ໂອບາດີຢາ 1

1
ນິມິດ​ຂອງ​ໂອບາດີຢາ
(ຢມຢ 49:9-10,14-16)
1ນິມິດ​ຂອງ​ໂອບາດີຢາ.
ນີ້​ແມ່ນ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ກ່າວ​ກ່ຽວ​ກັບ​ເອໂດມ​ວ່າ,
ພວກເຮົາ​ໄດ້​ຍິນ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ຢາເວ​ດັ່ງນີ້:
ມີ​ທູດ​ຜູ້​ໜຶ່ງ​ຖືກ​ສົ່ງ​ໄປ​ຍັງ​ປະຊາຊາດ​ຕ່າງໆ​ເພື່ອ​ແຈ້ງ​ວ່າ,
“ຈົ່ງ​ລຸກ​ຂຶ້ນ, ໃຫ້​ພວກເຮົາ​ໄປ​ຕໍ່ສູ້​ກັບ​ເອໂດມ”,
2“ເບິ່ງ​ແມ, ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຜູ້​ຕ່ຳຕ້ອຍ​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ;
ເຈົ້າ​ຈະ​ຖືກ​ດູຖູກ​ທີ່​ສຸດ.
3ຄວາມ​ຈອງຫອງ​ຢູ່​ໃນ​ໃຈ​ຂອງ​ເຈົ້າ​ໄດ້​ຫລອກລວງ​ເຈົ້າ,
ເຈົ້າ​ຜູ້​ອາໄສ​ຢູ່​ໃນ​ຫລືບ​ຫີນ
ແລະ ສ້າງ​ເຮືອນ​ຂອງ​ຕົນ​ໄວ້​ເທິງ​ບ່ອນ​ສູງ,
ເຈົ້າ​ຜູ້​ບອກ​ຕົນ​ເອງ​ວ່າ,
‘ຜູ້ໃດ​ຈະ​ສາມາດ​ເອົາ​ເຮົາ​ລົງ​ໄປ​ຢູ່​ທີ່​ພື້ນ​ໄດ້?’
4ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ບິນ​ຂຶ້ນ​ໄດ້​ເໝືອນ​ນົກອິນຊີ
ແລະ ສ້າງ​ຮັງ​ຂອງ​ຕົນ​ໄວ້​ຢູ່​ຕາມ​ດາວ​ຕ່າງໆ​ກໍ​ຕາມ,
ເຮົາ​ກໍ​ຈະ​ນຳ​ເຈົ້າ​ລົງ​ມາ​ຈາກ​ທີ່​ນັ້ນ”,
ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ.
5“ຖ້າ​ຄົນຂີ້ລັກ​ມາ​ຫາ​ເຈົ້າ,
ຖ້າ​ໂຈນ​ບຸກ​ເຂົ້າມາ​ໃນ​ເວລາ​ກາງຄືນ
ໂອ້, ໄພພິບັດ​ອັນ​ໃດ​ທີ່​ລໍຖ້າ​ເຈົ້າ​ຢູ່!
ພວກເຂົາ​ຈະ​ບໍ່​ລັກ​ພຽງ​ແຕ່​ສິ່ງ​ທີ່​ພວກເຂົາ​ຕ້ອງການ​ບໍ?
ຖ້າ​ຄົນ​ເກັບ​ໝາກອະງຸ່ນ​ມາ​ຫາ​ເຈົ້າ,
ພວກເຂົາ​ຈະ​ບໍ່​ປະ​ໝາກອະງຸ່ນ​ໄວ້​ແດ່​ບໍ?
6ແຕ່​ເອຊາວ​ຈະ​ຖືກ​ປຸ້ນ,
ຊັບສົມບັດ​ທີ່​ລາວ​ເຊື່ອງ​ໄວ້​ກໍ​ຖືກ​ປຸ້ນ!
7ພັນທະມິດ​ທັງໝົດ​ຂອງ​ເຈົ້າ​ຈະ​ບັງຄັບ​ໃຫ້​ເຈົ້າ​ອອກ​ໄປ​ຈົນ​ສຸດ​ຊາຍແດນ;
ບັນດາ​ເພື່ອນ​ຂອງ​ເຈົ້າ​ຈະ​ຫລອກລວງ ແລະ ເອົາ​ຊະນະ​ເຈົ້າ;
ບັນດາ​ຜູ້​ທີ່​ເຄີຍ​ກິນ​ອາຫານ​ຂອງ​ເຈົ້າ​ຈະ​ວາງ​ກັບດັກ​ໃສ່​ເຈົ້າ#1:7 ໃນ​ພາສາ​ເຮັບເຣີ​ປະໂຫຍກ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
ແຕ່​ເຈົ້າ​ຈະ​ບໍ່​ພົບ​ມັນ”.
8ພຣະເຈົ້າ​ຢາເວ​ປະກາດ​ວ່າ, “ໃນ​ວັນ​ນັ້ນ,
ເຮົາ​ຈະ​ບໍ່​ທຳລາຍ​ຄົນ​ມີ​ປັນຍາ​ຂອງ​ເອໂດມ,
ແລະ ບັນດາ​ຜູ້​ທີ່​ມີ​ຄວາມ​ເຂົ້າໃຈ​ທີ່​ຢູ່​ຕາມ​ພູເຂົາ​ຕ່າງໆ​ຂອງ​ເອຊາວ​ບໍ?
9ເຕມານ, ນັກຮົບ​ຂອງ​ເຈົ້າ​ຈະ​ຕົກໃຈຢ້ານ
ແລະ ທຸກຄົນ​ທີ່​ພູເຂົາ​ຂອງ​ເອຊາວ
ຈະ​ຖືກ​ຟັນ​ລົງ​ໃນ​ການ​ຂ້າ.
10ເພາະ​ການ​ໃຊ້​ຄວາມ​ຮຸນແຮງ​ທີ່​ເຈົ້າ​ເຮັດ​ຕໍ່​ຢາໂຄບ​ນ້ອງຊາຍ​ຂອງ​ເຈົ້າ,
ເຈົ້າ​ຈະ​ອັບອາຍ​ຂາຍ​ໜ້າ;
ເຈົ້າ​ຈະ​ຖືກ​ທຳລາຍ​ໄປ​ຕະຫລອດ​ໄປ.
11ໃນ​ມື້​ທີ່​ເຈົ້າ​ຢືນ​ຢູ່​ຫ່າງໆ
ຂະນະ​ທີ່​ຄົນແປກໜ້າ​ຂົນ​ຊັບສົມບັດ​ຂອງ​ລາວ​ໄປ
ແລະ ບັນດາ​ຄົນ​ຕ່າງຊາດ​ບຸກ​ເຂົ້າ​ປະຕູ​ຂອງ​ລາວ
ແລະ ຈັບ​ສະຫລາກ​ເອົາ​ເຢຣູຊາເລັມ,
ເຈົ້າ​ກໍ​ເປັນ​ເໝືອນ​ຄົນ​ໜຶ່ງ​ໃນ​ພວກເຂົາ.
12ເຈົ້າ​ບໍ່​ຄວນ​ສົມ​ນ້ຳ​ໜ້າ​ນ້ອງຊາຍ​ຂອງ​ຕົນ
ໃນ​ມື້​ທີ່​ລາວ​ຮັບ​ເຄາະ​ຮ້າຍ,
ຫລື ຊື່ນຊົມຍິນດີ​ຕໍ່​ຊາວ​ຢູດາ
ໃນ​ມື້​ທີ່​ພວກເຂົາ​ຖືກ​ທຳລາຍ,
ຫລື ໂອ້​ອວດ​ຫລາຍ
ໃນ​ມື້​ທີ່​ພວກເຂົາ​ເດືອດຮ້ອນ.
13ເຈົ້າ​ບໍ່​ຄວນ​ເດີນ​ທັບ​ຜ່ານ​ປະຕູ​ເມືອງ​ຂອງ​ປະຊາຊົນ​ຂອງ​ເຮົາ
ໃນ​ວັນ​ທີ່​ພວກເຂົາ​ປະສົບ​ໄພພິບັດ,
ຫລື ດີໃຈ​ທີ່​ພວກເຂົາ​ຈິບຫາຍ
ໃນ​ວັນ​ທີ່​ພວກເຂົາ​ປະສົບ​ໄພພິບັດ,
ຫລື ຢຶດ​ຊັບສົມບັດ​ຂອງ​ພວກເຂົາ
ໃນ​ວັນ​ທີ່​ພວກເຂົາ​ພິນາດ​ຈິບຫາຍ.
14ເຈົ້າ​ບໍ່​ຄວນ​ລໍຖ້າ​ຢູ່​ທາງ​ແຍກ
ເພື່ອ​ກຳຈັດ​ພວກເຂົາ​ທີ່​ໜີ​ໄພ​ມາ,
ຫລື ມອບ​ໂຕ​ບັນດາ​ຄົນ​ທີ່​ລອດ​ຊີວິດ
ໃນ​ວັນ​ທີ່​ພວກເຂົາ​ເດືອດຮ້ອນ.
15“ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ແມ່ນ​ໃກ້​ເຂົ້າ​ມາ​ແລ້ວ
ສຳລັບ​ປະຊາຊາດ​ທັງໝົດ.
ເຈົ້າ​ເຮັດ​ສິ່ງໃດ​ໄວ້, ເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ​ຕອບແທນ;
ການ​ກະທຳ​ຂອງ​ເຈົ້າ​ຈະ​ກັບ​ຄືນ​ມາ​ຕົກ​ໃສ່​ເທິງ​ຫົວ​ຂອງ​ເຈົ້າ.
16ເໝືອນ​ດັ່ງ​ທີ່​ເຈົ້າ​ໄດ້​ດື່ມ​ຢູ່​ເທິງ​ໂນນພູ​ສັກສິດ​ຂອງ​ເຮົາ,
ດັ່ງນັ້ນ ປະຊາຊາດ​ທັງໝົດ​ຈະ​ດື່ມ​ຢ່າງ​ບໍ່​ຢຸດຢັ້ງ;
ພວກເຂົາ​ຈະ​ດື່ມ​ແລ້ວ​ດື່ມ​ອີກ
ແລະ ຈະ​ເປັນ​ຢ່າງ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ.
17ແຕ່​ຢູ່​ເທິງ​ພູເຂົາ​ຊີໂອນ​ຈະ​ມີ​ການ​ກອບກູ້;
ພູເຂົາ​ນັ້ນ​ຈະ​ສັກສິດ,
ແລະ ຢາໂຄບ​ຈະ​ໄດ້​ຄອບຄອງ​ມໍລະດົກ​ຂອງ​ຕົນ.
18ຢາໂຄບ​ຈະ​ເປັນ​ໄຟ
ໂຢເຊັບ​ຈະ​ເປັນ​ແປວໄຟ;
ເອຊາວ​ຈະ​ເປັນ​ຕໍ,
ແລະ ພວກເຂົາ​ຈະ​ຈູດ​ໄຟ​ເຜົາ​ລາວ ແລະ ທຳລາຍ​ລາວ.
ຢູ່​ທີ່​ນັ້ນ​ຈະ​ບໍ່​ມີ​ຜູ້ໃດ​ລອດ​ຊີວິດ
ຈາກ​ເອຊາວ”.
ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ເວົ້າ.
19ປະຊາຊົນ​ຈາກ​ເນເກັບ​ຈະ​ຢຶດຄອງ
ບັນດາ​ພູເຂົາ​ຂອງ​ເອຊາວ,
ແລະ ປະຊາຊົນ​ຈາກ​ຕີນພູ​ຈະ​ຄອບຄອງ
ດິນແດນ​ຂອງ​ຊາວ​ຟີລິດສະຕິນ
ພວກເຂົາ​ຈະ​ຢຶດຄອງ​ທົ່ງ​ພຽງ​ຂອງ​ເອຟຣາອິມ ແລະ ຊາມາເຣຍ,
ແລະ ເບັນຢາມິນ​ຈະ​ຄອບຄອງ​ກີເລອາດ.
20ກຸ່ມ​ຊາວ​ອິດສະຣາເອນ​ທີ່​ຖືກ​ເນລະເທດ ເຊິ່ງ​ຢູ່​ໃນ​ການາອານ
ຈະ​ຄອບຄອງ​ດິນແດນ​ໄກ​ຈົນ​ໄປ​ເຖິງ​ເຊເຣຟາດ;
ຄົນ​ທີ່​ຖືກ​ເນລະເທດ​ຈາກ​ເຢຣູຊາເລັມ ເຊິ່ງ​ຢູ່​ໃນ​ເສຟາລາດ
ຈະ​ຄອບຄອງ​ເມືອງ​ຕ່າງໆ​ຂອງ​ເນເກັບ.
21ບັນດາ​ຜູ້​ກອບກູ້​ຈະ​ຂຶ້ນ​ໄປ​ເທິງ#1:21 ຫລື ຈາກ​ພູເຂົາ​ຊີໂອນ
ເພື່ອ​ປົກຄອງ​ພູເຂົາ​ຕ່າງໆ​ຂອງ​ເອຊາວ.
ແລະ ອານາຈັກ​ນັ້ນ​ຈະ​ເປັນ​ຂອງ​ພຣະເຈົ້າ​ຢາເວ.

اکنون انتخاب شده:

ໂອບາດີຢາ 1: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید