ຮາບາກຸກ 3

3
ຄຳ​ອະທິຖານ​ຂອງ​ຮາບາກຸກ
1ຄຳ​ອະທິຖານ​ຂອງ​ຜູ້ທຳນວາຍ​ຮາບາກຸກ, ທຳນອງ​ຊິກິໂອໂນດ#3:1 ອາດ​ຈະ​ເປັນ​ສັບ​ທາງ​ວັນນະຄະດີ ຫລື ທາງ​ດົນຕີ
2ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ເຄີຍ​ໄດ້​ຍິນ​ຊື່ສຽງ​ຂອງ​ພຣະອົງ;
ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ຢືນ​ຢູ່​ດ້ວຍ​ຄວາມ​ຢຳເກງ​ໃນ​ກິດຈະການ​ຂອງ​ພຣະອົງ.
ຂໍ​ໂຜດ​ຮື້​ຟື້ນ​ກິດຈະການ​ເຫລົ່ານັ້ນ​ໃນ​ສະໄໝ​ຂອງ​ພວກຂ້ານ້ອຍ​ທັງຫລາຍ​ຄືນ​ອີກ,
ຂໍ​ໃຫ້​ຮູ້​ທົ່ວ​ກັນ​ໃນ​ສະໄໝ​ຂອງ​ພວກຂ້ານ້ອຍ​ທັງຫລາຍ;
ໃນ​ຄວາມ​ໂກດຮ້າຍ​ນັ້ນ​ຂໍ​ໃຫ້​ລະນຶກ​ເຖິງ​ຄວາມ​ເມດຕາ.
3ພຣະເຈົ້າ​ໄດ້​ມາ​ຈາກ​ເຕມານ,
ອົງ​ບໍລິສຸດ​ມາ​ຈາກ​ພູເຂົາ​ປາຣານ.#3:3 ອ່ານ​ວ່າ ເສລາ ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ ອາດ​ຈະ​ເປັນ​ສັບ​ທາງ​ດົນຕີ ເຊັ່ນ​ດຽວ​ກັບ​ຂໍ້ 9 ແລະ 13.
ສະຫງ່າລາສີ​ຂອງ​ພຣະອົງ​ກໍ​ປົກຄຸມ​ຟ້າ​ສະຫວັນ
ແລະ ໂລກ​ນີ້​ກໍ​ເຕັມ​ດ້ວຍ​ຄຳ​ສັນລະເສີນ​ພຣະອົງ.
4ຄວາມ​ສະຫງ່າງາມ​ຂອງ​ພຣະອົງ​ຄື​ກັບ​ຕາເວັນ​ທີ່​ກຳລັງ​ຂຶ້ນ;
ມີ​ແສງ​ກະພິບ​ອອກ​ມາ​ຈາກ​ມື,
ບ່ອນ​ທີ່​ລິດອຳນາດ​ຂອງ​ພຣະອົງ​ໄດ້​ຖືກ​ເຊື່ອງ​ໄວ້.
5ໄພພິບັດ​ໄດ້​ໄປ​ກ່ອນ​ພຣະອົງ;
ໂລກລະບາດ​ໄດ້​ຕາມ​ບາດກ້າວ​ຂອງ​ພຣະອົງ​ມາ.
6ພຣະອົງ​ຢືນ ແລະ ໂລກ​ກໍ​ສັ່ນ;
ພຣະອົງ​ຫລຽວເບິ່ງ ແລະ ບັນດາ​ປະຊາຊາດ​ກໍ​ສັ່ນ​ສະທ້ານ
ພູເຂົາ​ດຶກດຳບັນ​ທັງຫລາຍ​ກໍ​ພັງ​ທະລາຍ​ລົງ
ເນີນພູ​ເກົ່າ​ແກ່​ທັງຫລາຍ​ກໍ​ພັງ​ລົງ
ແຕ່ ພຣະອົງ​ເດີນ​ຕໍ່​ໄປ​ຕະຫລອດໄປ.
7ຂ້ານ້ອຍ​ໄດ້​ເຫັນ​ເຕັນ​ຂອງ​ຊາວ​ຄູຊັນ​ຕົກ​ຢູ່​ໃນ​ຄວາມ​ທຸກຍາກ
ແລະ ບ່ອນຢູ່​ຂອງ​ຊາວ​ມີດີອານ​ກໍ​ຕົກ​ຢູ່​ໃນ​ຄວາມ​ທໍລະມານ.
8ຂ້າ​ແດ່​ພຣະເຈົ້າ​ຢາເວ ພຣະອົງ​ໃຈຮ້າຍ​ໃຫ້​ແມ່ນ້ຳ​ບໍ?
ພຣະອົງ​ໂກດຮ້າຍ​ໃຫ້​ສາຍນ້ຳ​ບໍ?
ພຣະອົງ​ໂກດຮ້າຍ​ຕໍ່​ທະເລ
ເມື່ອ​ພຣະອົງ​ຂີ່​ມ້າ​ຂອງ​ພຣະອົງ
ແລະ ລົດມ້າ​ຂອງ​ພຣະອົງ​ໄປ​ສູ່​ໄຊຊະນະ​ບໍ?
9ພຣະອົງ​ຈັບ​ຄັນທະນູ​ອອກ​ມາ,
ພຣະອົງ​ໄດ້​ເອີ້ນ​ຫາ​ລູກທະນູ​ມາ​ຢ່າງ​ຫລວງຫລາຍ.
ພຣະອົງ​ແຍກ​ແຜ່ນດິນ​ດ້ວຍ​ແມ່ນ້ຳ;
10ພູເຂົາ​ທັງຫລາຍ​ໄດ້​ເຫັນ​ພຣະອົງ ແລະ ບິດ​ໂຕ​ໄປ​ມາ
ກະແສນ້ຳ​ກວດ​ໄປ;
ນໍ້າ​ເລິກ​ສົ່ງ​ສຽງ​ດັງ​ກ້ອງ
ແລະ ຊັດ​ຄື້ນ​ຂອງ​ມັນ​ຂຶ້ນ​ສູງ.
11ດວງ​ຕາເວັນ ແລະ ດວງ​ເດືອນ​ຢຸດ​ຢູ່​ໃນ​ຟ້າ​ສະຫວັນ
ເມື່ອ​ລູກທະນູ​ທີ່​ພຸ່ງ​ອອກ​ມາ​ຂອງ​ພຣະອົງ​ກໍ​ສ່ອງ​ປະກາຍ,
ເມື່ອ​ຫອກ​ຂອງ​ພຣະອົງ​ສ່ອງ​ປະກາຍ​ຄື​ກັບ​ຟ້າ​ແມບ.
12ພຣະອົງ​ກະທືບ​ແຜ່ນດິນໂລກ​ດ້ວຍ​ຄວາມ​ໂກດຮ້າຍ
ແລະ ຢຽບ​ປະຊາຊາດ​ທັງຫລາຍ​ດ້ວຍ​ຄວາມ​ໃຈຮ້າຍ.
13ພຣະອົງ​ໄດ້​ອອກ​ມາ​ປົດປ່ອຍ​ຄົນ​ຂອງ​ພຣະອົງ,
ເພື່ອ​ຊ່ວຍ​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້​ໃຫ້​ພົ້ນ.
ພຣະອົງ​ຂະຢີ້​ຜູ້ນຳ​ຂອງ​ດິນແດນ​ແຫ່ງ​ຄວາມ​ຊົ່ວຮ້າຍ
ພຣະອົງ​ເຮັດ​ໃຫ້​ລາວ​ເປືອຍກາຍ​ຕັ້ງແຕ່​ຫົວ​ຈົນ​ຮອດ​ຕີນ.
14ພຣະອົງ​ຈະ​ໃຊ້​ຫອກ​ຂອງ​ລາວ​ເອງ​ແທງ​ຫົວ​ຂອງ​ລາວ
ເມື່ອ​ບັນດາ​ນັກຮົບ​ຂອງ​ລາວ​ບຸກ​ມາ​ເພື່ອ​ຕີ​ພວກຂ້ານ້ອຍ​ໃຫ້​ກະຈັດກະຈາຍ,
ຍິ້ມ​ເຢີ້ຍ​ເໝືອນ​ກັບ​ວ່າ​ຈະ​ເຂົ້າ​ມາ​ກັດ​ກິນ
ຄົນ​ໜ້າ​ເວດທະນາ​ທີ່​ລີ້​ຢູ່.
15ພຣະອົງ​ໄດ້​ຢຽບຢ່ຳ​ທະເລ​ດ້ວຍ​ຝູງ​ມ້າ​ຂອງ​ພຣະອົງ,
ເຮັດ​ໃຫ້​ຫ້ວງ​ນໍ້າ​ໃຫຍ່​ປັ່ນປ່ວນ
16ຂ້ານ້ອຍ​ໄດ້​ຍິນ ແລະ ຫົວໃຈ​ຂອງ​ຂ້ານ້ອຍ​ກໍ​ຕື່ນເຕັ້ນ,
ສຽງ​ນັ້ນ​ເຮັດ​ໃຫ້​ຮີບສົບ​ຂອງ​ຂ້ານ້ອຍ​ສັ່ນ;
ຄວາມ​ເຊື່ອມໂຊມ​ກໍ​ໄດ້​ເຂົ້າ​ສູ່​ກະດູກ​ຂອງ​ຂ້ານ້ອຍ;
ແລະ ຂາ​ຂອງ​ຂ້ານ້ອຍ​ກໍ​ສັ່ນສະເທືອນ.
ເຖິງ​ປານ​ນັ້ນ​ຂ້ານ້ອຍ​ກໍ​ຈະ​ອົດທົນ​ລໍຖ້າ​ວັນ​ແຫ່ງ​ໄພພິບັດ,
ທີ່​ຈະ​ມາ​ເຖິງ​ຊົນຊາດ​ທີ່​ຮຸກຮານ​ພວກຂ້ານ້ອຍ.
17ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກເດື່ອ​ຈະ​ບໍ່​ອອກ​ດອກ
ແລະ ເຄືອອະງຸ່ນ​ຈະ​ບໍ່​ມີ​ໝາກ​ອະງຸ່ນ,
ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກກອກ​ຈະ​ບໍ່​ໃຫ້​ຜົນ
ແລະ ທົ່ງນາ​ທັງຫລາຍ​ຈະ​ບໍ່​ເກີດ​ພືດ​ເພື່ອ​ເປັນ​ອາຫານ,
ເຖິງ​ແມ່ນ​ວ່າ​ຈະ​ບໍ່​ມີ​ແກະ​ຢູ່​ໃນ​ຄອກ
ແລະ ບໍ່​ມີ​ງົວ​ຢູ່​ໃນ​ຄອກ​ກໍ​ຕາມ,
18ແຕ່​ເຖິງ​ປານ​ນັ້ນ​ຂ້ານ້ອຍ​ກໍ​ຈະ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ,
ຂ້ານ້ອຍ​ຈະ​ມີ​ຄວາມສຸກ​ໃນ​ພຣະເຈົ້າ ພຣະຜູ້ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ.
19ພຣະເຈົ້າ​ຢາເວ​ອົງ​ເຈົ້ານາຍ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ;
ພຣະອົງ​ໄດ້​ເຮັດ​ໃຫ້​ຕີນ​ຂອງ​ຂ້ານ້ອຍ​ເປັນ​ເໝືອນ​ກັບ​ຕີນ​ກວາງ
ພຣະອົງ​ໄດ້​ຊ່ວຍ​ໃຫ້​ຂ້ານ້ອຍ​ຢຽບ​ເທິງ​ທີ່​ສູງ​ໄດ້.
ສຳລັບ​ຜູ້ອຳນວຍການ​ຂອງ​ເພງ ໃຊ້​ກັບ​ເຄື່ອງດົນຕີ​ປະເພດ​ສາຍ​ຂອງ​ຂ້ານ້ອຍ.

اکنون انتخاب شده:

ຮາບາກຸກ 3: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید