນຈະບັນລຸພັນທະກິດຂອງຕົນ ແລະ ເປັນແສງສະຫວ່າງໃຫ້ຊົນຊາດທັງຫລາຍໄດ້ເຫັນພຣະເຈົ້າ.
ໜ້າເສຍດາຍທີ່ເມື່ອຫລາຍປີຜ່ານໄປ ປະຊາຊົນກໍຍິ່ງຫ່າງໄກຈາກອຸດົມຄະຕິນີ້ໄປເລື້ອຍໆ. ເມື່ອຮອດກາງສັດຕະວັດຕໍ່ມາ ການນະມັດສະການຂອງພວກເຂົາກໍເສື່ອມໂຊມລົງ ແລະ ສັງຄົມຂອງພວກເຂົາກໍເຕັມໄປດ້ວຍບໍ່ຍຸຕິທຳ. ມາລາກີ (“ຜູ້ສົ່ງຂ່າວຂອງເຮົາ”) ຈຶ່ງໄດ້ທ້າທາຍປະຊາຊົນໃຫ້ຖວາຍກຽດແກ່ພຣະເຈົ້າຢ່າງເໝາະສົມທັງໃນການນະມັດສະການ ແລະ ໃຫ້ກຽດກັນ ແລ້ວໂລກຈຶ່ງຈະຮູ້ຈັກພຣະເຈົ້າຢາເວຜູ້ເປັນກະສັດຍິ່ງໃຫຍ່.
ມາລາກີທຳນວາຍດ້ວຍວິທີທີ່ແຕກຕ່າງ ເພິ່ນໄດ້ເລີ່ມສະເໜີເລື່ອງການປ່ຽນແປງໂດຍທັນທີ. ເພິ່ນໄດ້ລະບຸຂໍ້ໂຕ້ແຍ້ງທີ່ຄາດຄິດໄວ້ ແລະ ຕອບຂໍ້ໂຕ້ແຍ້ງເຫລົ່ານັ້ນ. ໜັງສືມາລາກີບັນທຶກວ່າມີບາງຄົນກັບໃຈຈາກການທ້າທາຍເຫລົ່ານີ້ ແລະ ພຣະເຈົ້າກ່າວວ່າພຣະອົງຈະໄວ້ຊີວິດຄົນເຫລົ່ານີ້ເມື່ອພຣະອົງກັບມາພິພາກສາໂລກ. ໜັງສືມາລາກີຈົບລົງດ້ວຍຄຳສັນຍາຂອງພຣະເຈົ້າທີ່ຈະສົ່ງຜູ້ທຳນວາຍເອລີຢາກັບມາ ກ່ອນວັນອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະເຈົ້າຢາເວ.
ที่ได้เลือกล่าสุด:
ມາລາກີ ຄຳນຳ: LCV
เน้นข้อความ
คัดลอก
เปรียบเทียบ
แบ่งปัน
ต้องการเน้นข้อความที่บันทึกไว้ตลอดทั้งอุปกรณ์ของคุณหรือไม่? ลงทะเบียน หรือลงชื่อเข้าใช้
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.