ໂຮເສອາ 5
5
ຄຳພິພາກສາອິດສະຣາເອນ
1“ບັນດາປະໂລຫິດ, ຈົ່ງຟັງ!
ປະຊາຊົນອິດສະຣາເອນ, ຈົ່ງຕັ້ງໃຈຟັງ!
ເຊື້ອສາຍຂອງກະສັດ, ຈົ່ງຟັງ!
ນີ້ແມ່ນຄຳພິພາກສາທີ່ມີມາເຖິງພວກເຈົ້າດັ່ງນີ້:
ພວກເຈົ້າເປັນກັບດັກທີ່ເມືອງມີຊະປາ,
ເປັນຕາໜ່າງທີ່ຄຶງໄວ້ຢູ່ເທິງພູເຂົາຕາໂບ.
2ບັນດາກະບົດຂ້າຄົນຫລວງຫລາຍ.
ເຮົາຈະລົງໂທດພວກເຂົາທຸກຄົນ.
3ເຮົາຮູ້ເລື່ອງຂອງເອຟຣາອິມທຸກຢ່າງ;
ອິດສະຣາເອນບໍ່ໄດ້ຖືກເຊື່ອງໄວ້ຈາກເຮົາ.
ເອຟຣາອິມ, ບັດນີ້ເຈົ້າໄດ້ຫັນໄປເປັນໂສເພນີ;
ອິດສະຣາເອນກໍເສື່ອມໂຊມລົງ.
4“ການກະທຳຂອງພວກເຂົາບໍ່ຍອມປ່ອຍພວກເຂົາ
ໃຫ້ກັບມາຫາພຣະເຈົ້າຂອງພວກເຂົາ.
ວິນຍານແຫ່ງການເປັນໂສເພນີຢູ່ໃນຫົວໃຈຂອງພວກເຂົາ;
ພວກເຂົາບໍ່ຍອມຮັບພຣະເຈົ້າຢາເວ.
5ຄວາມຈອງຫອງຂອງອິດສະຣາເອນເປັນຫລັກຖານຜູກມັດພວກເຂົາ;
ຊົນຊາດອິດສະຣາເອນ, ແມ່ນແຕ່ເອຟຣາອິມເອງກໍສະດຸດລົ້ມລົງໃນບາບ;
ຢູດາກໍລົ້ມລົງໄປກັບພວກເຂົາດ້ວຍ.
6ເມື່ອພວກເຂົານຳຝູງແບ້, ຝູງແກະ ແລະ ຝູງງົວຂອງພວກເຂົາ
ມາສະແຫວງຫາພຣະເຈົ້າຢາເວ,
ພວກເຂົາກໍຈະບໍ່ພົບພຣະອົງ;
ພຣະອົງໄດ້ຖອນຕົວອອກຈາກພວກເຂົາແລ້ວ.
7ພວກເຂົາບໍ່ສັດຊື່ຕໍ່ພຣະເຈົ້າຢາເວ;
ພວກເຂົາໃຫ້ກຳເນີດລູກນອກສົມລົດ.
ເມື່ອພວກເຂົາສະຫລອງເທດສະການເດືອນຂຶ້ນໃໝ່ໜຶ່ງຄ່ຳຂອງພວກເຂົາ,
ພຣະອົງຈະທຳລາຍທົ່ງນາຂອງພວກເຂົາ.
8“ຈົ່ງເປົ່າແກໃນກີເບອາ,
ຈົ່ງເປົ່າເຂົາສັດໃນຣາມາ.
ຈົ່ງໂຫ່ຮ້ອງເໝືອນອອກຮົບໃນເບັດເອນເອເວນ,#5:8 ແປວ່າ ເຮືອນແຫ່ງຄວາມຊົ່ວຮ້າຍ (ແທນທີ່ຈະເອີ້ນວ່າ ເບັດເອນ ເຊິ່ງແປວ່າ ວິຫານຂອງພຣະເຈົ້າ)
ເບັນຢາມິນ, ຈົ່ງນຳໜ້າໄປ.
9ໃນວັນພິພາກສາ
ເອຟຣາອິມຈະຖືກຖິ້ມຮ້າງ.
ເຮົາປະກາດສິ່ງທີ່ແນ່ນອນ
ທ່າມກາງເຜົ່າຕ່າງໆຂອງອິດສະຣາເອນ.
10ບັນດາຜູ້ນຳຂອງຢູດາ
ເປັນເໝືອນຄົນທີ່ຍົກຍ້າຍຫລັກຫີນກັ້ນເຂດແດນ.
ເຮົາຈະເທຄວາມໂກດຮ້າຍຂອງເຮົາເໜືອພວກເຂົາ
ດັ່ງກະແສນ້ຳຖ້ວມ.
11ເອຟຣາອິມຖືກກົດຂີ່ຂົ່ມເຫັງ,
ແລະ ຖືກຢຽບຢ່ຳລົງໂທດ,
ແຕ່ກໍຍັງຕັ້ງໃຈຕິດຕາມບັນດາຮູບເຄົາລົບ.#5:11 ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
12ເຮົາເປັນເໝືອນແມງໄມ້ກັດກິນເອຟຣາອິມ,
ແລະ ເປັນເໝືອນຄວາມເປື່ອຍເນົ່າຂອງເຜົ່າຢູດາ.
13“ເມື່ອເອຟຣາອິມເຫັນຄວາມເຈັບປ່ວຍຂອງຕົນ,
ແລະ ຢູດາກໍເຫັນບາດແຜຂອງຕົນ,
ຫລັງຈາກນັ້ນ ເອຟຣາອິມກໍຫັນໄປຫາອັດຊີເຣຍ,
ແລະ ສົ່ງຄົນໄປຫາກະສັດຜູ້ຍິ່ງໃຫຍ່ເພື່ອຂໍຄວາມຊ່ວຍເຫລືອ.
ແຕ່ເພິ່ນບໍ່ສາມາດຮັກສາພວກເຈົ້າໃຫ້ຫາຍໄດ້,
ບໍ່ສາມາດຮັກສາບາດແຜຂອງພວກເຈົ້າໄດ້ເລີຍ.
14ເພາະເຮົາຈະເປັນເໝືອນໂຕສິງສຳລັບເອຟຣາອິມ,
ເປັນເໝືອນພະຍາສິງສຳລັບຢູດາ.
ເຮົາຈະຈີກພວກເຂົາເປັນຕ່ອນໆ ແລະ ກໍຈາກໄປ;
ເຮົາຈະຄາບພວກເຂົາໄປ ແລະ ບໍ່ມີຜູ້ໃດຊ່ວຍພວກເຂົາໄດ້.
15ຫລັງຈາກນັ້ນ ເຮົາຈະກັບໄປທີ່ບ່ອນຂອງເຮົາ
ຈົນກວ່າພວກເຂົາຈະຍອມຮັບຜິດ
ແລ້ວພວກເຂົາກໍຈະສະແຫວງຫາໜ້າຂອງເຮົາ
ໃນຄວາມທຸກຍາກຂອງພວກເຂົາ
ພວກເຂົາຈະສະແຫວງຫາເຮົາຢ່າງຈິງຈັງ”
اکنون انتخاب شده:
ໂຮເສອາ 5: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: