ເອເຊກຽນ 35
35
ຄຳທຳນວາຍກ່າວໂທດເອໂດມ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ ຈົ່ງຫັນໜ້າຂອງເຈົ້າໄປຍັງພູເຂົາເສອີ ແລະ ທຳນວາຍກ່າວໂທດມັນ 3ແລະ ຈົ່ງກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ພູເຂົາເສອີ, ເຮົາເປັນສັດຕູກັບເຈົ້າ ແລະ ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ກັບເຈົ້າ ແລະ ເຮັດໃຫ້ເຈົ້າເປັນແດນຮົກຮ້າງຫວ່າງເປົ່າ. 4ເຮົາຈະເຮັດໃຫ້ເມືອງຕ່າງໆ ຂອງເຈົ້າກາຍເປັນຊາກຫັກພັງ ແລະ ເຈົ້າກໍຈະຮົກຮ້າງ. ແລ້ວເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.
5“ ‘ເນື່ອງຈາກເຈົ້າໄດ້ເກັບຄວາມກຽດຊັງນັ້ນໄວ້ມາຕັ້ງແຕ່ບູຮານ ແລະ ໄດ້ມອບຊົນຊາດອິດສະຣາເອນໃຫ້ແກ່ຄົມດາບໃນເວລາແຫ່ງຈິບຫາຍຂອງພວກເຂົາ, ໃນເວລາທີ່ໂທດຂອງພວກເຂົາເຖິງຂີດສຸດ, 6ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງປະກາດດັ່ງນີ້ວ່າ: ເຫດສະນັ້ນ ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາຈະມອບເຈົ້າໃຫ້ແກ່ການນອງເລືອດ ແລະ ມັນກໍຈະຕາມລ່າເຈົ້າສັນນັ້ນ. ເພາະເຈົ້າບໍ່ໄດ້ກຽດຊັງການນອງເລືອດ ດັ່ງນັ້ນການນອງເລືອດຈະຕາມລ່າເຈົ້າ. 7ເຮົາຈະເຮັດໃຫ້ພູເຂົາເສອີເປັນທີ່ຮົກຮ້າງຫວ່າງເປົ່າ ແລະ ຕັດມັນໃຫ້ຂາດຈາກຜູ້ທີ່ສັນຈອນໄປມາ. 8ເຮົາຈະເຮັດໃຫ້ພູເຂົາຕ່າງໆຂອງເຈົ້າເຕັມໄປດ້ວຍຊາກສົບ; ບັນດາຄົນທີ່ຖືກຂ້າດ້ວຍດາບຈະລົ້ມລົງເທິງໂນນພູທັງຫລາຍຂອງເຈົ້າ ແລະ ໃນຮ່ອມພູຕ່າງໆຂອງເຈົ້າ ແລະ ລຳຫ້ວຍທຸກແຫ່ງຂອງເຈົ້າ. 9ເຮົາຈະເຮັດໃຫ້ເຈົ້າຮົກຮ້າງຕະຫລອດໄປ; ເມືອງຕ່າງໆຂອງເຈົ້າຈະບໍ່ມີຄົນອາໄສຢູ່. ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.
10“ ‘ເນື່ອງຈາກເຈົ້າໄດ້ກ່າວວ່າ, “ສອງຊົນຊາດ ແລະ ປະເທດເຫລົ່ານີ້ຈະເປັນຂອງພວກເຮົາ ແລະ ພວກເຮົາຈະຖືສິດຄອບຄອງສອງຊົນຊາດ ແລະ ປະເທດເຫລົ່ານີ້”, ທັງທີ່ເຮົາຜູ້ເປັນພຣະເຈົ້າຢາເວກໍຢູ່ທີ່ນັ້ນ, 11ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້ວ່າ: ເຫດສະນັ້ນ ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາກໍຈະປະຕິບັດຕໍ່ເຈົ້າຕາມຄວາມຄຽດ ແລະ ຄວາມອິດສາທີ່ເຈົ້າສະແດງອອກໂດຍຄວາມກຽດຊັງຕໍ່ພວກເຂົາສັນນັ້ນ ແລະ ເຮົາຈະສະແດງເຮົາເອງໃຫ້ເປັນທີ່ຮູ້ຈັກທ່າມກາງພວກເຂົາເມື່ອເຮົາພິພາກສາເຈົ້າ. 12ແລ້ວເຈົ້າກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວໄດ້ຍິນຄຳເວົ້າດູຖູກທຸກຄຳທີ່ເຈົ້າໄດ້ເວົ້າໃຫ້ພູເຂົາຕ່າງໆຂອງອິດສະຣາເອນ. ເຈົ້າໄດ້ກ່າວວ່າ, “ສອງຊົນຊາດ ແລະ ປະເທດເຫລົ່ານີ້ຖືກຖິ້ມຮົກຮ້າງ ແລະ ຖືກມອບໃຫ້ພວກເຮົາກືນກິນ”. 13ເຈົ້າໄດ້ໂອ້ອວດທັບຖົມເຮົາ ແລະ ເວົ້າໃຫ້ເຮົາໂດຍບໍ່ຢຸດຢັ້ງ ແລະ ເຮົາກໍໄດ້ຍິນສິ່ງເຫລົ່ານັ້ນ. 14ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນຂະນະທີ່ທົ່ວໂລກຊື່ນຊົມຍິນດີ, ເຮົາຈະເຮັດໃຫ້ເຈົ້າຮົກຮ້າງ. 15ເນື່ອງຈາກເຈົ້າໄດ້ຊື່ນຊົມຍິນດີເມື່ອກຳມະສິດຂອງຊົນຊາດອິດສະຣາເອນຮົກຮ້າງ, ເຮົາຈຶ່ງປະຕິບັດຕໍ່ເຈົ້າເຊັ່ນນັ້ນຄືກັນ. ເຈົ້າຈະຮົກຮ້າງ, ພູເຂົາເສອີ, ທັງເຈົ້າ ແລະ ເອໂດມທັງໝົດ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
اکنون انتخاب شده:
ເອເຊກຽນ 35: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: