ເອເຊກຽນ 23
23
ສອງເອື້ອຍນ້ອງຜູ້ລ່ວງປະເວນີ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ, ມີຍິງສອງຄົນ ເຊິ່ງເປັນລູກສາວຂອງແມ່ຄົນດຽວກັນ. 3ພວກເຂົາກາຍເປັນໂສເພນີຢູ່ໃນເອຢິບ, ພວກເຂົາຄ້າປະເວນີຕັ້ງແຕ່ຍັງເປັນສາວ. ນົມຂອງພວກເຂົາຖືກບີບຄັ້ນ ແລະ ນົມພົມມະຈາລີຂອງພວກເຂົາຖືກກອດຮັດໃນດິນແດນນັ້ນ. 4ຜູ້ເປັນເອື້ອຍມີຊື່ວ່າໂອໂຮລາ ແລະ ນ້ອງສາວຂອງລາວແມ່ນໂອໂຮລີບາ. ພວກເຂົາເປັນກຳມະສິດຂອງເຮົາ ແລະ ໃຫ້ກຳເນີດລູກຊາຍ ແລະ ລູກສາວຫລາຍຄົນ. ໂອໂຮລາຄືຊາມາເຣຍ ແລະ ໂອໂຮລີບາຄືເຢຣູຊາເລັມ.
5“ໂອໂຮລາເລີ່ມຄ້າປະເວນີມາຕັ້ງແຕ່ນາງຍັງເປັນຂອງເຮົາ ແລະ ນາງກະຫາຍຫາຊູ້ຮັກຂອງນາງ ຄືບັນດານັກຮົບອັດຊີເຣຍ 6ເຊິ່ງແຕ່ງກາຍດ້ວຍຊຸດສີຟ້າ, ມີທັງຜູ້ວ່າການ ແລະ ຜູ້ບັນຊາການກັບທະຫານມ້າ, ພວກເຂົາທຸກຄົນຕ່າງກໍເປັນຊາຍໜຸ່ມຮູບງາມ. 7ນາງໄດ້ມອບຕົນເອງເປັນໂສເພນີແກ່ບັນດາຜູ້ມີອຳນາດຂອງອັດຊີເຣຍ ແລະ ເຮັດໃຫ້ຕົນເອງເປັນມົນທິນດ້ວຍຮູບເຄົາລົບທັງໝົດຂອງທຸກຄົນທີ່ນາງກະຫາຍຫາ. 8ນາງບໍ່ໄດ້ປະຖິ້ມການເປັນໂສເພນີທີ່ນາງເລີ່ມຂຶ້ນໃນເອຢິບ, ເມື່ອນາງຍັງເປັນສາວກໍມີຄົນມາຫລັບນອນກັບນາງ, ກອດຮັດນົມພົມມະຈາລີຂອງນາງ ແລະ ລະບາຍລາຄະຕັນຫາແກ່ນາງ.
9“ເຫດສະນັ້ນ ເຮົາຈຶ່ງໄດ້ມອບນາງໃຫ້ແກ່ຊູ້ຮັກຂອງນາງ ຄືຊາວອັດຊີເຣຍ ເຊິ່ງເປັນຜູ້ທີ່ນາງກະຫາຍຫາ. 10ພວກເຂົາໄດ້ຖອດເຄື່ອງນຸ່ງຂອງນາງອອກຈົນເປືອຍກາຍ, ຈັບລູກຊາຍ ແລະ ລູກສາວຂອງນາງໄປ ແລ້ວຂ້ານາງດ້ວຍດາບ. ນາງກາຍເປັນເປັນຄຳນິນທາໃນທ່າມກາງແມ່ຍິງ.
11“ໂອໂຮລີບາ ນ້ອງສາວຂອງນາງໄດ້ເຫັນເຫດການນີ້ແລ້ວ ກັບເຮັດໂຕຊົ່ວຊ້າຫລາຍກວ່າເອື້ອຍຂອງຕົນອີກ ໃນເລື່ອງລາຄະຕັນຫາ ແລະ ການເປັນໂສເພນີ. 12ນາງກໍເປັນເໝືອນກັນ ກະຫາຍຫາຊາວອັດຊີເຣຍ ທັງຜູ້ວ່າການ, ຜູ້ບັນຊາການ, ນັກຮົບໃນເຄື່ອງແບບ, ທະຫານມ້າ ລ້ວນແຕ່ເປັນຊາຍໜຸ່ມຮູບງາມ. 13ເຮົາເຫັນວ່ານາງກໍເປັນມົນທິນເໝືອນກັນ; ທັງສອງຄົນພວກເຂົາເດີນຕາມຮອຍດຽວກັນ.
14“ແຕ່ໂອໂຮລີບາຍັງຄ້າປະເວນີຂອງນາງຕໍ່ໄປ. ນາງໄດ້ເຫັນຮູບແຕ້ມສີແດງຂອງຊາວຄານເດອາ#23:14 ຫລື ຊາວບາບີໂລນຢູ່ເທິງຝາ, 15ພ້ອມດ້ວຍສາຍແອວຄາດແອວຂອງພວກເຂົາ ແລະ ມີຜ້າພັນຢູ່ເທິງຫົວຂອງພວກເຂົາ; ພວກເຂົາທັງໝົດເບິ່ງຄືກັບເຈົ້າໜ້າທີ່ລົດຮົບຂອງຊາວບາບີໂລນ, ຊາວພື້ນເມືອງຂອງຄານເດອາ.#23:15 ຫລື ບາບີໂລນ ເຊັ່ນດຽວກັບຂໍ້ 16 16ທັນທີທີ່ນາງໄດ້ເຫັນພວກເຂົາ, ນາງກໍກະຫາຍຫາພວກເຂົາ ແລະ ໄດ້ສົ່ງທູດໄປຫາພວກເຂົາໃນຄານເດອາ. 17ດັ່ງນັ້ນ ຊາວບາບີໂລນຈຶ່ງໄດ້ມາຫານາງທີ່ຕຽງຮັກ ແລະ ເຮັດໃຫ້ນາງເປັນມົນທິນດ້ວຍລາຄະຕັນຫາຂອງພວກເຂົາ. ຫລັງຈາກທີ່ນາງເປັນມົນທິນເພາະພວກເຂົາແລ້ວ ນາງກໍຫັນໜ້າໜີຈາກພວກເຂົາດ້ວຍຄວາມລັງກຽດ. 18ເມື່ອນາງຍັງເຮັດໂຕເປັນໂສເພນີຕໍ່ໄປຢ່າງເປີດເຜີຍ ແລະ ເປີດເຜີຍຮ່າງກາຍທີ່ເປືອຍຂອງຕົນ, ເຮົາກໍຫັນໜ້າໜີຈາກນາງດ້ວຍຄວາມລັງກຽດ, ເໝືອນທີ່ເຮົາໄດ້ຫັນໜ້າໜີຈາກເອື້ອຍຂອງນາງ. 19ເຖິງປານນັ້ນນາງກໍຍັງຫລັບນອນກັບຜູ້ຊາຍໂດຍບໍ່ເລືອກໜ້າຫລາຍຂຶ້ນ ເມື່ອລະນຶກເຖິງໄວສາວຂອງນາງຂະນະເປັນໂສເພນີຢູ່ໃນເອຢິບ. 20ທີ່ນັ້ນນາງໄດ້ກະຫາຍຫາຊູ້ຮັກທັງຫລາຍຂອງນາງ ຜູ້ທີ່ມີອະໄວຍະວະເພດເໝືອນຂອງໂຕລໍ ແລະ ມີອະສຸຈິເໝືອນຂອງໂຕມ້າ. 21ດັ່ງນັ້ນ ເຈົ້າຈຶ່ງໂຫຍຫາຄວາມລາມົກໃນໄວສາວຂອງເຈົ້າເມື່ອຄັ້ງຢູ່ໃນເອຢິບ ທີ່ນົມຂອງເຈົ້າຖືກກອດຮັດ ແລະ ນົມສາວຂອງເຈົ້າຖືກບີບຄັ້ນ.#23:21 ພາສາເຮັບເຣີວ່າ ຖືກກອດ ຮັດ ເພາະນົມສາວຂອງເຈົ້າ (ເບິ່ງຂໍ້ 3)
22“ເຫດສະນັ້ນ ໂອໂຮລີບາ, ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະກະຕຸ້ນຊູ້ຮັກທັງຫລາຍຂອງເຈົ້າ ທີ່ເຈົ້າຫັນໜ້າໜີດ້ວຍຄວາມລັງກຽດນັ້ນມາສູ້ກັບເຈົ້າ ແລະ ເຮົາຈະນຳພວກເຂົາມາສູ້ກັບເຈົ້າຈາກທຸກດ້ານ 23ຊາວບາບີໂລນ ຊາວຄານເດອາທັງໝົດ, ຊາຍຊາວເປໂກດ ແລະ ໂຊອາກັບໂຄອາ ແລະ ຊາວອັດຊີເຣຍທັງໝົດທີ່ເປັນຊາຍໜຸ່ມຮູບງາມ, ທັງຜູ້ວ່າການ ແລະ ຜູ້ບັນຊາການ, ເຈົ້າໜ້າທີ່ລົດຮົບ, ຊົນຊັ້ນສູງທັງໝົດຈະຂີ່ມ້າມາ. 24ພວກເຂົາຈະມາສູ້ຮົບກັບເຈົ້າໂດຍມີອາວຸດ,#23:24 ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ ລົດມ້າຮົບກັບຂະບວນກວຽນ ແລະ ພ້ອມດ້ວຍຄົນຈຳນວນຫລວງຫລາຍ; ພວກເຂົາຈະຕັ້ງຖານຮົບເພື່ອສູ້ກັບເຈົ້າທຸກດ້ານ ໂດຍມີໂລ່ໃຫຍ່ກັບໂລ່ນ້ອຍ ແລະ ໝວກເກາະ. ເຮົາຈະມອບເຈົ້າໃຫ້ພວກເຂົາລົງໂທດ ແລະ ພວກເຂົາຈະລົງໂທດເຈົ້າຕາມມາດຕະການຂອງພວກເຂົາ. 25ເຮົາຈະນຳຄວາມໃຈຮ້າຍອັນຫຶງຫວງຂອງເຮົາມາຈັດການກັບເຈົ້າ ແລະ ພວກເຂົາຈະຈັດການເຈົ້າດ້ວຍຄວາມໃຈຮ້າຍ. ພວກເຂົາຈະຕັດຫູ ແລະ ຕັດດັງຂອງເຈົ້າ, ສ່ວນບັນດາຜູ້ທີ່ເຫລືອຢູ່ຈະຕາຍດ້ວຍຄົມດາບ. ພວກເຂົາຈະຈັບລູກຊາຍ ແລະ ລູກສາວຂອງເຈົ້າໄປ ແລະ ພວກເຈົ້າທີ່ເຫລືອຢູ່ຈະຖືກເຜົາໄໝ້ດ້ວຍໄຟ. 26ພວກເຂົາຈະຖອດເຄື່ອງນຸ່ງຂອງເຈົ້າອອກ ແລະ ເອົາເຄື່ອງປະດັບອັນງົດງາມອອກຈາກກາຍຂອງເຈົ້າ 27ເຮົາຈະຢຸດຄວາມລາມົກ ແລະ ການຄ້າປະເວນີທີ່ເຈົ້າໄດ້ເລີ່ມຂຶ້ນຢູ່ໃນເອຢິບ. ເຈົ້າຈະບໍ່ຫລຽວເບິ່ງສິ່ງເຫລົ່ານີ້ດ້ວຍຄວາມປາຖະໜາ ຫລື ລະນຶກເຖິງເອຢິບອີກເລີຍ.
28“ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາກຳລັງຈະມອບເຈົ້າໄວ້ໃນມືຂອງບັນດາຜູ້ທີ່ເຈົ້າກຽດຊັງ, ມອບເຈົ້າໃຫ້ບັນດາຜູ້ທີ່ເຈົ້າຫັນໜ້າໜີດ້ວຍຄວາມລັງກຽດ. 29ພວກເຂົາຈະຈັດການກັບເຈົ້າດ້ວຍຄວາມກຽດຊັງ ແລະ ເອົາທຸກຢ່າງທີ່ເຈົ້າລົງແຮງເຮັດ. ພວກເຂົາຈະຖິ້ມເຈົ້າໄວ້ໃຫ້ເປືອຍກາຍ ແລະ ຄວາມອັບອາຍຈາກການຄ້າປະເວນີ#23:29 ຫລື ຂາຍໂຕຂອງເຈົ້າຈະຖືກເປີດເຜີຍ. ຄວາມລາມົກ ແລະ ການບໍ່ເລືອກໜ້າຂອງເຈົ້າ 30ໄດ້ນຳເອົາສິ່ງນີ້ມາສູ່ເຈົ້າ, ເພາະເຈົ້າກະຫາຍຫາຊົນຊາດທັງຫລາຍ ແລະ ເຮັດໃຫ້ຕົນເອງເປັນມົນທິນເພາະຮູບເຄົາລົບທັງຫລາຍຂອງພວກເຂົາ. 31ເຈົ້າໄດ້ເດີນຕາມຮອຍເອື້ອຍຂອງເຈົ້າ; ດັ່ງນັ້ນ ເຮົາຈະເອົາຈອກເຫລົ້າຂອງເອື້ອຍຂອງເຈົ້າໃສ່ໃນມືຂອງເຈົ້າ.
32“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ເຈົ້າຈະດື່ມຈາກຈອກຂອງເອື້ອຍຂອງເຈົ້າ,
ເປັນຈອກໃຫຍ່ ແລະ ເລິກ;
ຈອກນັ້ນຈະນຳເອົາຄວາມອັບອາຍ ແລະ ການເຢາະເຢີ້ຍມາໃຫ້,
ເປັນຈອກທີ່ບັນຈຸໄດ້ຫລວງຫລາຍ.
33ເຈົ້າຈະເຕັ້ມໄປດ້ວຍຄວາມມືນເມົາ ແລະ ຄວາມໂສກເສົ້າ,
ຈອກຂອງຊາມາເຣຍເອື້ອຍຂອງເຈົ້າ
ຈອກແຫ່ງຄວາມຈິບຫາຍ ແລະ ຮົກຮ້າງຫວ່າງເປົ່າ.
34ເຈົ້າຈະດື່ມ ແລະ ຊົດຈົນໝົດກ້ຽງ
ແລະ ເຈົ້າຈະຫຍ້ຳມັນແຕກເປັນປ່ຽງນ້ອຍໆ
ແລະ ເຈົ້າຈະຈີກນົມຂອງຕົນ.
ເຮົາໄດ້ກ່າວໄວ້, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
35“ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເນື່ອງຈາກເຈົ້າໄດ້ລືມເຮົາ ແລະ ຫັນຫລັງຂອງເຈົ້າໃຫ້ເຮົາ, ເຈົ້າຈຶ່ງຕ້ອງຮັບຜົນອັນເນື່ອງມາຈາກຄວາມລາມົກ ແລະ ການເປັນໂສເມນີເຈົ້າ”.
36ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ: “ບຸດມະນຸດ, ເຈົ້າຈະພິພາກສາໂທດໂອໂຮລາ ແລະ ໂອໂຮລີບາບໍ? ດັ່ງນັ້ນ ຈົ່ງປະນາມພວກເຂົາດ້ວຍພຶດຕິກຳອັນໜ້າກຽດຊັງຂອງພວກເຂົາ, 37ເພາະພວກເຂົາໄດ້ຫລິ້ນຊູ້ ແລະ ມືຂອງພວກເຂົາກໍເປື້ອນເລືອດ. ພວກເຂົາໄດ້ຫລິ້ນຊູ້ກັບຮູບເຄົາລົບທັງຫລາຍຂອງພວກເຂົາ; ພວກເຂົາຍັງໄດ້ຈັບບັນດາລູກຂອງຕົນ ຜູ້ທີ່ພວກເຂົາເກີດໃຫ້ເຮົານັ້ນບູຊາຍັນ#23:37 ຫລື ໂດຍໃຫ້ລູກໆທີ່ນາງຄອດໃຫ້ແກ່ເຮົາລຸຍໄຟໃຫ້ແກ່ຮູບເຄົາລົບທັງຫລາຍ. 38ພວກເຂົາໄດ້ເຮັດກັບເຮົາຢ່າງນີ້ຄື: ໃນເວລາດຽວກັນພວກເຂົາໄດ້ເຮັດໃຫ້ສະຖານນະມັດສະການຂອງເຮົາເປັນມົນທິນ ແລະ ເຮັດໃຫ້ວັນຊະບາໂຕຂອງເຮົາໝົ່ນໝອງ. 39ໃນວັນທີ່ພວກເຂົາຖວາຍບັນດາລູກຂອງຕົນໃຫ້ແກ່ຮູບເຄົາລົບຂອງພວກເຂົານັ້ນ ພວກເຂົາໄດ້ເຂົ້າມາໃນບ່ອນນະມັດສະການຂອງເຮົາ ແລະ ເຮັດໃຫ້ວິຫານຂອງເຮົາເປັນມົນທິນ. ນັ້ນຄືສິ່ງທີ່ພວກເຂົາໄດ້ເຮັດໃນວິຫານຂອງເຮົາ.
40“ພວກເຂົາຍັງໄດ້ສົ່ງຜູ້ສື່ສານໄປຊອກຫາຜູ້ຊາຍຈາກແດນໄກ ແລະ ເມື່ອຄົນເຫລົ່ານັ້ນມາເຖິງ ພວກເຂົາກໍອາບນ້ຳຊຳລະຮ່າງກາຍຂອງຕົນເພື່ອຜູ້ຊາຍເຫລົ່ານັ້ນ, ທາເຄື່ອງສຳອາງໃສ່ຕາ ແລະ ສວມເຄື່ອງປະດັບອັນງົດງາມຂອງຕົນ. 41ພວກເຂົານັ່ງຢູ່ເທິງຕັ່ງນວມອັນສະຫງ່າງາມ, ມີໂຕະໜຶ່ງຢູ່ຕໍ່ໜ້າທີ່ໃຊ້ວາງເຄື່ອງຫອມ ແລະ ນ້ຳມັນໝາກກອກທີ່ເປັນຂອງເຮົາ.
42“ສຽງຂອງຝູງຊົນທີ່ບໍ່ກັງວົນຫຍັງກໍດັງຢູ່ອ້ອມຮອບນາງ; ຄົນຂີ້ເມົາໄດ້ຖືກນຳມາຈາກຖິ່ນແຫ້ງແລ້ງກັນດານພ້ອມກັບຄົນງານ ແລະ ພວກເຂົາສວມສາຍແຂນໃສ່ຂໍ່ແຂນຂອງຍິງນັ້ນກັບນ້ອງສາວຂອງລາວ ແລະ ສວມມົງກຸດງາມໃສ່ເທິງຫົວຂອງພວກນາງ. 43ດັ່ງນັ້ນ ເຮົາຈຶ່ງກ່າວເຖິງນາງຜູ້ຊຸດໂຊມໄປເພາະການຫລິ້ນຊູ້ວ່າ, ‘ກໍໃຫ້ພວກເຂົາເຮັດກັບນາງຢ່າງໂສເພນີ ເພາະນາງເປັນໄດ້ສ່ຳນີ້’. 44ແລະ ພວກເຂົາກໍໄດ້ຮ່ວມຫລັບນອນກັບນາງ. ເໝືອນທີ່ຜູ້ຊາຍຮ່ວມຫລັບນອນກັບໂສເພນີ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ຮ່ວມຫລັບນອນກັບໂອໂຮລາ ແລະ ໂອໂຮລີບາຜູ້ລາມົກນີ້. 45ແຕ່ຜູ້ຊອບທຳຈະຕັດສິນພວກນາງໃຫ້ຮັບໂທດຂອງແມ່ຍິງຜູ້ຫລິ້ນຊູ້ ແລະ ເຮັດໃຫ້ເລືອດຕົກ, ເພາະພວກນາງຫລິ້ນຊູ້ ແລະ ມືເປື້ອນເລືອດ.
46“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຈົ່ງນຳຝູງຊົນມາສູ້ກັບພວກນາງ ແລະ ມອບພວກນາງໃຫ້ແກ່ຄວາມສະທ້ານຢ້ານກົວ ແລະ ການປຸ້ນ. 47ຝູງຊົນນັ້ນຈະເອົາຫີນແກວ່ງໃສ່ພວກນາງ ແລະ ຂ້າພວກນາງດ້ວຍດາບຂອງພວກເຂົາ; ພວກເຂົາຈະຂ້າລູກຊາຍ ແລະ ລູກສາວຂອງພວກນາງ ແລ້ວກໍຈູດເຮືອນຂອງພວກນາງຈົນໝົດ.
48“ດັ່ງນັ້ນ ເຮົາຈະຢຸດຕິຄວາມລາມົກໃນດິນແດນນີ້ ເພື່ອແມ່ຍິງທຸກຄົນຈະຮັບຄຳເຕືອນ ແລະ ບໍ່ເອົາແບບຢ່າງຂອງພວກເຈົ້າທັງສອງເອື້ອຍນ້ອງ. 49ພວກເຈົ້າຈະທົນທຸກຮັບໂທດແຫ່ງຄວາມລາມົກ ແລະ ຮັບຜົນຈາກຄວາມບາບເລື່ອງຮູບເຄົາລົບຂອງພວກເຈົ້າ. ຫລັງຈາກນັ້ນ ເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງເຈົ້ານາຍ”.
اکنون انتخاب شده:
ເອເຊກຽນ 23: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: