ລູກາ 24
24
ພຣະເຢຊູເຈົ້າຊົງຄືນພຣະຊົນ
(ມທ 28:1-10; ມລກ 16:1-8; ຢຮ 20:1-10)
1ແຕ່ຮຸ່ງເຊົ້າຂອງວັນຕົ້ນສັບປະດາ(ວັນອາທິດ) ພວກແມ່ຍິງເຫຼົ່ານັ້ນໄດ້ໄປທີ່ອຸບມຸງ ພ້ອມທັງຖືເຄື່ອງຫອມທີ່ພວກຕົນຈັດຕຽມໄວ້ແລ້ວໄປນຳ. 2ພວກນາງເຫັນກ້ອນຫີນໄດ້ຖືກກິ່ງອອກຈາກປາກອຸບມຸງແລ້ວ. 3ດັ່ງນັ້ນ ພວກນາງຈຶ່ງເຂົ້າໄປ, ແຕ່ບໍ່ເຫັນພຣະສົບຂອງອົງພຣະເຢຊູເຈົ້າ. 4ເວລາ ພວກຍິງເຫຼົ່ານີ້ຢືນຄິດເຖິງເຫດການນີ້ຢູ່ ໃນທັນໃດນັ້ນ ກໍມີຊາຍສອງຄົນຢືນຢູ່ໃກ້ພວກນາງ ຊາຍສອງຄົນນີ້ນຸ່ງເຄື່ອງເປັ່ງປະກາຍຈົນເຫຼື້ອມຕາ. 5ດ້ວຍ ຄວາມຢ້ານທີ່ສຸດ ພວກນາງຈຶ່ງກົ້ມຂາບລົງພື້ນດິນ ແລະຊາຍສອງຄົນກໍກ່າວວ່າ, “ເປັນຫັງພວກເຈົ້າຈຶ່ງຊອກຫາຄົນເປັນຢູ່ໃນໝູ່ຄົນຕາຍ? 6ພຣະອົງ ບໍ່ໄດ້ຢູ່ທີ່ນີ້ ພຣະອົງເປັນຄືນມາສູ່ຊີວິດແລ້ວ ຈົ່ງລະນຶກເຖິງຖ້ອຍຄຳທີ່ພຣະອົງກ່າວແກ່ພວກເຈົ້າ ເມື່ອພຣະອົງຢູ່ໃນແຂວງຄາລີເລວ່າ, 7‘ພຣະເຢຊູເຈົ້າຕ້ອງຖືກມອບໄວ້ໃນມືຂອງບັນດາຄົນບາບ ແລະຖືກຄຶງໄວ້ທີ່ໄມ້ກາງແຂນ ແລ້ວໃນວັນຖ້ວນສາມກໍຈະເປັນຄືນມາສູ່ຊີວິດ.’”
8ແລ້ວ ແມ່ຍິງເຫຼົ່ານີ້ກໍລະນຶກເຖິງຖ້ອຍຄຳຂອງພຣະອົງ, 9ແລະ ເມື່ອໄດ້ກັບໄປຈາກອຸບມຸງແລ້ວ ພວກນາງກໍໄດ້ບອກເຫດການເຫຼົ່ານີ້ທັງໝົດ ແກ່ພວກສາວົກສິບເອັດຄົນ ແລະຄົນອື່ນໆທັງໝົດດ້ວຍ. 10ພວກ ແມ່ຍິງທີ່ມາບອກຂ່າວນີ້ມີ: ມາຣີໄທມັກດາລາ, ໂຢຮັນນາ, ມາຣີແມ່ຂອງຢາໂກໂບ, ພວກແມ່ຍິງຄົນອື່ນໆທີ່ຢູ່ກັບພວກນາງ ກໍເລົ່າເຫດການຢ່າງດຽວກັນນີ້ແກ່ພວກອັກຄະສາວົກ. 11ຝ່າຍ ພວກອັກຄະສາວົກບໍ່ເຊື່ອຄຳເວົ້າຂອງພວກນາງ ເພາະຖືວ່າເປັນຄຳເວົ້າເປົ່າໆ. 12ແຕ່ ເປໂຕໄດ້ລຸກຂຶ້ນ ແລະແລ່ນໄປທີ່ອຸບມຸງ ລາວກົ້ມລົງ ແລະເຫັນແຕ່ຜ້າພັນພຣະສົບເທົ່ານັ້ນ ແລ້ວລາວກໍກັບຄືນເມືອເຮືອນດ້ວຍຄວາມປະຫລາດໃຈທີ່ສຸດ ຕໍ່ເຫດການທີ່ໄດ້ເກີດຂຶ້ນນັ້ນ.
ພຣະເຢຊູເຈົ້າພົບສາວົກສອງຄົນຕາມໄປເມືອງເອມາອູດ
(ມລກ 16:12-13)
13ແລ້ວໃນວັນດຽວກັນນັ້ນເອງ ກໍມີສອງຄົນໃນພວກສາວົກ ກຳລັງເດີນທາງໄປທີ່ເມືອງເອມາອູດ ຊຶ່ງໄກຈາກນະຄອນເຢຣູຊາເລັມປະມານສິບເອັດກິໂລແມັດ, 14ແລະ ທັງສອງກຳລັງສົນທະນາກັນເຖິງເຫດການທັງໝົດທີ່ໄດ້ເກີດຂຶ້ນ. 15ໃນຂະນະທີ່ພວກເພິ່ນສົນທະນາ ແລະໂຕ້ຖຽງກັນໄປນັ້ນ ພຣະເຢຊູເຈົ້າກໍສະເດັດມາໃກ້ ແລະຮ່ວມເດີນທາງໄປກັບພວກເພິ່ນ, 16ພວກເພິ່ນເຫັນພຣະເຢຊູເຈົ້າ, ແຕ່ມີສິ່ງປິດບັງບໍ່ໃຫ້ພວກເພິ່ນຈື່ພຣະອົງໄດ້. 17ພຣະເຢຊູເຈົ້າໄດ້ຖາມພວກເພິ່ນວ່າ, “ຂະນະທີ່ຍ່າງມາຕາມທາງ ພວກເຈົ້າໂຕ້ຖຽງກັນເຖິງເລື່ອງຫັງ?” ແລ້ວພວກເພິ່ນກໍເຊົາຍ່າງແລະຢືນຢູ່ ຕ່າງກໍມີສີໜ້າເສົ້າໂສກ. 18ແລ້ວຄົນໜຶ່ງຊື່ກະໂລປາໄດ້ຖາມພຣະອົງວ່າ, “ໃນບັນດາແຂກເມືອງທີ່ມາອາໄສຢູ່ໃນນະຄອນເຢຣູຊາເລັມ ມີແຕ່ທ່ານຜູ້ດຽວບໍ ທີ່ບໍ່ຮູ້ເຫດການ ຊຶ່ງເກີດຂຶ້ນທີ່ນັ້ນລະຫວ່າງວັນເຫຼົ່ານີ້.”
19ພຣະອົງໄດ້ຖາມພວກເພິ່ນວ່າ, “ເຫດການອັນໃດ?” ພວກເພິ່ນໄດ້ຕອບວ່າ, “ເລື່ອງເຢຊູໄທນາຊາເຣັດ ທີ່ສະແດງຕົວເປັນຜູ້ທຳນວາຍ ປະກອບດ້ວຍຣິດເດດໃນກິດຈະການ ແລະໃນຖ້ອຍຄຳຕໍ່ໜ້າພຣະເຈົ້າ ແລະຕໍ່ໜ້າປະຊາຊົນທັງໝົດ. 20ຄືພວກຫົວໜ້າປະໂຣຫິດ ແລະບັນດາຜູ້ປົກຄອງຂອງພວກເຮົາ ໄດ້ມອບເພິ່ນໃຫ້ຖືກລົງໂທດເຖິງຕາຍ ແລະພວກເຂົາໄດ້ຄຶງເພິ່ນໄວ້ທີ່ໄມ້ກາງແຂນ. 21ພວກເຮົາເຄີຍຫວັງວ່າ ແມ່ນເພິ່ນຜູ້ນີ້ແຫຼະ ທີ່ຈະເປັນຜູ້ປົດປ່ອຍຊາດອິດສະຣາເອນໃຫ້ເປັນອິດສະຫລະ ນອກຈາກເລື່ອງທີ່ກ່າວມານັ້ນ ວັນນີ້ ກໍເປັນວັນຖ້ວນສາມແລ້ວ ຕັ້ງແຕ່ເຫດການໄດ້ເກີດຂຶ້ນ. 22ນອກນັ້ນ ມີແມ່ຍິງບາງຄົນໃນພວກເຮົາ ສ້າງຄວາມປະຫລາດໃຈໃຫ້ແກ່ພວກເຮົາ ຄືພວກນາງໄດ້ໄປທີ່ອຸບມຸງແຕ່ເຊົ້າໆ 23ແຕ່ບໍ່ພົບພຣະສົບຂອງເພິ່ນ ແມ່ຍິງເຫຼົ່ານັ້ນກັບມາບອກວ່າ ພວກນາງໄດ້ເຫັນເທວະດາປະກົດ ແລະເທວະດານັ້ນໄດ້ບອກວ່າ ເພິ່ນເປັນຄືນມາສູ່ຊີວິດແລ້ວ. 24ບາງຄົນໃນກຸ່ມຂອງພວກເຮົາໄດ້ໄປທີ່ອຸບມຸງ ແລະໄດ້ພົບເຫັນທຸກສິ່ງຕາມທີ່ພວກແມ່ຍິງໄດ້ບອກນັ້ນ, ແຕ່ພວກເພິ່ນບໍ່ໄດ້ເຫັນພຣະອົງ.”
25ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເພິ່ນວ່າ, “ໂອ ຄົນໂງ່ເອີຍ ພວກເຈົ້າຊ່າງມີໃຈເສີຍຊ້າແທ້ ທີ່ຈະເຊື່ອຟັງທຸກຖ້ອຍຄຳ ຊຶ່ງບັນດາຜູ້ທຳນວາຍໄດ້ກ່າວໄວ້ 26ຈຳເປັນທີ່ພຣະຄຣິດຕ້ອງທົນທຸກທໍລະມານຕໍ່ສິ່ງເຫຼົ່ານີ້ ແລ້ວເຂົ້າໄປໃນສະຫງ່າຣາສີຂອງພຣະອົງບໍ່ແມ່ນບໍ?” 27ແລ້ວພຣະອົງຈຶ່ງຊົງອະທິບາຍພຣະຄຳພີທຸກຕອນ ທີ່ກ່າວເຖິງເລື່ອງພຣະອົງສູ່ພວກເພິ່ນຟັງ ຄືເລີ່ມແຕ່ໂມເຊ ຕະຫລອດເຖິງພວກຜູ້ທຳນວາຍ.
28ພໍມາໃກ້ບ້ານທີ່ພວກເພິ່ນກຳລັງຈະໄປນັ້ນ ພຣະເຢຊູເຈົ້າເຮັດຄືຈະສະເດັດຜ່ານໄປເລີຍ, 29ແຕ່ພວກເພິ່ນທັງສອງໄດ້ຊັກຊວນໃຫ້ພຣະອົງຢູ່ ໂດຍເວົ້າວ່າ, “ເຊີນພັກຄ້າງຄືນຢູ່ກັບພວກເຮົາສາ ເພາະໃກ້ຈະຄໍ່າມືດແລ້ວ.” ດັ່ງນັ້ນ ພຣະອົງຈຶ່ງເຂົ້າໄປພັກຢູ່ກັບພວກເພິ່ນ. 30ເມື່ອພຣະອົງນັ່ງລົງຮັບປະທານອາຫານກັບພວກເພິ່ນ ພຣະອົງກໍຈັບເອົາເຂົ້າຈີ່ກ່າວໂມທະນາຂອບພຣະຄຸນ ແລະຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກເພິ່ນ. 31ແລ້ວຕາຂອງພວກເພິ່ນຖືກເປີດໃຫ້ສະຫວ່າງຂຶ້ນ ແລະຈື່ພຣະອົງໄດ້, ແຕ່ພຣະອົງໄດ້ຫາຍໄປຈາກພວກເພິ່ນ. 32ພວກເພິ່ນຈຶ່ງເວົ້າກັນວ່າ, “ເມື່ອພຣະອົງກຳລັງເວົ້ານຳພວກເຮົາຕາມທາງ ແລະໄດ້ອະທິບາຍພຣະຄຳພີໃຫ້ພວກເຮົາຟັງນັ້ນ ໃຈຂອງພວກເຮົາກໍຮ້ອນຮົນເໝືອນໄຟພາຍໃນພວກເຮົາບໍ່ແມ່ນບໍ?”
33ໃນທັນໃດນັ້ນ ທ່ານທັງສອງກໍລຸກຂຶ້ນ ກັບຄືນໄປນະຄອນເຢຣູຊາເລັມໃນທັນທີ ແລະໃນທີ່ນັ້ນ ພວກເພິ່ນໄດ້ພົບກັບສາວົກສິບເອັດຄົນກັບຄົນອື່ນໆຊຸມນຸມກັນຢູ່ 34ຕ່າງກໍເວົ້າວ່າ, “ອົງພຣະຜູ້ເປັນຈົ້າເປັນຄືນມາຢ່າງແທ້ຈິງ ແລະໄດ້ປະກົດໃຫ້ຊີໂມນເຫັນ.”
35ແລ້ວທັງສອງກໍເລົ່າເຫດການທີ່ໄດ້ເກີດຂຶ້ນຕາມທາງ ແລະການທີ່ພຣະອົງໄດ້ເຮັດໃຫ້ພວກເພິ່ນຮູ້ຈັກພຣະອົງເອງໂດຍການຫັກເຂົ້າຈີ່ນັ້ນ.
ພຣະເຢຊູເຈົ້າປາກົດແກ່ພວກສາວົກ
(ມທ 28:16-20; ມລກ 16:14-18; ຢຮ 20:19-23; ມລກ 1:6-8)
36ເມື່ອທັງສອງກຳລັງເລົ່າເຫດການທັງຫລາຍຢູ່ ໃນທັນໃດ ພຣະເຢຊູເຈົ້າກໍຢືນຢູ່ທ່າມກາງພວກເພິ່ນ ແລະກ່າວແກ່ພວກເພິ່ນວ່າ, “ສັນຕິສຸກຈົ່ງມີແກ່ເຈົ້າທັງຫລາຍ.”
37ທຸກຄົນຕ່າງກໍຕົກໃຈຢ້ານຢ່າງໃຫຍ່ ໂດຍຄິດວ່າພວກຕົນເຫັນຜີ. 38ແຕ່ພຣະອົງຖາມພວກເພິ່ນວ່າ, “ເປັນຫັງພວກເຈົ້າຈຶ່ງແຕກຕື່ນຕົກໃຈ? ເປັນຫັງຄວາມສົງໄສເຫຼົ່ານີ້ ຈຶ່ງເກີດຂຶ້ນໃນຈິດໃຈຂອງພວກເຈົ້າ? 39ຈົ່ງເບິ່ງມືແລະຕີນຂອງເຮົາດູ ນີ້ແມ່ນເຮົາເອງແທ້ ຈົ່ງຄຳເບິ່ງຕົວເຮົາ ແລະພວກເຈົ້າກໍຈະຮູ້, ເພາະວ່າຜີບໍ່ມີເນື້ອໜັງ ບໍ່ມີກະດູກດັ່ງທີ່ພວກເຈົ້າເຫັນເຮົາມີຢູ່ນີ້.”
40ເມື່ອກ່າວເຊັ່ນນີ້ແລ້ວ ພຣະອົງກໍຊົງສຳແດງໃຫ້ພວກເພິ່ນເຫັນມືແລະຕີນຂອງພຣະອົງ. 41ເມື່ອຍັງບໍ່ວາງໃຈເຊື່ອ ເພາະຄວາມຊົມຊື່ນຍິນດີອັນໃຫຍ່ ແລະການປະຫລາດໃຈທີ່ພວກເພິ່ນມີຢູ່ນັ້ນ ພຣະອົງຈຶ່ງຖາມພວກເພິ່ນວ່າ, “ທີ່ນີ້ພວກເຈົ້າມີຫັງກິນແດ່?” 42ພວກເພິ່ນຈຶ່ງໄດ້ເອົາປາປີ້ງຕ່ອນໜຶ່ງໃຫ້ພຣະອົງ 43ພຣະອົງກໍໄດ້ຈັບເອົາປານັ້ນ ມາກິນຢູ່ຕໍ່ໜ້າພວກເພິ່ນ.
44ແລ້ວພຣະອົງກໍໄດ້ກ່າວແກ່ພວກເພິ່ນວ່າ, “ນີ້ແຫຼະ ແມ່ນສິ່ງທີ່ເຮົາໄດ້ບອກພວກເຈົ້າແລ້ວ ເມື່ອເຮົາຍັງຢູ່ກັບພວກເຈົ້າ ຄືທຸກສິ່ງທີ່ໄດ້ມີຂຽນໄວ້ເຖິງເຮົາໃນໜັງສືກົດບັນຍັດຂອງໂມເຊ, ໃນໜັງສືຂອງພວກຜູ້ທຳນວາຍ ແລະໃນໜັງສືເພງສັນລະເສີນ ຈຳເປັນຕ້ອງສຳເລັດເປັນຈິງຕາມນັ້ນ.”
45ແລ້ວພຣະອົງກໍໄດ້ຊົງບັນດານເປີດຈິດໃຈຂອງພວກເພິ່ນ ໃຫ້ເຂົ້າໃຈພຣະຄຳພີ, 46ແລະ ໄດ້ກ່າວແກ່ພວກເພິ່ນວ່າ, “ນີ້ແຫຼະ ແມ່ນສິ່ງທີ່ຂຽນໄວ້: ພຣະຄຣິດຕ້ອງທົນທຸກທໍລະມານ ແລະຕ້ອງເປັນຄືນມາຈາກຕາຍໃນວັນຖ້ວນສາມ. 47ຈົ່ງປະກາດນາມຊື່ຂອງພຣະອົງ ແກ່ຄົນທຸກປະເທດໂດຍເລີ່ມຈາກນະຄອນເຢຣູຊາເລັມໄປ ໃຫ້ເຂົາຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບເອົາການອະໄພບາບກຳ. 48ພວກເຈົ້າກໍເປັນພະຍານໃນເລື່ອງເຫຼົ່ານີ້. 49ຝ່າຍເຮົາຈະສົ່ງສິ່ງທີ່ພຣະບິດາເຈົ້າຂອງເຮົາໄດ້ສັນຍາໄວ້ນັ້ນ ມາເທິງພວກເຈົ້າ, ແຕ່ພວກເຈົ້າຕ້ອງເຝົ້າຄອຍຢູ່ໃນນະຄອນ ຈົນກວ່າຣິດອຳນາດຈາກເບື້ອງເທິງລົງມາເທິງພວກເຈົ້າ.”
ພຣະເຢຊູເຈົ້າຊົງສະເດັດຂື້ນສູ້ສະຫວັນ
(ມລກ 16:19-20)
50ແລ້ວພຣະເຢຊູເຈົ້າກໍພາພວກເພິ່ນອອກຈາກນະຄອນໄປຍັງບ້ານເບັດທານີ ແລະໃນທີ່ນັ້ນ ພຣະອົງຍົກມືຂຶ້ນອວຍພອນພວກເພິ່ນ. 51ຂະນະທີ່ຊົງອວຍພອນຢູ່ນັ້ນ ພຣະອົງກໍຈາກພວກເພິ່ນໄປ ແລະຖືກຮັບຂຶ້ນສູ່ສະຫວັນ. 52ສ່ວນພວກເພິ່ນ ເມື່ອໄດ້ຂາບລົງນະມັດສະການພຣະອົງແລ້ວ ກໍກັບຄືນເມືອນະຄອນເຢຣູຊາເລັມ ດ້ວຍຄວາມຊົມຊື່ນຍິນດີອັນໃຫຍ່. 53ພວກເພິ່ນໄດ້ສືບຕໍ່ຢູ່ໃນບໍລິເວນພຣະວິຫານທຸກວັນ ເພື່ອສັນລະເສີນ ແລະໂມທະນາຂອບພຣະຄຸນພຣະເຈົ້າ.
Currently Selected:
ລູກາ 24: BGL
Highlight
Share
Compare
Copy
Want to have your highlights saved across all your devices? Sign up or sign in
Bor (Bo) (ບໍ່)Bible by Beyond Translation is licensed under Creative Commons Attribution-ShareAlike 4.0 License.