ນາຮູມ 1
1
1ຄຳທຳນວາຍກ່ຽວກັບນະຄອນນີເນເວ. ໜັງສືແຫ່ງນິມິດຂອງນາຮູມຊາວແອນໂກດ.
ຄວາມໂກດຮ້າຍຂອງພຣະເຈົ້າຢາເວຕໍ່ນີເນເວ
2ພຣະເຈົ້າຢາເວເປັນພຣະເຈົ້າຜູ້ຫຶງຫວງ ແລະ ເຮັດການແກ້ແຄ້ນ;
ພຣະເຈົ້າໄດ້ແກ້ແຄ້ນ ແລະ ເຕັມໄປດ້ວຍຄວາມໂກດຮ້າຍ.
ພຣະເຈົ້າໄດ້ແກ້ແຄ້ນບັນດາສັດຕູຂອງພຣະອົງ
ແລະ ໄດ້ລະບາຍຄວາມໂກດຮ້າຍຂອງພຣະອົງໃສ່ບັນດາສັດຕູຂອງພຣະອົງ.
3ພຣະເຈົ້າຢາເວບໍ່ຮ້າຍງ່າຍ ແລະ ມີອຳນາດຍິ່ງໃຫຍ່
ພຣະເຈົ້າຢາເວຈະບໍ່ປ່ອຍຄົນຜິດໄປໂດຍບໍ່ໄດ້ຮັບໂທດ.
ພຣະອົງສະແດງທາງຂອງພຣະອົງຢູ່ໃນພະຍຸໝຸນ ແລະ ໃນລົມພະຍຸ
ແລະ ເມກນັ້ນເປັນຂີ້ຝຸ່ນດິນຈາກຕີນຂອງພຣະອົງ.
4ພຣະອົງສັ່ງທະເລ ແລະ ເຮັດໃຫ້ມັນແຫ້ງລົງ.
ພຣະອົງເຮັດໃຫ້ແມ່ນ້ຳທຸກສາຍແຫ້ງໄປ.
ບາຊານ ແລະ ກາເມນກໍຫ່ຽວແຫ້ງ
ແລະ ບັນດາດອກໄມ້ທີ່ເບັ່ງບານຂອງເລບານອນກໍຫລົ່ນລົງ.
5ບັນດາພູເຂົາສັ່ນສະເທືອນຢູ່ຕໍ່ໜ້າພຣະອົງ
ແລະ ເນີນພູຕ່າງໆກໍພັງທະລາຍລົງ.
ເມື່ອພຣະອົງມາປາກົດແຜ່ນດິນໂລກກໍສັ່ນສະທ້ານ,
ໂລກ ແລະ ທຸກຄົນທີ່ຢູ່ໃນໂລກ.
6ຜູ້ໃດສາມາດທົນຕໍ່ຄວາມໃຈຮ້າຍຂອງພຣະອົງໄດ້?
ຜູ້ໃດສາມາດທົນຕໍ່ຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງໄດ້?
ຄວາມໂກດຮ້າຍຂອງພຣະອົງພຸ່ງຂຶ້ນເໝືອນກັບໄຟ;
ຫີນແຕກຫັກຕໍ່ໜ້າພຣະອົງ.
7ພຣະເຈົ້າຢາເວປະເສີດ
ເປັນທີ່ລີ້ໄພໃນເວລາຫຍຸ້ງຍາກ.
ພຣະອົງຫ່ວງໃຍບັນດາຜູ້ທີ່ວາງໃຈໃນພຣະອົງ,
8ແຕ່ດ້ວຍນ້ຳຖ້ວມໜັກ
ພຣະອົງຈະເຮັດໃຫ້ນີນາເວສິ້ນສຸດລົງ;
ພຣະອົງຈະໄລ່ຕາມບັນດາສັດຕູຂອງພຣະອົງເຂົ້າສູ່ຄວາມມືດ.
9ສິ່ງໃດກໍຕາມທີ່ພວກເຂົາວາງແຜນຕໍ່ສູ້ພຣະເຈົ້າຢາເວ
ພຣະອົງກໍຈະເຮັດ#1:9 ຫລື ພວກເຈົ້າວາງແຜນຕໍ່ສູ້ພຣະເຈົ້າຢາເວຢ່າງໃດ ພຣະອົງກໍຈະນຳມັນມາໃຫ້ໃຫ້ສິ້ນສຸດລົງ;
ບັນຫາຈະບໍ່ເກີດຂຶ້ນເປັນຄັ້ງທີສອງ.
10ພວກເຂົາຈະຕິດຢູ່ໃນທ່າມກາງດົງໜາມ
ແລະ ເມົາດ້ວຍເຫລົ້າອະງຸ່ນຂອງພວກເຂົາ;
ພວກເຂົາຈະຖືກເຜົາໄໝ້ເໝືອນກັບກໍເຟືອງແຫ້ງ.#1:10 ໃນພາສາເຮັບເຣີ ຂໍ້ນີ້ມີຄວາມຫມາຍບໍ່ຊັດເຈນ
11ນີເນເວ, ມີຜູ້ໜຶ່ງອອກມາຈາກເຈົ້າ
ຜູ້ທີ່ວາງແຜນຮ້າຍຕໍ່ສູ້ພຣະເຈົ້າຢາເວ
ແລະ ວາງແຜນຊົ່ວ.
12ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວດັ່ງນີ້:
“ເຖິງແມ່ນວ່າພວກເຂົາມີພັນທະມິດ ແລະ ມີຈຳນວນຫລາຍ
ພວກເຂົາກໍຈະຖືກທຳລາຍ ແລະ ສູນສິ້ນໄປ.
ຢູດາເອີຍ, ເຖິງແມ່ນເຮົາໃຫ້ເຈົ້າທຸກທໍລະມານ,
ເຮົາຈະບໍ່ໃຫ້ເຈົ້າທໍລະມານອີກຕໍ່ໄປ.
13ບັດນີ້ ເຮົາຈະຫັກແອກຂອງພວກເຂົາຈາກຄໍຂອງເຈົ້າ
ແລະ ຫັກໂສ້ຂອງເຈົ້າຖິ້ມໄປ”.
14ນີເນເວເອີຍ, ພຣະເຈົ້າໄດ້ສັ່ງກ່ຽວກັບເຈົ້າດັ່ງນີ້:
“ເຈົ້າຈະບໍ່ມີລູກຫລານສືບຕະກຸນຂອງເຈົ້າ.
ເຮົາຈະທຳລາຍຮູບແກະສະຫລັກ ແລະ ຮູບເຄົາລົບທັງຫລາຍ.
ທີ່ຢູ່ໃນວິຫານແຫ່ງພະທັງຫລາຍຂອງເຈົ້າ.
ເຮົາຈະຕຽມຂຸມຝັງສົບຂອງເຈົ້າ,
ເພາະເຈົ້າຊົ່ວຊ້າ”.
15ເບິ່ງແມ, ຢູ່ເທິງພູເຂົານັ້ນ,
ຕີນຂອງຜູ້ນຳຂ່າວດີມາ,
ຜູ້ປະກາດສັນຕິສຸກ!
ຢູດາເອີຍ, ຈົ່ງສະຫລອງເທດສະການຕ່າງໆຂອງເຈົ້າ
ແລະ ເຮັດຕາມຄຳປະຕິຍານຂອງເຈົ້າ.
ຄົນຊົ່ວຮ້າຍຈະບໍ່ມາຮຸກຮານເຈົ້າອີກ;
ພວກເຂົາຈະຖືກທຳລາຍຈົນໝົດ.
اکنون انتخاب شده:
ນາຮູມ 1: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: