ເຊກາຣີຢາ 11
11
1ເລບານອນ, ຈົ່ງເປີດປະຕູທັງຫລາຍຂອງເຈົ້າ,
ເພື່ອໄຟຈະໄດ້ເຜົາໄໝ້ຕົ້ນສົນສີດາຂອງເຈົ້າ!
2ຕົ້ນສົນ, ຈົ່ງຮ້ອງໄຫ້ ເພາະຕົ້ນສົນສີດາໄດ້ລົ້ມລົງແລ້ວ!
ຕົ້ນໄມ້ງາມສະຫງ່ານັ້ນຈິບຫາຍເສຍແລ້ວ!
ຕົ້ນໂອກແຫ່ງບາຊານ ຈົ່ງຮ້ອງໄຫ້;
ເພາະປ່າໄມ້ດົກໜາຖືກຕັດແລ້ວ!
3ຈົ່ງຟັງສຽງຮ້ອງໄຫ້ຂອງບັນດາຄົນລ້ຽງແກະ;
ທົ່ງຫຍ້າອັນອຸດົມສົມບູນຂອງພວກເຂົາຖືກທຳລາຍໄປ!
ຈົ່ງຟັງສຽງຄຳລາມຂອງພວກສິງ;
ປ່າອັນຂຽວອຸ່ມທຸມຂອງຈໍແດນຖືກທຳລາຍແລ້ວ!
ຄົນລ້ຽງແກະສອງຄົນ
4ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍກ່າວວ່າ: “ຈົ່ງລ້ຽງຝູງແກະທີ່ຈະຕ້ອງຖືກຂ້າ. 5ຜູ້ຊື້ຂ້າແກະເຫລົ່ານັ້ນ ແລະ ບໍ່ຖືກລົງໂທດແຕ່ຢ່າງໃດ. ບັນດາຄົນຂາຍກໍເວົ້າວ່າ, ‘ສັນລະເສີນພຣະເຈົ້າຢາເວ, ເຮົາລວຍແລ້ວ!’ ຄົນລ້ຽງແກະເອງຂາຍມັນໄປໂດຍບໍ່ປານີຝູງແກະເລີຍ. 6ເພາະເຮົາຈະບໍ່ສົງສານປະຊາຊົນໃນແຜ່ນດິນນີ້ອີກ,” ພຣະເຈົ້າຢາເວປະກາດດັ່ງນີ້. “ເຮົາຈະມອບທຸກຄົນໄວ້ໃນມືເພື່ອນບ້ານ ແລະ ກະສັດຂອງພວກເຂົາ. ເຊິ່ງຈະຂົ່ມເຫັງບຽດບຽນແຜ່ນດິນນີ້, ແລະ ເຮົາຈະບໍ່ຊ່ວຍພວກເຂົາຈາກມືຂອງຄົນເຫລົ່ານັ້ນ”.
7ດັ່ງນັ້ນຂ້າພະເຈົ້າຈຶ່ງລ້ຽງແກະທີ່ຖືກໝາຍໄວ້ວ່າຈະຕ້ອງຖືກຂ້າ, ໂດຍສະເພາະໂຕທີ່ຖືກຂົ່ມເຫັງ ແລ້ວຂ້າພະເຈົ້າເອົາໄມ້ຄ້ອນເທົ້າຄົນລ້ຽງແກະມາສອງອັນ ແລະ ຕັ້ງຊື່ວ່າ “ພຣະຄຸນ” ແລະ ອີກອັນໜຶ່ງຕັ້ງຊື່ວ່າ “ສາມັກຄີ” ແລ້ວຂ້າພະເຈົ້າກໍລ້ຽງດູຝູງແກະ. 8ພາຍໃນເດືອນດຽວຂ້າພະເຈົ້າໄດ້ກຳຈັດຄົນລ້ຽງແກະສາມຄົນອອກໄປ.
ຝູງສັດກຽດຊັງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍເບື່ອພວກມັນ. 9ຂ້າພະເຈົ້າຈຶ່ງກ່າວວ່າ, “ເຮົາຈະບໍ່ເປັນຄົນລ້ຽງຂອງພວກເຈົ້າອີກແລ້ວ. ຜູ້ໃດຈະຕາຍກໍໃຫ້ຕາຍໄປ, ຜູ້ໃດຈະພິນາດຈິບຫາຍກໍໃຫ້ພິນາດຈິບຫາຍໄປ. ທີ່ເຫລືອກໍໃຫ້ກິນເລືອດເນື້ອກັນເອງ”.
10ແລ້ວຂ້າພະເຈົ້າເອົາໄມ້ຄ້ອນເທົ້າທີ່ຊື່ວ່າ “ພຣະຄຸນ” ມາຫັກເສຍ, ເປັນການຍົກເລີກພັນທະສັນຍາທີ່ຂ້າພະເຈົ້າເຮັດໄວ້ກັບປະຊາຊາດທັງໝົດ. 11ເປັນອັນຍົກເລີກສັນຍາໃນວັນນັ້ນ, ແລ້ວຜູ້ຕົກທຸກໄດ້ຍາກໃນຝູງແກະເຊິ່ງເບິ່ງຂ້າພະເຈົ້າຢູ່ ກໍຮູ້ວ່າເປັນຖ້ອຍຄໍາຂອງພຣະເຈົ້າຢາເວ.
12ຂ້າພະເຈົ້າກ່າວກັບພວກເຂົາວ່າ, “ຖ້າທ່ານເຫັນສົມຄວນ, ກໍຈົ່ງຈ່າຍຄ່າຈ້າງໃຫ້ເຮົາ; ຖ້າບໍ່ເຫັນດີ, ກໍເກັບຄ່າຈ້າງນັ້ນໄວ້”. ສະນັ້ນພວກເຂົາຈຶ່ງຈ່າຍເງິນໃຫ້ຂ້າພະເຈົ້າເປັນເງິນສາມສິບແຜ່ນ.
13ແລະ ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າ, “ຈົ່ງຖິ້ມເງິນນີ້ໃຫ້ແກ່ຊ່າງປັ້ນໝໍ້. ຄືເງິນຄ່າຈ້າງຢ່າງງາມທີ່ພວກເຂົາຈ່າຍໃຫ້” ຂ້າພະເຈົ້າກໍນຳເງິນສາມສິບແຜ່ນນັ້ນຖິ້ມເຂົ້າໄປໃນວິຫານຂອງພຣະເຈົ້າຢາເວສຳລັບຊ່າງປັ້ນໝໍ້.
14ແລ້ວຂ້າພະເຈົ້າຫັກໄມ້ຄ້ອນເທົ້າອັນທີສອງທີ່ມີຊື່ວ່າ “ສາມັກຄີ,” ເພື່ອສະແດງວ່າຢູດາກັບອິດສະຣາເອນເລີກເປັນພີ່ນ້ອງກັນແລ້ວ.
15ຈາກນັ້ນພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າດ “ຈົ່ງຈັບເຄື່ອງໃຊ້ຂອງຄົນລ້ຽງແກະໂງ່ຂຶ້ນມາອີກ. 16ເພາະເຮົາກຳລັງຈະຕັ້ງຄົນລ້ຽງແກະຂຶ້ນມາຄົນໜຶ່ງສຳລັບດິນແດນນີ້ ເຊິ່ງຈະບໍ່ເອົາໃຈໃສ່ແກະທີ່ຫລົງຫາຍ, ບໍ່ເບິ່ງແຍງລູກແກະ, ບໍ່ປິ່ນປົວຍຽວຢາໂຕທີ່ບາດເຈັບ, ຫລື ລ້ຽງດູໂຕທີ່ແຂງແຮງ ແຕ່ຈະກິນຊີ້ນແກະໂຕທີ່ອ້ວນພີ, ຈີກກີບຕີນຂອງມັນອອກ.
17“ວິບັດແກ່ຄົນລ້ຽງແກະທີ່ໄຮ້ຄ່າ,
ຜູ້ທີ່ປະຖິ້ມຝູງແກະ!
ຂໍໃຫ້ດາບຟັນແຂນຂອງລາວ ແລະ ຕາເບື້ອງຂວາຂອງລາວ!
ຂໍໃຫ້ແຂນຂອງລາວລີບໄປ
ແລະ ໃຫ້ຕາຂວາຂອງລາວບອດສະໜິດ!”
اکنون انتخاب شده:
ເຊກາຣີຢາ 11: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: