ເອເຊກຽນ 20
20
ອິດສະຣາເອນຜູ້ກະບົດຖືກກວດລ້າງ
1ໃນວັນທີສິບເດືອນທີຫ້າຂອງປີທີເຈັດ, ຜູ້ອາວຸໂສຂອງອິດສະຣາເອນບາງຄົນໄດ້ມາຮ້ອງຂໍຕໍ່ພຣະເຈົ້າຢາເວ ແລະ ພວກເຂົາໄດ້ມານັ່ງຢູ່ຕໍ່ໜ້າຂ້າພະເຈົ້າ.
2ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວ ກໍໄດ້ມາເຖິງຂ້າພະເຈົ້າວ່າ: 3“ບຸດມະນຸດ ຈົ່ງກ່າວແກ່ບັນດາຜູ້ອາວຸໂສຂອງອິດສະຣາເອນວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ພວກເຈົ້າມາຖາມເຮົາບໍ? ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາກໍຈະບໍ່ຍອມໃຫ້ພວກເຈົ້າມາຖາມສິ່ງໃດເຮົາສັນນັ້ນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’.
4“ພວກເຈົ້າຈະພິພາກສາພວກເຂົາບໍ? ບຸດມະນຸດ ພວກເຈົ້າຈະພິພາກສາພວກເຂົາບໍ? ຖ້າເປັນເຊັ່ນນັ້ນ ຈົ່ງກ່າວໂທດພວກເຂົາເລື່ອງການປະພຶດອັນໜ້າກຽດຊັງຂອງບັນພະບຸລຸດຂອງພວກເຂົາ. 5ແລະ ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນວັນທີ່ເຮົາເລືອກເອົາອິດສະຣາເອນນັ້ນ ເຮົາໄດ້ຍົກມືຂຶ້ນກ່າວປະຕິຍານແກ່ລູກຫລານຂອງຢາໂຄບ ແລະ ສະແດງໂຕແກ່ພວກເຂົາໃນເອຢິບ. ເຮົາໄດ້ຍົກມືຂຶ້ນກ່າວກັບພວກເຂົາວ່າ, “ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”. 6ໃນວັນນັ້ນເຮົາໄດ້ປະຕິຍານຕໍ່ພວກເຂົາວ່າ ເຮົາຈະນຳພວກເຂົາອອກຈາກເອຢິບໄປສູ່ດິນແດນທີ່ເຮົາໄດ້ເລືອກໄວ້ໃຫ້ພວກເຂົາ ເປັນດິນແດນທີ່ອຸດົມໄປດ້ວຍນ້ຳນົມ ແລະ ນ້ຳເຜິ້ງ, ເຊິ່ງເປັນດິນແດນທີ່ງົດງາມທີ່ສຸດໃນບັນດາດິນແດນທັງໝົດ. 7ແລະ ເຮົາໄດ້ກ່າວແກ່ພວກເຂົາວ່າ, “ພວກເຈົ້າທຸກຄົນ ຈົ່ງກຳຈັດຮູບເຄົາລົບອັນຊົ່ວຊ້າທີ່ພວກເຈົ້າໝາຍຕາເພິ່ງ ແລະ ຢ່າປ່ອຍຕົນເອງໃຫ້ເປັນມົນທິນດ້ວຍບັນດາຮູບເຄົາລົບຂອງເອຢິບ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”.
8“ ‘ແຕ່ພວກເຂົາກໍໄດ້ກະບົດຕໍ່ເຮົາ ແລະ ບໍ່ຍອມຟັງເຮົາ; ພວກເຂົາບໍ່ໄດ້ກຳຈັດຮູບເຄົາລົບອັນຊົ່ວຊ້າທີ່ຕົນໝາຍຕາເພິ່ງ, ທັງບໍ່ໄດ້ປະຖິ້ມຮູບເຄົາລົບຂອງເອຢິບ. ດັ່ງນັ້ນ ເຮົາຈຶ່ງໄດ້ເວົ້າວ່າເຮົາຈະຖອກຄວາມໂກດຮ້າຍອັນຮຸນແຮງຂອງເຮົາລົງເໜືອພວກເຂົາ ແລະ ລະບາຍຄວາມໃຈຮ້າຍຂອງເຮົາໃສ່ພວກເຂົາໃນເອຢິບ. 9ແຕ່ເພື່ອເຫັນແກ່ນາມຂອງເຮົາ, ເຮົາໄດ້ເຮັດເຊັ່ນນັ້ນກໍເພື່ອປ້ອງກັນບໍ່ໃຫ້ນາມຂອງເຮົາເປັນທີ່ດູຖູກໃນສາຍຕາຂອງຊົນຊາດທັງຫລາຍທີ່ພວກເຂົາອາໄສຢູ່ດ້ວຍ ແລະ ບັນດາຄົນທີ່ໄດ້ເຫັນເຮົາສະແດງໂຕແກ່ອິດສະຣາເອນໂດຍການນຳພວກເຂົາອອກມາຈາກເອຢິບ. 10ເຫດສະນັ້ນເຮົາຈຶ່ງນຳພາອິດສະຣາເອນອອກມາຈາກເອຢິບ ແລະ ນຳເອົາພວກເຂົາເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. 11ເຮົາໄດ້ມອບດຳລັດຂອງເຮົາໃຫ້ແກ່ພວກເຂົາ ແລະ ໃຫ້ພວກເຂົາຮຽນຮູ້ກົດບັນຍັດຂອງເຮົາ, ເຊິ່ງຄົນໃດເຊື່ອຟັງກໍຈະດຳລົງຊີວິດຢູ່ໂດຍກົດບັນຍັດເຫລົ່ານັ້ນ. 12ແລະ ເຮົາໄດ້ມອບວັນຊະບາໂຕໃຫ້ແກ່ພວກເຂົາ ເປັນໝາຍສຳຄັນລະຫວ່າງພວກເຮົາທັງສອງຝ່າຍ, ເພື່ອພວກເຂົາຈະໄດ້ຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ເຮັດໃຫ້ພວກເຂົາບໍລິສຸດ.
13“ ‘ເຖິງປານນັ້ນ ຊົນຊາດອິດສະຣາເອນກໍໄດ້ກະບົດຕໍ່ເຮົາໃນຖິ່ນແຫ້ງແລ້ງກັນດານ. ພວກເຂົາບໍ່ໄດ້ປະຕິບັດຕາມດຳລັດຂອງເຮົາ ແຕ່ໄດ້ປະຕິເສດກົດບັນຍັດຂອງເຮົາ ເຖິງວ່າຜູ້ທີ່ເຊື່ອຟັງຈະດຳລົງຊີວິດຢູ່ໂດຍກົດບັນຍັດນັ້ນ ແລະ ພວກເຂົາເຮັດໃຫ້ຊະບາໂຕຂອງເຮົາໝົ່ນໝອງທີ່ສຸດ. ດັ່ງນັ້ນ ເຮົາຈຶ່ງກ່າວວ່າຈະຖອກຄວາມໂກດຮ້າຍຂອງເຮົາລົງເໜືອພວກເຂົາ ແລະ ທຳລາຍພວກເຂົາໃນຖິ່ນແຫ້ງແລ້ງກັນດານ. 14ແຕ່ເພື່ອເຫັນແກ່ນາມຂອງເຮົາ, ເຮົາຈຶ່ງປົກປ້ອງນາມຂອງເຮົາໄວ້ ບໍ່ໃຫ້ເປັນທີ່ດູຖູກໃນສາຍຕາຂອງຊົນຊາດທັງຫລາຍທີ່ເຫັນເຮົານຳອິດສະຣາເອນອອກມາ. 15ແລະ ເຮົາຍົກມືຂຶ້ນປະຕິຍານຕໍ່ພວກເຂົາໃນຖິ່ນແຫ້ງແລ້ງກັນດານວ່າຈະບໍ່ນຳພວກເຂົາເຂົ້າສູ່ດິນແດນທີ່ເຮົາໄດ້ມອບໃຫ້ ຄືດິນແດນທີ່ອຸດົມໄປດ້ວຍນ້ຳນົມ ແລະ ນ້ຳເຜິ້ງ, ເຊິ່ງເປັນດິນແດນທີ່ງົດງາມທີ່ສຸດໃນບັນດາດິນແດນທັງໝົດ. 16ເນື່ອງຈາກພວກເຂົາໄດ້ປະຕິເສດກົດບັນຍັດຂອງເຮົາ ແລະ ບໍ່ໄດ້ປະຕິບັດຕາມດຳລັດຂອງເຮົາ ແລະ ເຮັດໃຫ້ວັນຊະບາໂຕຂອງເຮົາໝົ່ນໝອງ. ເພາະຈິດໃຈຂອງພວກເຂົາໄດ້ອຸທິດໃຫ້ກັບຮູບເຄົາລົບຂອງຕົນ. 17ເຖິງປານນັ້ນ ເຮົາກໍເບິ່ງພວກເຂົາດ້ວຍຄວາມສົງສານ ແລະ ບໍ່ໄດ້ທຳລາຍພວກເຂົາ ຫລື ເຮັດໃຫ້ພວກເຂົາຕ້ອງເຖິງຈຸດຈົບໃນຖິ່ນແຫ້ງແລ້ງກັນດານ. 18ເຮົາໄດ້ກ່າວແກ່ລູກຫລານຂອງພວກເຂົາໃນຖິ່ນແຫ້ງແລ້ງກັນດານວ່າ, “ຢ່າປະຕິບັດຕາມກົດເກນຂອງບັນພະບຸລຸດຂອງພວກເຈົ້າ ຫລື ເຮັດຕາມກົດບັນຍັດຂອງພວກເຂົາ ຫລື ເຮັດໃຫ້ຕົນເອງເປັນມົນທິນດ້ວຍຮູບເຄົາລົບທັງຫລາຍຂອງພວກເຂົາ. 19ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈົ່ງປະຕິບັດຕາມດຳລັດຂອງເຮົາ ແລະ ເອົາໃຈໃສ່ຮັກສາກົດບັນຍັດຂອງເຮົາ. 20ຈົ່ງຮັກສາວັນຊະບາໂຕຂອງເຮົາໃຫ້ບໍລິສຸດ, ເພື່ອວັນນັ້ນຈະເປັນໝາຍສຳຄັນລະຫວ່າງເຮົາກັບພວກເຈົ້າ ເພື່ອພວກເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”.
21“ ‘ແຕ່ລູກຫລານນັ້ນກໍໄດ້ກະບົດຕໍ່ເຮົາ ພວກເຂົາບໍ່ໄດ້ປະຕິບັດຕາມດຳລັດຂອງເຮົາ, ພວກເຂົາບໍ່ໄດ້ເອົາໃຈໃສ່ຮັກສາກົດບັນຍັດຂອງເຮົາ ເຖິງແມ່ນເຮົາໄດ້ເວົ້າວ່າ, “ຄົນໃດທີ່ເຊື່ອງຟັງຈະດຳລົງຊີວິດຢູ່ໄດ້ໂດຍກົດບັນຍັດເຫລົ່ານັ້ນ” ແລະ ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕຂອງເຮົາໝົ່ນໝອງ, ດັ່ງນັ້ນ ເຮົາຈຶ່ງໄດ້ເວົ້າໄວ້ວ່າເຮົາຈະຖອກຄວາມໂກດຮ້າຍຂອງເຮົາລົງເທິງພວກເຂົາ ແລະ ລະບາຍຄວາມໃຈຮ້າຍຂອງເຮົາຕໍ່ພວກເຂົາໃນຖິ່ນແຫ້ງແລ້ງກັນດານ. 22ແຕ່ເຮົາກໍໄດ້ຢັບຢັ້ງມືຂອງເຮົາໄວ້ ແລະ ເພື່ອເຫັນແກ່ນາມຂອງເຮົາ ເຮົາຈຶ່ງປົກປ້ອງນາມຂອງເຮົາໄວ້ບໍ່ໃຫ້ເປັນທີ່ດູຖູກໃນສາຍຕາຂອງຊົນຊາດທັງຫລາຍທີ່ເຫັນເຮົານຳອິດສະຣາເອນອອກມາ. 23ພ້ອມທັງເຮົາໄດ້ຍົກມືປະຕິຍານຕໍ່ພວກເຂົາໃນຖິ່ນແຫ້ງແລ້ງກັນດານວ່າ ເຮົາຈະເຮັດໃຫ້ພວກເຂົາກະຈັດກະຈາຍໄປທ່າມກາງຊົນຊາດທັງຫລາຍ ແລະ ກະຈັດກະຈາຍພວກເຂົາໄປຍັງປະເທດຕ່າງໆ. 24ເພາະພວກເຂົາບໍ່ໄດ້ເຊື່ອຟັງກົດບັນຍັດຂອງເຮົາ ແຕ່ໄດ້ປະຕິເສດດຳລັດຂອງເຮົາ ແລະ ເຮັດໃຫ້ວັນຊະບາໂຕຂອງເຮົາໝົ່ນໝອງ ແລະ ຕາຂອງພວກເຂົາກໍກະຫາຍຫາຮູບເຄົາລົບທັງຫລາຍຂອງບັນພະບຸລຸດຂອງພວກເຂົາ. 25ດັ່ງນັ້ນ ເຮົາມອບພວກເຂົາໄວ້ກັບກົດເກນທີ່ບໍ່ດີ ແລະ ມອບໄວ້ກັບກົດບັນຍັດທີ່ບໍ່ຊ່ວຍພວກເຂົາໃຫ້ດຳລົງຊີວິດຢູ່ໄດ້. 26ເຮົາປ່ອຍໃຫ້ພວກເຂົາເປັນມົນທິນຜ່ານທາງເຄື່ອງຖວາຍຂອງພວກເຂົາ ຄືການຖວາຍລູກກົກທຸກຄົນ ເພື່ອວ່າເຮົາຈະເຮັດໃຫ້ພວກເຂົາເຕັມໄປດ້ວຍຄວາມຢ້ານກົວ ເພື່ອພວກເຂົາຈະໄດ້ຮູ້ວ່າເຮົາຄືພຣະເຈົ້າຢາເວ’.
27“ເຫດສະນັ້ນ ບຸດມະນຸດ ຈົ່ງບອກປະຊາຊົນອິດສະຣາເອນວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນເລື່ອງນີ້ບັນພະບຸລຸດຂອງພວກເຈົ້າກໍຍັງໄດ້ໝິ່ນປະໝາດເຮົາໂດຍການບໍ່ສັດຊື່ຕໍ່ເຮົາ 28ຄືເມື່ອເຮົານຳພວກເຂົາເຂົ້າສູ່ດິນແດນທີ່ເຮົາປະຕິຍານໄວ້ວ່າຈະມອບໃຫ້ພວກເຂົາ ແລະ ພວກເຂົາກໍໄດ້ເຫັນພູເຂົາສູງ ຫລື ຕົ້ນໄມ້ໃບດົກ, ພວກເຂົາກໍໄດ້ຖວາຍເຄື່ອງບູຊາຕ່າງໆ, ເຮັດເຄື່ອງບູຊາທີ່ກະຕຸ້ນຄວາມໃຈຮ້າຍຂອງເຮົາ, ຖວາຍເຄື່ອງຫອມຂອງພວກເຂົາ ແລະ ຖອກເຄື່ອງດື່ມບູຊາຂອງພວກເຂົາອອກຖວາຍຢູ່ທີ່ນັ້ນ. 29ດັ່ງນັ້ນ ເຮົາຈຶ່ງໄດ້ກ່າວແກ່ພວກເຂົາດັ່ງນີ້ວ່າ: ສະຖານບູຊາເທິງທີ່ສູງທີ່ພວກເຈົ້າໄປນັ້ນແມ່ນຫຍັງ?’ ” (ພວກເຂົາຈຶ່ງເອີ້ນບ່ອນນັ້ນວ່າບາມາ#20:29 ແປວ່າ ທີ່ສູງ ມາຈົນເຖິງທຸກວັນນີ້).
ການພິພາກສາ ແລະ ການກັບສູ່ສະພາບດີ
30“ເຫດສະນັ້ນ ຈົ່ງເວົ້າກັບຊາວອິດສະຣາເອນວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ພວກເຈົ້າຈະເຮັດຕົນເອງໃຫ້ເປັນມົນທິນແບບດຽວກັບບັນພະບຸລຸດຂອງພວກເຈົ້າ ແລະ ກະຫາຍຫາບັນດາຮູບເຄົາລົບອັນຊົ່ວຊ້າຂອງພວກເຂົາບໍ? 31ເມື່ອພວກເຈົ້າຖວາຍເຄື່ອງບູຊາຂອງຕົນ ຄືຖວາຍລູກຫລານຂອງພວກເຈົ້າໃນກອງໄຟ#20:31 ຫລື ໃຫ້ລູກຊາຍຂອງເຈົ້າລຸຍໄຟ ພວກເຈົ້າກໍຍັງຄົງປ່ອຍໂຕໃຫ້ເປັນມົນທິນດ້ວຍຮູບເຄົາລົບມາຈົນເຖິງທຸກວັນນີ້. ຊາວອິດສະຣາເອນ ເຮົາຄວນຍອມໃຫ້ພວກເຈົ້າມາຖາມເຮົາບໍ? ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາກໍຈະບໍ່ຍອມໃຫ້ພວກເຈົ້າມາຖາມເຮົາສັນນັ້ນ.
32“ ‘ພວກເຈົ້າເວົ້າວ່າ “ພວກເຮົາຢາກເປັນເໝືອນປະຊາຊາດທັງຫລາຍ ເໝືອນຊົນຊາດຕ່າງໆໃນໂລກທີ່ຮັບໃຊ້ຕົ້ນໄມ້ ແລະ ຫີນ”. ແຕ່ສິ່ງທີ່ພວກເຈົ້າຄິດໝາຍໄວ້ໃນໃຈນັ້ນຈະບໍ່ມີວັນເປັນໄປໄດ້. 33ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາກໍຈະປົກຄອງພວກເຈົ້າດ້ວຍມືອັນຍິ່ງໃຫຍ່ ແລະ ດ້ວຍແຂນທີ່ຢຽດອອກ ແລະ ດ້ວຍໂກດຮ້າຍທີ່ຖອກອອກມາສັນນັ້ນ. 34ເຮົາຈະນຳພວກເຈົ້າມາຈາກຊາດຕ່າງໆ ແລະ ຮວບຮວມພວກເຈົ້າອອກມາຈາກປະເທດທັງຫລາຍທີ່ພວກເຈົ້າຖືກເຮັດໃຫ້ກະຈັດກະຈາຍໄປດ້ວຍມືອັນຍິ່ງໃຫຍ່ ແລະ ດ້ວຍແຂນທີ່ຢຽດອອກ ແລະ ດ້ວຍຄວາມໂກດຮ້າຍທີ່ຖອກອອກມາ. 35ເຮົາຈະນຳພວກເຈົ້າເຂົ້າສູ່ຖິ່ນແຫ້ງແລ້ງກັນດານຂອງຊົນຊາດຕ່າງໆ ແລະ ເຮົາຈະພິພາກສາລົງໂທດພວກເຈົ້າໜ້າຕໍ່ໜ້າຢູ່ທີ່ນັ້ນ. 36ເຮົາໄດ້ພິພາກສາບັນພະບຸລຸດຂອງພວກເຈົ້າໃນຖິ່ນແຫ້ງແລ້ງກັນດານຂອງເອຢິບຢ່າງໃດ ເຮົາກໍຈະພິພາກສາພວກເຈົ້າຢ່າງນັ້ນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. 37ເຮົາຈະນັບພວກເຈົ້າຂະນະທີ່ພວກເຈົ້າຜ່ານໄປກ້ອງໄມ້ຄ້ອນເທົ້າຂອງເຮົາ ແລະ ເຮົາຈະນຳພວກເຈົ້າເຂົ້າສູ່ຂໍ້ຜູກມັດແຫ່ງຄຳໝັ້ນສັນຍາ. 38ເຮົາຈະຊຳລະ ແລະ ແຍກພວກເຈົ້າອອກມາຈາກບັນດາຜູ້ທີ່ກະບົດ ແລະ ທໍລະຍົດເຮົາ. ເຖິງວ່າເຮົາຈະນຳຄົນເຫລົ່ານັ້ນອອກມາຈາກດິນແດນທີ່ພວກເຂົາອາໄສຢູ່ ແຕ່ພວກເຂົາກໍຈະບໍ່ໄດ້ເຂົ້າໃນແຜ່ນດິນອິດສະຣາເອນ ເມື່ອນັ້ນເຈົ້າຈະໄດ້ຮູ້ວ່າເຮົາຄືພຣະເຈົ້າຢາເວ.
39“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຊາວອິດສະຣາເອນ, ຝ່າຍພວກເຈົ້າຈົ່ງໄປ ແລະ ຮັບໃຊ້ຮູບເຄົາລົບຕ່າງໆຂອງພວກເຈົ້າ, ພວກເຈົ້າທຸກຄົນນີ້ແຫລະ! ແຕ່ພາຍຫລັງພວກເຈົ້າຈະຟັງເຮົາຢ່າງແນ່ນອນ ແລະ ບໍ່ດູຖູກນາມອັນບໍລິສຸດຂອງເຮົາດ້ວຍຂອງຖວາຍຂອງພວກເຈົ້າ ແລະ ຮູບເຄົາລົບທັງຫລາຍຂອງເຈົ້າອີກຕໍ່ໄປ 40ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ, ຊາວອິດສະຣາເອນທັງໝົດຈະຮັບໃຊ້ເຮົາຢູ່ເທິງພູເຂົາສັກສິດຂອງເຮົາ, ເທິງພູເຂົາສູງແຫ່ງອິດສະຣາເອນ ເຮົາຈະຍອມຮັບພວກເຂົາຢູ່ທີ່ນັ້ນ. ເຮົາປະສົງເຄື່ອງບູຊາຂອງພວກເຈົ້າ ແລະ ຂອງຖວາຍທີ່ຄັດມາຢ່າງດີທີ່ສຸດ#20:40 ຫລື ແລະ ການຖວາຍຜົນທຳອິດຂອງເຈົ້າ ພ້ອມທັງເຄື່ອງບູຊາອັນບໍລິສຸດທຸກຢ່າງຂອງພວກເຈົ້າ. 41ເຮົາຈະຮັບພວກເຈົ້າໄວ້ເປັນເຄື່ອງຫອມ ເມື່ອເຮົານຳພວກເຈົ້າອອກມາຈາກປະຊາຊາດຕ່າງໆ ແລະ ຮວບຮວມເອົາພວກເຈົ້າອອກມາຈາກປະເທດທັງຫລາຍທີ່ເຮົາເຮັດໃຫ້ເຈົ້າກະຈັດກະຈາຍອອກໄປນັ້ນ ແລະ ເຮົາຈະສະແດງໃຫ້ເຫັນຄວາມບໍລິສຸດຂອງເຮົາໃນທ່າມກາງພວກເຈົ້າຕໍ່ໜ້າປະຊາຊາດທັງຫລາຍ. 42ເມື່ອນັ້ນເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເມື່ອເຮົານຳພວກເຈົ້າເຂົ້າສູ່ດິນແດນອິດສະຣາເອນ ຄືດິນແດນທີ່ເຮົາໄດ້ຍົກມືຂຶ້ນປະຕິຍານໄວ້ວ່າຈະຍົກໃຫ້ແກ່ບັນພະບຸລຸດຂອງພວກເຈົ້າ. 43ພວກເຈົ້າຈະລະນຶກເຖິງຄວາມປະພຶດຂອງຕົນ ແລະ ການເຮັດທຸກຢ່າງທີ່ເຈົ້າເຮັດໃຫ້ໂຕເອງເປັນມົນທິນຢູ່ທີ່ນັ້ນ ແລະ ພວກເຈົ້າຈະກຽດຊັງຕົນເອງເພາະຄວາມຊົ່ວຮ້າຍທັງໝົດທີ່ພວກເຈົ້າໄດ້ເຮັດ. 44ຊາວອິດສະຣາເອນ ພວກເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເມື່ອເຮົາຈັດການກັບພວກເຈົ້າໂດຍເຫັນແກ່ນາມຂອງເຮົາ ບໍ່ແມ່ນຕາມວິຖີອັນຊົ່ວຮ້າຍ ແລະ ການກະທຳອັນຊົ່ວຊ້າຂອງພວກເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
ຄຳທຳນວາຍກ່າວໂທດເມືອງທາງໃຕ້
45ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າວ່າ: 46“ບຸດມະນຸດ ຈົ່ງຫັນໜ້າຂອງເຈົ້າໄປຫາທິດໃຕ້, ຈົ່ງເທດສະໜາຕໍ່ຕ້ານທິດໃຕ້ ແລະ ທຳນວາຍກ່າວໂທດປ່າໄມ້ຂອງດິນແດນທາງທິດໃຕ້. 47ຈົ່ງກ່າວແກ່ປ່າໄມ້ດິນແດນທາງທິດໃຕ້ວ່າ: ‘ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາກຳລັງຈະຈຸດໄຟເຜົາພວກເຈົ້າ ແລະ ໄຟນັ້ນຈະເຜົາໄໝ້ຕົ້ນໄມ້ຂອງເຈົ້າທັງໝົດ, ທັງທີ່ຍັງຂຽວສົດ ແລະ ຫ່ຽວແຫ້ງ. ແປວໄຟທີ່ລຸກໄໝ້ຢູ່ນັ້ນຈະບໍ່ມອດລົງ ແລະ ທຸກໃບໜ້າຈາກທິດໃຕ້ໄປເຖິງທິດເໜືອຈະຖືກເຜົາໄໝ້ດ້ວຍໄຟນັ້ນ. 48ທຸກຄົນຈະເຫັນວ່າ ເຮົາຜູ້ເປັນພຣະເຈົ້າຢາເວໄດ້ຈຸດໄຟນັ້ນ, ໄຟກໍຈະບໍ່ມອດລົງ’ ”.
49ແລ້ວຂ້າພະເຈົ້າໄດ້ຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ! ພວກເຂົາກຳລັງກ່າວກ່ຽວກັບຂ້ານ້ອຍວ່າ, ‘ພວກເຂົາພຽງແຕ່ກຳລັງກ່າວຄຳອຸປະມາບໍ່ແມ່ນບໍ?’ ”
اکنون انتخاب شده:
ເອເຊກຽນ 20: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: