ລູກາ 17
17
ບາບ, ສັດທາ, ໜ້າທີ່
(ມທ 18:6-7; 21-22; ມລກ 9:42)
1ແລ້ວພຣະເຢຊູເຈົ້າກໍໄດ້ກ່າວແກ່ພວກສາວົກຂອງພຣະອົງວ່າ, “ແນ່ນອນ ຕ້ອງມີເຫດເຮັດໃຫ້ເກີດຜິດບາບ, ແຕ່ວິບັດແກ່ຜູ້ທີ່ກໍ່ເຫດໃຫ້ເກີດຜິດບາບນັ້ນ 2ຖ້າຈະເອົາຫີນໂມ້ແປ້ງກ້ອນໃຫຍ່ໆ ຜູກຄໍຜູ້ນັ້ນຖິ້ມລົງໃນທະເລ ກໍດີກວ່າທີ່ລາວຈະກໍ່ເຫດ ໃຫ້ຄົນໜຶ່ງໃນຜູ້ຕໍ່າຕ້ອຍເຫຼົ່ານີ້ເກີດການຫລົງຜິດ. 3ຈົ່ງລະວັງໃຫ້ດີ ຖ້າພີ່ນ້ອງເຮັດຜິດບາບ ຈົ່ງຕິຕຽນລາວ ແລະຖ້າລາວກັບຕັ້ງໃຈໃໝ່ ຈົ່ງຍົກໂທດໃຫ້ລາວ. 4ຖ້າແມ່ນລາວເຮັດຜິດຕໍ່ເຈົ້າ ວັນລະເຈັດເທື່ອ ແລະກັບມາຫາເຈົ້າທັງເຈັດເທື່ອ ແລ້ວເວົ້າວ່າ, ‘ເຮົາກິນແໜງ ຕັ້ງໃຈໃໝ່ແລ້ວ,’ ຈົ່ງຍົກໂທດໃຫ້ລາວ.”
ລິດອຳນາດຂອງຄວາມເຊື່ອ
5ແລ້ວບັນດາອັກຄະສາວົກກໍເວົ້າກັບອົງພຣະຜູ້ເປັນເຈົ້າວ່າ, “ຂໍໂຜດເຮັດໃຫ້ພວກຂ້ານ້ອຍ ມີຄວາມເຊື່ອຫລາຍຂຶ້ນແດ່ທ້ອນ.”
6ອົງພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ, “ຖ້າພວກເຈົ້າມີຄວາມເຊື່ອທໍ່ແກ່ນຜັກກາດເມັດໜຶ່ງ ເຈົ້າຈະບອກກົກມອນກົກນີ້ໄດ້ວ່າ, ‘ຈົ່ງຖອນຂຶ້ນ ອອກໄປປັກຢູ່ໃນທະເລ,’ ມັນກໍຈະຟັງຄວາມເຈົ້າ.”
ໜ້າທີ່ຂອງຄົນຮັບໃຊ້
7“ໃນພວກເຈົ້າ ທີ່ມີຂ້ອຍໃຊ້ໄຖນາຫລືລ້ຽງແກະ ເມື່ອຂ້ອຍໃຊ້ນັ້ນກັບມາແຕ່ທົ່ງ ໃຜຈະກ່າວແກ່ຂ້ອຍໃຊ້ນັ້ນວ່າ, ຈົ່ງເຂົ້າມານັ່ງໂຕະໂລດ? 8ແນ່ນອນຄົງບໍ່ເປັນເຊັ່ນນັ້ນ ແຕ່ເຈົ້າຄົງຈະເວົ້າກັບລາວວ່າ, ‘ຈົ່ງຕຽມເຂົ້າແລງໃຫ້ເຮົາ ແລະລໍຖ້າຮັບໃຊ້ເຮົາ ຈົນກວ່າເຮົາກິນແລະດື່ມແລ້ວ ແລະຫລັງຈາກນັ້ນເຈົ້າຈຶ່ງກິນແລະດື່ມໄດ້.’ 9ຜູ້ເປັນນາຍບໍ່ຈຳເປັນຕ້ອງຂອບໃຈຄົນຮັບໃຊ້ຂອງຕົນດອກຕີ້ ເພາະລາວປະຕິບັດຕາມຄຳສັ່ງບໍ່ແມ່ນບໍ? 10ສຳລັບພວກເຈົ້າກໍເໝືອນກັນ ເມື່ອພວກເຈົ້າປະຕິບັດທຸກຢ່າງ ຕາມທີ່ໄດ້ຮັບມອບໝາຍໃຫ້ເຮັດ ຈົ່ງເວົ້າວ່າ, ‘ພວກຂ້ານ້ອຍເປັນຄົນຮັບໃຊ້ທີ່ບໍ່ມີຄວາມສຳຄັນຫັງ ເພາະພຽງແຕ່ໄດ້ເຮັດຕາມໜ້າທີ່ເທົ່ານັ້ນ.’”
ພຣະເຢຊູຄຣິດເຈົ້າປິ່ນປົວຄົນເປັນຂີ້ທູດສິບຄົນ
11ຂະນະທີ່ພຣະເຢຊູເຈົ້າກຳລັງຂຶ້ນໄປຍັງນະຄອນເຢຣູຊາເລັມນັ້ນ ພຣະອົງຜ່ານໄປຕາມເຂດແດນລະຫວ່າງແຂວງຊາມາເຣຍ ແລະ ແຂວງຄາລີເລ. 12ເມື່ອພຣະເຢຊູເຈົ້າສະເດັດເຂົ້າໄປໃນບ້ານແຫ່ງໜຶ່ງ ກໍມີຊາຍຂີ້ທູດສິບຄົນອອກມາພົບພຣະອົງ ພວກເຂົາຢືນຢູ່ຫ່າງໆ 13ພວກເຂົາຮ້ອງຂຶ້ນວ່າ, “ພຣະເຢຊູເຈົ້າ, ພຣະອາຈານເອີຍ, ໂຜດເມດຕາພວກຂ້ານ້ອຍແດ່ທ້ອນ.”
14ເມື່ອພຣະເຢຊູເຈົ້າເຫັນຊາຍເຫຼົ່ານັ້ນ ກໍກ່າວແກ່ພວກເຂົາວ່າ, “ຈົ່ງໄປຫາປະໂຣຫິດໃຫ້ກວດເບິ່ງພວກເຈົ້າເດີ.” ຂະນະທີ່ພວກເຂົາໄປຕາມທາງນັ້ນ ພວກເຂົາກໍດີສະອາດທັງໝົດ. 15ເມື່ອຄົນໜຶ່ງໃນພວກເຂົາ ເຫັນວ່າຕົນດີສະອາດແລ້ວ, ລາວຈຶ່ງກັບຄືນມາກ່າວສັນລະເສີນພຣະເຈົ້າດ້ວຍສຽງດັງ. 16ລາວກົ້ມຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະໂມທະນາຂອບພຣະຄຸນພຣະອົງ ຊາຍຄົນນີ້ເປັນຊາວຊາມາເຣຍ. 17ພຣະເຢຊູເຈົ້າກ່າວວ່າ, “ມີສິບຄົນທີ່ດີສະອາດບໍ່ແມ່ນບໍ? ແຕ່ເກົ້າຄົນນັ້ນຢູ່ໃສ? 18ມີແຕ່ຊາວຕ່າງຊາດຄົນນີ້ ຜູ້ດຽວເທົ່ານັ້ນບໍ ທີ່ກັບມາໂມທະນາຂອບພຣະຄຸນພຣະເຈົ້າ?” 19ແລ້ວພຣະເຢຊູເຈົ້າກໍກ່າວແກ່ລາວວ່າ, “ຈົ່ງລຸກຂຶ້ນ ແລະໄປສາ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ.”
ການມາປາກົດແຫ່ງຣາຊອານາຈັກ ຂອງພຣະເຈົ້າ
(ມທ 24:23-28,37-41)
20ມີພວກຟາຣີຊາຍບາງຄົນໄດ້ຖາມພຣະເຢຊູເຈົ້າວ່າ, “ອານາຈັກຂອງພຣະເຈົ້າຈະມາປະກົດເມື່ອໃດ?” ພຣະອົງຊົງຕອບພວກເຂົາວ່າ, “ອານາຈັກຂອງພຣະເຈົ້າບໍ່ມາປະກົດຢ່າງໃດຢ່າງໜຶ່ງທີ່ສັງເກດໄດ້. 21ບໍ່ມີຜູ້ໃດຈະເວົ້າວ່າ, ‘ເບິ່ງແມ! ຢູ່ທີ່ນີ້’ ຫລື ‘ຢູ່ທີ່ນັ້ນ’ ເພາະອານາຈັກຂອງພຣະເຈົ້າຢູ່ໃນທ່າມກາງພວກເຈົ້າ.”
22ແລ້ວພຣະອົງກໍກ່າວແກ່ພວກສາວົກວ່າ, “ຄົງຈະມີເວລາໜຶ່ງ ເມື່ອພວກເຈົ້າຢາກຈະເຫັນວັນຂອງບຸດມະນຸດຈັກວັນໜຶ່ງ ແຕ່ພວກເຈົ້າຈະບໍ່ເຫັນ. 23ຄົນຈະບອກເຈົ້າທັງຫລາຍວ່າ, ‘ເບິ່ງແມ! ຢູ່ພຸ້ນເດ’ ຫລື ‘ເບິ່ງແມ! ຢູ່ພີ້ເດ’ ແຕ່ຢ່າອອກໄປຊອກຫາ. 24ດ້ວຍວ່າ, ວັນທີ່ພຣະເຢຊູເຈົ້າມາປະກົດນັ້ນ ຈະເປັນດັ່ງຟ້າແມບເຫຼື້ອມ ທີ່ສົ່ງແສງຈາກຂອບຟ້າເບື້ອງໜຶ່ງ ສູ່ຂອບຟ້າອີກເບື້ອງໜຶ່ງ. 25ກ່ອນນັ້ນ ຈຳເປັນທີ່ພຣະອົງຈະຕ້ອງທົນທຸກທໍລະມານຫລາຍປະການ ແລະຄົນສະໄໝນີ້ຈະບໍ່ຍອມຮັບພຣະອົງ. 26ໃນສະໄໝຂອງໂນອາ ເຫດການເປັນມາແລ້ວຢ່າງໃດ ໃນສະໄໝຂອງພຣະເຢຊູເຈົ້າກໍຈະເປັນຢ່າງນັ້ນ. 27ຄົນທັງຫລາຍໄດ້ກິນໄດ້ດື່ມ ແລະຊາຍຍິງໄດ້ແຕ່ງງານກັນ ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອໃຫຍ່ ນໍ້າຈຶ່ງໄດ້ຖ້ວມທຳລາຍລ້າງຜານທຸກສິ່ງໃຫ້ຈິບຫາຍໝົດ. 28ໃນສະໄໝຂອງໂລດກໍເໝືອນກັນ ຄົນທັງຫລາຍໄດ້ກິນແລະດື່ມ ໄດ້ຊື້ແລະໄດ້ຂາຍ ໄດ້ປູກຝັງແລະໄດ້ກໍ່ສ້າງ. 29ແຕ່ໃນວັນທີ່ໂລດອອກໄປຈາກເມືອງໂຊໂດມນັ້ນ ໄຟແລະມາດ ໄດ້ຕົກຈາກຟ້າ ເຜົາຜານທຸກສິ່ງໃຫ້ຈິບຫາຍໝົດ. 30ໃນວັນທີ່ພຣະເຢຊູເຈົ້າມາປະກົດ ກໍຈະເປັນດັ່ງນັ້ນແຫລະ.”
31“ໃນວັນນັ້ນ ຜູ້ທີ່ຢູ່ເທິງຫລັງຄາເຮືອນຂອງຕົນ ຢ່າລົງມາ ແລະ ເຂົ້າໄປໃນເຮືອນເກັບເອົາສິ່ງຂອງອອກໄປ ແລະຜູ້ທີ່ຢູ່ທົ່ງນາກໍຢ່າກັບມາເຮືອນຂອງຕົນເໝືອນກັນ. 32ຈົ່ງລະນຶກເຖິງເມຍຂອງໂລດນັ້ນເຖີດ 33ຜູ້ໃດພະຍາຍາມຮັກສາຊີວິດສຳລັບຕົນເອງ ຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດຍອມເສຍຊີວິດ ຜູ້ນັ້ນຮັກສາຊີວິດໃຫ້ພົ້ນ 34ໃນຄືນວັນນັ້ນ ເຮົາບອກພວກເຈົ້າວ່າ, ຈະມີສອງຄົນທີ່ນອນຢູ່ເທິງຕຽງດຽວກັນ ຄົນໜຶ່ງຈະຊົງຮັບເອົາໄປ ແລະຄົນໜຶ່ງຈະຊົງປະໄວ້. 35ຈະມີຍິງສອງຄົນກຳລັງໂມ້ແປ້ງຢູ່ນຳກັນ ຄົນໜຶ່ງຈະຮັບເອົາໄປ ແລະຄົນໜຶ່ງຈະຊົງປະໄວ້. 36ຈະມີຊາຍສອງຄົນຢູ່ທົ່ງນາ ຈະຊົງຮັບຄົນໜຶ່ງໄປ ຈະຊົງປະຄົນໜຶ່ງໄວ້.”
37ແລ້ວ ພວກສາວົກກໍຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ ເຫດການນັ້ນຈະເກີດຂຶ້ນຢູ່ທີ່ໃດ?” ພຣະເຢຊູເຈົ້າຊົງຕອບວ່າ, “ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຈຸ້ມກັນຢູ່ບ່ອນນັ້ນ.”
Currently Selected:
ລູກາ 17: BGL
Highlight
Share
Compare
Copy
Want to have your highlights saved across all your devices? Sign up or sign in
Bor (Bo) (ບໍ່)Bible by Beyond Translation is licensed under Creative Commons Attribution-ShareAlike 4.0 License.